ສ.ເກົາຫລີ ກຳນົດຈັດເລືອກຕັ້ງປະທານາທິບໍດີ 9 ພຶດສະພາ


ນາຍົກລັດຖະມົນຕີ ຮວາງ ຄາໂຍອັນ ເຊິ່ງດຳລົງຕຳແໜ່ງຮັກສາການປະທານາທິບໍດີຂອງ ສ.ເກົາຫລີ ນັບແຕເດືອນທັນວາປີຜ່ານມາ ກ່າວວ່າ: ທ່ານຈະບໍ່ລົງຮັບສະໝັກເລືອກຕັ້ງໃນເທື່ອນີ້, ເຖິງວ່າກ່ອນໜ້ານີ້ຜົນສຳຫລວດ ຄວາມຄິດເຫັນເປີດເຜີຍວ່າ: ທ່ານ ຮວາງ ເປັນຜູ້ສະໝັກຊີງຕຳແໜ່ງປະທານາທິບໍດີຄົນສຳຄັນຈາກຝ່າຍອະນຸລັກນິຍົມ. ທ່ານກ່າວຕໍ່ກອງປະຊຸມຄະນະລັດຖະບານວ່າ: ທ່ານຕັດສິນໃຈຈະໃຫ້ຄວາມສຳຄັນໃນເລື່ອງການແກ້ໄຂກິດຈະການລັດ ລວມທັງແກ້ໄຂບັນຫາຄວາມບໍ່ແນ່ນອນດ້ານການເມືອງ ແລະ ເສດຖະກິດ ຈົນກວ່າປະເທດຈະມີປະທານາທິບໍດີຄົນ ໃໝ່. ຂະນະທີ່ທ່ານ ມຸນ ແຈອິນ ຜູ້ນຳພັກຝ່າຍຄ້ານ ໄດ້ຮັບການວາງຕົວໃຫ້ເປັນຜູ້ທີ່ມີເປີເຊັນສູງທີ່ຈະຂຶ້ນດ ລົງຕຳແໜ່ງ ຜູ້ນຳປະເທດຕໍ່ໄປ.
ສ່ວນທ່ານນາງ ປັກກິນເຮ ເຊິ່ງຖືກສານລັດຖະທຳມະນູນພິພາກສາໃຫ້ຫລຸດພົ້ນອອກຈາກຕຳແໜ່ງປະທານາທິບໍດີ ຢ່າງເປັນທາງການໃນວັນທີ 10 ມີນາ ຈະຕ້ອງເດີນໜ້າເຂົ້າສູ່ຂະບວນການຍຸຕິທຳ ໂດຍໄອຍະການວາງແຜນຈະເອີ້ນ ນາງ ປັກກິນເຮ ເຂົ້າມາສອບສວນກໍລະນີສໍ້ລາດບັງຫລວງ ໃນວັນທີ 21 ມີ ນານີ້. ທັງນີ້ນາງ ປັກກິນເຮ ຕ້ອງສູນເສຍເອກະສິດຄຸ້ມຄອງການຖືກດຳເນີນຄະດີທັນທີທີ່ສານມີຄຳພິພາກສາດັ່ງກ່າວ.