ກະຊວງສາທາລະນະສຸກໃຫ້ຂໍ້ມູນແກ່ສັງຄົມ ໃນການປ້ອງກັນພະຍາດ ໂຄວິດ-19

ກະຊວງສາທາລະນະສຸກໃຫ້ຂໍ້ມູນແກ່ສັງຄົມ ໃນການປ້ອງກັນພະຍາດ ໂຄວິດ-19 -                                         - ກະຊວງສາທາລະນະສຸກໃຫ້ຂໍ້ມູນແກ່ສັງຄົມ ໃນການປ້ອງກັນພະຍາດ ໂຄວິດ-19
ກະຊວງສາທາລະນະສຸກໃຫ້ຂໍ້ມູນແກ່ສັງຄົມ ໃນການປ້ອງກັນພະຍາດ ໂຄວິດ-19 - kitchen vibe - ກະຊວງສາທາລະນະສຸກໃຫ້ຂໍ້ມູນແກ່ສັງຄົມ ໃນການປ້ອງກັນພະຍາດ ໂຄວິດ-19

 ໃນວັນທີ 4 ມີນາ ນີ້, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບກະຊວງສາທາລະນະສຸກ ຈັດປາຖະກະຖາກ່ຽວກັບການປ້ອງກັນ ສະກັດກັ້ນ ການລະບາດຂອງພະຍາດ COVID-19, ໂດຍການເຂົ້າຮ່ວມຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ.

       ທ່ານ ບຸນກອງ ສີຫາວົງ ໃຫ້ຮູ້ວ່າ: ສປປ ລາວ ໄດ້ປ້ອງກັນ ແລະ ໂຕ້ຕອບພະຍາດ COVID-19 ເລີ່ມແຕ່ມີການລະບາດຢູ່ ສປ ຈີນ ເປັນຕົ້ນມາ ໂດຍລັດຖະບານໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ພ້ອມທັງໄດ້ເປີດສູນປະຕິບັດການສຸກເສີນດ້ານສາທາລະນະສຸກ ແລະ ເຝົ້າລະວັງກ່ຽວກັບພະຍາດດັ່ງກ່າວຕາມດ່ານຊາຍແດນຂາເຂົ້າ ແລະ ຂາອອກກັ່ນກອງຜູ້ເດີນທາງຜ່ານເຄື່ອງວັດແທກອຸນຫະພູມຕະຫຼອດ 24 ຊົ່ວໂມງ, ຕິດຕາມເຝົ້າລະວັງທຸກກໍລະນີສົງໃສ ໂດຍນຳເອົາເຊື້ອເຂົ້າກວດຜ່ານຫ້ອງວິເຄາະທີ່ໄດ້ມາດຕະຖານໄດ້ 47 ກໍລະນີ, ຜ່ານການກວດແມ່ນບໍ່ພົບເຊື້ອພະຍາດ, ເຖິງວ່າ ສປປ ລາວ ຍັງບໍ່ພົບເຊື້ອພະຍາດນີ້ ແຕ່ ກໍໄດ້ຍົກລະດັບຄວບຄຸມ ແລະ ປ້ອງກັນຂັ້ນສູງສຸດ ທັງໄດ້ກະກຽມໂຮງໝໍຮອງຮັບຖ້າເກີດກໍລະນີມີຜູ້ຕິດເຊື້ອພະຍາດດັ່ງກ່າວ ຄື: ຢູ່ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ ແລະ ໂຮງໝໍສູນກາງ 103 ທັງໄດ້ໃຫ້ເປັນຈຸດເປີດກວດສະເພາະກໍລະນີສົງໃສ ໂດຍບໍ່ເສຍຄ່າ, ພ້ອມໄດ້ກະກຽມລົດຮັບສົ່ງຄົນເຈັບເພື່ອຈັດສົ່ງກໍລະນີສົງໃສໄປບ່ອນແຍກປ່ຽວ ແລະ ຜູ້ຕິດເຊື້ອພະຍາດນີ້ ຢູ່ 4 ສູນ ແລະ ພ້ອມໄດ້ກະກຽມເຄື່ອງກວດວິເຄາະເຊື້ອພະຍາດ COVID-19 ແບບພົກພາ 4 ເຄື່ອງ, ເຄື່ອງແທກອຸນຫະພູມແບບມືຖື 207 ເຄື່ອງ, ກ້ອງວັດແທກອຸ່ນຫະພູມ 6 ເຄື່ອງ ແລະ ເຄື່ອງຊ່ວຍຫາຍໃຈ 10 ເຄື່ອງ, ຊຸດປ້ອງກັນໂຕຫລາຍກ່ວາ 1.000 ຊຸດ, ຜ້າອັດປາກ 226.250 ອັນ ແລະ ຍັງສັ່ງຊື້ອີກ 1.500.000 ແຜ່ນ ເຈວລ້າງມື 1.190 ກ່ອງ ແລະ ອື່ນໆ.

ກະຊວງສາທາລະນະສຸກໃຫ້ຂໍ້ມູນແກ່ສັງຄົມ ໃນການປ້ອງກັນພະຍາດ ໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ກະຊວງສາທາລະນະສຸກໃຫ້ຂໍ້ມູນແກ່ສັງຄົມ ໃນການປ້ອງກັນພະຍາດ ໂຄວິດ-19

    ໂອກາດນີ້ທ່ານ ລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ທຸກຄົນ ກໍຄືສັງຄົມເອົາໃຈໃສ່ປະຕິບັດຕາມມາດຕະການປ້ອງກັນ ພ້ອມທັງຮັກສາ ແລະ ປ້ອງກັນຕົນເອງຢ່າງເອົາໃຈໃສ່ ໂດຍສະເພາະມາດຕະການປ້ອງກັນ ແລະ ຄວບຄຸມຢ່າງຖືກວິທີ ເພາະລະຫວ່າງເດືອນມີນາ-ເມສານີ້ ເປັນເດືອນທີ່ມີຄວາມສ່ຽງສູງທີ່ຈະເກີດພະຍາດນີ້.

ກະຊວງສາທາລະນະສຸກໃຫ້ຂໍ້ມູນແກ່ສັງຄົມ ໃນການປ້ອງກັນພະຍາດ ໂຄວິດ-19 - 3 - ກະຊວງສາທາລະນະສຸກໃຫ້ຂໍ້ມູນແກ່ສັງຄົມ ໃນການປ້ອງກັນພະຍາດ ໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!