ຈີນເຜີຍໄວຣັສ “ໂຄວິດ-19” ກາຍພັນເປັນ 2 ຊະນິດ

ຈີນເຜີຍໄວຣັສ “ໂຄວິດ-19” ກາຍພັນເປັນ 2 ຊະນິດ - 1 3 - ຈີນເຜີຍໄວຣັສ “ໂຄວິດ-19” ກາຍພັນເປັນ 2 ຊະນິດ
ຈີນເຜີຍໄວຣັສ “ໂຄວິດ-19” ກາຍພັນເປັນ 2 ຊະນິດ - kitchen vibe - ຈີນເຜີຍໄວຣັສ “ໂຄວິດ-19” ກາຍພັນເປັນ 2 ຊະນິດ

     ນັກວິ​ໄຈ​ຈີນ ຄົ້ນພົບ​ໂຄ​ວິດ-19 ກາຍພັນ​ຄ້າຍ​ໄວຣັສ HIV ທັງ​ຍັງ​ຈັບ​ກັບ​ໂປຣຕິນຕົວ​ຮັບ​ຂອງ​ເຫຍື່ອ​ຫຸ້ມ​ເຊ​ລມະນຸດ “ACE-2” ​ໄດ້​ດີກ​ວ່າ​ພະຍາດ​ຊາຣ໌ສ​ເຖິງ​ພັນ​ເທົ່າ. ຂະນະ​ທີ່​ທາງ​ການ​ຈີນ​ຍັງ​ດຳ​ເນີນ​ມາດ​ຕະການ​​ເຂັ້ມງວດ ​ເຖິງ​ວ່າ​ຈຳນວນ​ຜູ້​ຕິດ​ເຊື້ອລາຍ​ໃໝ່ ​ແລະ ຜູ້​ເສຍ​ຊີວິດ​ພາຍ​ໃນ​ປະ​ເທດ​ຫລຸດ​ລົງ​ຫລາຍ.

     ໜັງສືພິມ​ເຊົາ​​ໄຊ​ນາ ມໍ​ນິງ ​ໂພສ ​ເຜີຍ​ແຜ່​ລາຍ​ງານ​ຂອງ “ສະ​ເຕີ​ເຟນ ​ເສິນ” ​ເມື່ອ​ມໍ່ໆ​ນີ້ ​ໂດຍ​ລະບຸ​ເຖິງ​ຜົນ​ການຄົ້ນພົບ​ຂອງ​ນັກວິ​ໄຈ​ຈີນ ​ແລະ ​ເອີຣົບວ່າ: ​ໂຄ​ວິດ-19 ສາມາດ​ກາຍພັນ​ຄ້າຍ​ກັບ​ໄວຣັສ​ເຮ​ສ​ໄອ​ວີ (ພະຍາດ​ເອດ​ສ໌) ​ແລະ ຈັບ​ກັບ​ໂປຣຕິນຕົວ​ຮັບ​ຂອງ​ເຫຍື່ອ​ຫຸ້ມ​ເຊ​ລມະນຸດ​ທີ່​ຊື່ວ່າ: ​ເອຊີ​ອີ 2 ​ໄດ້​ດີກ​ວ່າ​ພະຍາດ​ຊາຣ໌ສ​ເຖິງ 1.000 ​ເທົ່າ ​ເຊິ່ງການຄົ້ນພົບ​ນີ້ ອາດ​ນຳ​ໄປ​ສູ່​ວິທີ​ການ​ທຳລາຍ​ພະຍາດ​ໂຄ​ວິດ-19, ​ແຕ່​ຜູ້ທີ່​ມີ​ຮ່າງກາຍ​ແຂງ​ແຮງຈະ​ບໍ່​ພົບ​ໂປຣຕິນ​ເອຊີ​ອີ 2 ​ເຊິ່ງ​ເປັນສາ​ເຫດ​ເຮັດ​ໃຫ້​ພະຍາດ​ຊາຣ໌ສ​ໃນ​ອະດີດ​ລະບາດ​ບໍ່​ຫລາຍ.

ຈີນເຜີຍໄວຣັສ “ໂຄວິດ-19” ກາຍພັນເປັນ 2 ຊະນິດ - Visit Laos Visit SALANA BOUTIQUE HOTEL - ຈີນເຜີຍໄວຣັສ “ໂຄວິດ-19” ກາຍພັນເປັນ 2 ຊະນິດ

      ສາ​ສະ​ດາ​ຈານ ສວນ ຈີ້ ​ເສົາ ​ແລະ ທີ​ມງານ​ ຢູ່​ມະຫາວິທະຍາ​ໄລ​ໜານ​ໄຄ ​ເມືອງ​ທຽນ​ຈິນ ສປ ຈີນ ​ເປີດ​ເຜີຍ​ວ່າ: ​ເມື່ອ​ເບິ່ງ​ລຳດັບ​ຈີ​ໂນ​ມຂອງ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່​ພົບ​ວ່າ: ມີ​ຢີນກາຍພັນ​ຄື​ກັບ​ຊາຣ໌ສ, ​ແຕ່​ໄປ​ຄ້າຍ​ກັບ​ຢີນທີ່​ພົບ​ໃນ​ເຮ​ສ​ໄອ​ວີ (​ເອດ​ສ໌) ​ແລະ ອີ​ໂບລາ ​ເຊິ່ງລາຍ​ງານ​ການຄົ້ນພົບ​ຄັ້ງນີ້​ຂອງ​ສາ​ສະ​ດາ​ຈານ ສວນ ຈີ້ ​ເສົາ ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ທ່ານ ຫລີ ຫົວ ​ແລະ ທີ​ມວິ​ໄຈ​ຂອງ​ມະຫາວິທະຍາ​ໄລ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫົວ​ຈົງ​ໃນ​ເມືອງ​ອູ່​ຮັ່ນ.

ຈີນເຜີຍໄວຣັສ “ໂຄວິດ-19” ກາຍພັນເປັນ 2 ຊະນິດ - 138839694 15832287385841n scaled 1 - ຈີນເຜີຍໄວຣັສ “ໂຄວິດ-19” ກາຍພັນເປັນ 2 ຊະນິດ

      ຂະນະ​ດຽວ​ກັນ “​ເອຕຽນ ​ເດີ​ໂຄຣລີ” ນັກວິທະຍາ​ສາດ​ຊາວ​ຝຣັ່ງ ຈາກ​ມະຫາວິທະຍາ​ໄລ​ເອ ມາກ​ເຊ ຄົ້ນພົບ ​ເອັມ​ໄຊ​ຟູຣິນ ​ເຊິ່ງບໍ່​ຄ່ອຍ​ພົບ​ໃນ​ໄວຣັສ​ໂຄ​ໂຣນາ​ອື່ນໆ ສອດຄ່ອງ​ກັບ​ຄວາມ​ເຫັນ​ຂອງ​ນັກວິທະຍາສາດ​ຈີນ​ທີ່​ລະບຸ​ວ່າ: ຖ້າ​ຄິດ​ຄົ້ນຢາ​ທີ່​ຈັດການ​ກັບ​ເອັມ​ໄຊ​ຟູຣິນ​ໄດ້​ຈະ​ຊ່ວຍ​ໃຫ້​ປິ່ນປົວ​ພະຍາດ​ໂຄ​ວິດ-19 ​ໄດ້​ ຄ້າຍ​ກັບ​ການຄົ້ນຄິດ​ຢາ​ປິ່ນປົວ​ພະຍາດ​ເອດ​ສ໌.

      ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຖິງ​ວ່າ​ຈະ​ມີ​ຂ່າວ​ດີ​ຈາກ​ຄະນະ​ນັກວິທະຍາສາດ​ຊາວ​ຈີນ, ​ແຕ່​ລັດຖະບານ​ຈີນ​ຍັງ​ດຳ​ເນີນ​ມາດ​ຕະການ​ຄວບ​ຄຸມພະ​ຍາດ​ຢ່າງ​ເຂັ້ມງວດ ທ່າມກາງ​ສະຖານະ​ການ​ແຜ່​ລະບາດ​ເລີ່​ມ​ເບົາບາງ​ລົງ ​ໂດຍ​ພົບ​ຜູ້​ເສຍ​ຊີວິດ ​ແລະ ຜູ້​ປ່ວຍ​ລາຍ​ໃໝ່​ຈາກ​ເຊື້ອ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່​ໃນ​ປະ​ເທດ​ຫລຸດ​ລົງ​ຫລາຍ.

ຈີນເຜີຍໄວຣັສ “ໂຄວິດ-19” ກາຍພັນເປັນ 2 ຊະນິດ - 3 - ຈີນເຜີຍໄວຣັສ “ໂຄວິດ-19” ກາຍພັນເປັນ 2 ຊະນິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!