ເພື່ອນຫັກຫຼັງ


ຂ້ອຍກັບເມຍເກົ່າຂອງຂ້ອຍແຕ່ງງານໄດ້ 5 ປີມີລູກນຳກັນ 2 ຄົນ. ເມຍຂ້ອຍເປັນຄົນດີ ມີນໍ້າໃຈຮັກລູກແພງຜົວ ແລະ ເອື້ອເຟື້ອເພື່ອແຜຕໍ່ເພື່ອນໆຂອງຂ້ອຍ. ຄອບຄົວຂອງພວກຂ້ອຍຢູ່ຮ່ວມກັນຢ່າງມີຄວາມສຸກ, ທຸກຍາກຮັ່ງມີບໍ່ວ່າກັນ ແລະ ບໍເຄີຍຜິດຂ້ອງຕ້ອງຖຽງກັນຈັກເທື່ອ.
ກ່າວເຖິງເພື່ອຜູ້ທິ່ຫັກຫຼັງຂ້ອຍນັ້ນ. ພວກຂ້ອຍເປັນເພື່ອນຮັກເພື່ອນແພງກັນມາແຕ່ຍັງນ້ອຍ ແລະ ເຂົາກໍເປັນໜຶ່ງໃນເພື່ອນຮັກທີ່ສຸດທີ່ ໄວ້ວາງໃຈກັນໄດ້. ບັນດາເພື່ອນໆໃຜໆກໍເປັນຝັ່ງເປັນຝາໝົດແລ້ວ ຍັງແຕ່ມັນຄົນດຽວທີ່ຍັງບໍ່ທັນມີຍັງເປັນຂອງຕົນເອງ. ພວກເພື່ອນໆມັກຈະແວະວຽນມາຊຸມແຊວກັບຄອບຄົວຂອງພວກຂ້ອຍຢູ່ເປັນປະຈຳ, ມີຫຍັງພວກຂ້ອຍມັກຈະເລົ່າສູ່ກັນຟັງຢ່າງບໍ່ມີຄວາມລັບເລີຍ. ຂ້ອຍບໍ່ນຶກບໍ່ຝັນວ່າເຂົາຈະກາຍເປັນງູເຫົ່າກັບຕອດຂ້ອຍເອງ.
ເລື່ອງລາວມີຢູ່ວ່າ ເຂົາ ແລະ ເມຍຂອງຂ້ອຍແອບຮັກ ແລະ ຢູ່ກິນນຳກັນແຕ່ເມື່ອໃດກໍບໍ່ຮູ້. ຢູ່ມາມື້ໜຶ່ງຂ້ອຍນອກໃຈເມຍໄປມີເພດສຳພັນກັບສາວຮ່ວມຫ້ອງການດຽວກັນ, ເພື່ອນຂອງຂ້ອຍຮູ້ດີວ່າຂ້ອຍເຄີຍມີເພດສຳພັນກັບສາວຫ້ອງການຄົນນັ້ນຕັ້ງຫຼາຍຄັ້ງ ແຕ່ມື້ນີ້ເຖິງເວລາ ແລະ ຈຸດຫັນປ່ຽນຈາກເພື່ອນສະໜິດສະໜົມໄດ້ກາຍເປັນເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກເສຍແລ້ວ. ເຂົາເອງເປັນຜູ້ຊີ້ຈຸດເຮືອນພັກທີ່ຂ້ອຍເອົາຜູ້ສາວໄປນອນນຳໃຫ້ເມຍຂ້ອຍຮູ້. ໃນທີ່ສຸດເມຍຂອງຂ້ອຍກໍໄປຈັບຂ້ອຍກັບຜູ້ສາວຄາໜັງຄາເຂົາທີ່ກຳລັງຫວານຊື່ນນຳກັນ. ແຕ່ນັ້ນມາ ພວກຂ້ອຍກໍແຍກທາງຄົນລະເສັ້ນ. ພາຍຫຼັງແຍກທາງກັນກັບຂ້ອຍໄດ້ສອງເດືອນ, ເຂົາກໍແຕ່ງງານກັບເພື່ອນເກົ່າຄົນນັ້ນຂອງຂ້ອຍແບບໜ້າຕາເສີຍ. ສ່ວນຂ້ອຍໄດ້ແຕ່ເສຍໃຈຮ້ອງໄຫ້ຢູ່ຄົນດຽວ. ຄິດຮອດລູກ ແລະ ເມຍ.
ເພື່ອນຜູ້ອ່ານທັງຫຼາຍໃຫ້ຂ້ອຍເຮັດແນວໃດດີໃນຂະນະນີ້?