ເຈົ້າໜ້າທີ່ເອົາແທ້ກັບຜູ້ລະເມີດແກ່ເຄື່ອງເກີນກຳນົດ.


ໃນວັນທີ 3 ມີນາ ນີ້, ພະແນກ ຈະລາຈອນ ນະຄອນຫລວງວຽງຈັນ ໄດ້ນຳເອົາຜູ້ລະເມີດຂັບລົດແກ່ເຄື່ອງເກີນກຳນົດນຳເຂົ້າມາຕັກເຕືອນ, ສຶກສາອົບຮົມ, ພ້ອມປັບໃໝຕາມລະບຽບການ
ທ່ານ ພັນໂທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 2 ມີນາ ນີ້, ເຈົ້າໜ້າທີ່ ຈະລາຈອນ ປະຈຳຢູ່ປ້ອມ ຫລັກ6 ເສັ້ນທາງ ໄກສອນພົມວິຫານ, ໄດ້ພົບເຫັນລົດແກ່ເຄື່ອງ ໝາຍເລກທະບຽນ ກທ 3129 ທີ່ບັນທຸກກະຕຸກນ້ຳດື່ມເຕັມລົດເກີນຂະໜາດບັນຈຸ, ຊຶ່ງອາດຈະເຮັດໃຫ້ເປັນອັນຕະລາຍຕໍ່ຜູ້ທຽວທາງໄດ້, ສະນັ້ນ ຈຶ່ງໄດ້ຍຶດເອກະສານໃບຂັບຂີ່, ມາປັບໃໝຕາມລະບຽບການ, ຍ້ອນລະເມີດລະບຽບຈະລາຈອນທາງບົກ, ຊຶ່ງໃນ ດຳລັດ 188/ນຍ ມາດຕາ 33 ກໍໄດ້ກຳນົດໄວ້ວ່າ: ຫ້າມລົດບັນທຸກແກ່ເຄື່ອງເກີນກຳນົດ, ທີ່ເປັນອັນຕະລາຍແກ່ການສັນຈອນ ຈະຖືກປັບໃໝ 80.000 ກີບ ຫາ 100.000 ກີບ ພ້ອມທັງຖືກກ່າວເຕືອນ ແລະ ສຶກສາອົບຮົມ.
ຮອງຫົວໜ້າພະແນກ ຈະລາຈອນ ດັ່ງກ່າວໃຫ້ຮູ້ວ່າ: ໃນຜ່ານມາ ໂດຍລວມແລ້ວ, ຜູ້ຂັບຂີ່ສ່ວນໃຫຍ່ຍັງບໍ່ທັນປະຕິບັດກົດລະບຽບຢ່າງເຂັ້ມງວດ, ເຮັດໃຫ້ມີອຸປະຕິເຫດຄື: ໃນເດືອນ ກຸມພາ ຜ່ານມາ ນີ້, ຢູ່ ນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 118 ກໍລະນີ, ເຮັດໃຫ້ມີຜູ້ເສຍຊີວິດ 26 ຄົນ.