WHO ​​ເປັນ​ຫ່ວງ​ສະຖານະ​ການ 3 ປະ​ເທດຈຳນວນ​ຜູ້​ຕິດ​ເຊື້ອ “​ໂຄ​ວິດ-19” ​ເພີ່ມ​ຂຶ້ນ

who ​​ເປັນ​ຫ່ວງ​ສະຖານະ​ການ 3 ປະ​ເທດຈຳນວນ​ຜູ້​ຕິດ​ເຊື້ອ “​ໂຄ​ວິດ-19” ​ເພີ່ມ​ຂຶ້ນ - 325 - WHO ​​ເປັນ​ຫ່ວງ​ສະຖານະ​ການ 3 ປະ​ເທດຈຳນວນ​ຜູ້​ຕິດ​ເຊື້ອ “​ໂຄ​ວິດ-19” ​ເພີ່ມ​ຂຶ້ນ
who ​​ເປັນ​ຫ່ວງ​ສະຖານະ​ການ 3 ປະ​ເທດຈຳນວນ​ຜູ້​ຕິດ​ເຊື້ອ “​ໂຄ​ວິດ-19” ​ເພີ່ມ​ຂຶ້ນ - kitchen vibe - WHO ​​ເປັນ​ຫ່ວງ​ສະຖານະ​ການ 3 ປະ​ເທດຈຳນວນ​ຜູ້​ຕິດ​ເຊື້ອ “​ໂຄ​ວິດ-19” ​ເພີ່ມ​ຂຶ້ນ

    ອົງການ​ອະນາ​ໄມ​ໂລກ​ສະ​ແດງ​ຄວາມ​ເປັນ​ຫ່ວງສະຖານະ​ການ​ການ​ແຜ່​ລະບາດ​​ໂຄ​ວິດ-19 ຢູ່ “ອິຕາ​ລີ, ອີຣານ ​ແລະ ສ.​ເກົາຫລີ” ພົບ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ.

      ທ່ານ ທີ​ໂດຣສ ອັດ​ຮານ​ອມ ກີບຣີ​ເຍຊຸ​ສ ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ (WHO) ຖະ​ແຫລ​ງວ່າ: ທຸກ​ປະ​ເທດ​ຈະ​ຕ້ອງ​ກຽມພ້ອມ​ຫລາຍ​ຂຶ້ນ ​ເພື່ອ​ຮັບ​ມືການ​ແຜ່​ລະບາດ​​ເຊື້ອ​ໄວ​ຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່ (​ໂຄ​ວິດ-19). ຂະນະ​ຍັງ​ເຊື່ອ​ວ່າ: ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່​ສາມາດ​ຄວບ​ຄຸມ​ໄດ້ ​ແລະ ມີ​ຫລາຍ​ປະ​ເທດ​ເຮັດ​ໄດ້, ຂະນະ​ທີ່​ສະຖານະ​ການ​ຢູ່ 3 ປະ​ເທດ​ຍັງ​ໜ້າ​ເປັນ​ຫ່ວງ.

who ​​ເປັນ​ຫ່ວງ​ສະຖານະ​ການ 3 ປະ​ເທດຈຳນວນ​ຜູ້​ຕິດ​ເຊື້ອ “​ໂຄ​ວິດ-19” ​ເພີ່ມ​ຂຶ້ນ - Visit Laos Visit SALANA BOUTIQUE HOTEL - WHO ​​ເປັນ​ຫ່ວງ​ສະຖານະ​ການ 3 ປະ​ເທດຈຳນວນ​ຜູ້​ຕິດ​ເຊື້ອ “​ໂຄ​ວິດ-19” ​ເພີ່ມ​ຂຶ້ນ

     ອິຕາ​ລີ ມີ​ຜູ້​ເສຍ​ຊີວິດ 6 ຄົນ ​ແລະ ຕິດ​ເຊື້ອ 230 ຄົນ ຫລາຍ​ທີ່​ສຸດ​ໃນ​ເອີຣົບ ຫລັງ​ພົບ​ການ​ຕິດ​ເຊື້ອ​ແບບ​ກຸ່ມ​ກ້ອນ 2 ກຸ່ມ ​ໃນ​ແຄວ້ນ​ລອມ​ບາຣດີ ຈຳນວນ 177 ຄົນ ກັບ​ເວ​ເນ​ໂຕ ຈຳນວນ 33 ຄົນ ທາງ​ພາກ​ເໜືອ, ຕໍ່​ມາ​ພົບ​ເພີ່ມ​ໃນ​ແຄວ້ນ​ເພື່ອນ​ບ້ານ​ເອມ​ເລຍ-​ໂຣມັນ​ຢາ ​ແລະ ປິ​ເຍມອນ​ເຕ ​ໂດຍ​ມີ​ຜູ້​ປ່ວຍ​ມີ​ອາການ 101 ຄົນ​ໃນ​ໂຮງໝໍ​ອີກ 27 ຄົນ​ຢູ່​ໃນ​ການ​ເບິ່ງ​ແຍງ​ໃກ້ຊິດ ​ແລະ ຢ່າງ​ໜ້ອຍ 94 ຄົນ​ໃຫ້​ກັກ​ຕົວ​​ຢູ່​ໃນ​ເຮືອນ, ທາງ​ການ​ປິດ​ເມືອງ 10 ​ແຫ່ງ, ​ແຍກ​ກັກ​ກວ່າ 5 ໝື່ນ​ຄົນ, ​ໂຮງຮຽນ, ພິພິທະ​ພັນ ​ແລະ ມະຫາວິທະຍາ​ໄລ​ປິດ​ເຮັດ​ວຽກ.

      ອີຣານ ທາງ​ກະຊວງ​ສາທາລະນະ​ສຸກ ຢືນຢັນ​ມີ​ຜູ້​ເສຍ​ຊີວິດ 14 ຄົນ, ຕິດ​ເຊື້ອ 61 ຄົນ, ​ແຕ່​ຕົວ​ເລກ​ຈາກ​ສ່ວນ​ກາງ ຂັດ​ກັບ​ທີ່ ສະມາຊິກ​ລັດຖະສະພາ​ອີຣານຜູ້​ແທນ​ເມືອງ​ກອມ ລະບຸ​ວ່າ: ມີ​ຜູ້​ເສຍ​ຊີວິດ​ສູງ​ເຖິງ 50 ຄົນ ​ໃນ​ເມືອງ​ສັດ​ສິດ​ທີ່ຢູ່​ຫ່າງ​ຈາກ​ນະຄອນຫລວງ​ເຕຮາ​ລານ​ໄປ​ທາງ​ໃຕ້ 120 ກິ​ໂລ​ແມັດ ​ແລະ ມີ 250 ຄົນ​ຖືກ​ແຍກ​ກັກ​ບໍລິ​ເວນ​ເບິ່ງ​ອາການ.

     ທັງ​ນີ້ ​ເກືອບ​ທຸກ​ປະ​ເທດ​ອ້ອມ​ອີຣານ ປະກາດ​ປິດ​ຊາຍ​ແດນ ຫລື ຈຳກັດ​ການ​ເດີນທາງ ​ໂດຍ​ໃນ​ວັນ​ທີ 24 ກຸມພາ ມີ​ຫລາຍ​ປະ​ເທດ​ທີ່​ຢືນຢັນ​ພົບ​ຜູ້​ຕິດ​ເຊື້ອຄົນ​ທຳ​ອິດ ​ໂດຍ​ສະ​ເພາະ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ​ເຊັ່ນ: ກູ​ເວດ, ​ໂອ​ມານ, ບາ​ເຣນ ກັບ​ອັບ​ກາ​ນິດ​ສະຖານ ​ໂດຍ​ທັງ​ໝົດ​ກ່ຽວຂ້ອງ​ກັບ​ຄົນ​ທີ່​ໄປ​ອີຣານກັບ​ມາ.

      ສ.​ເກົາຫລີ ມີ​ຜູ້​ເສຍ​ຊີວິດ 8 ຄົນ, ສ່ວນ​ຕິດ​ເຊື້ອທີ່​ປະກາດ​ຫລັງ​ສຸດ​ໃນ​ເວລາ 16:00 ​ໂມງ ວັນ​ທີ 24 ກຸມພາ ມີ 893 ຄົນ ຈຳນວນ​ນີ້​ມີ​ທະຫານ​ລວມຢູ່​ນຳ 13 ຄົນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ສັ່ງ​ໃຫ້​ທະຫານ 7.500 ຄົນ​ກັກ​ຕົວ​ເບິ່ງ​ອາການ.

who ​​ເປັນ​ຫ່ວງ​ສະຖານະ​ການ 3 ປະ​ເທດຈຳນວນ​ຜູ້​ຕິດ​ເຊື້ອ “​ໂຄ​ວິດ-19” ​ເພີ່ມ​ຂຶ້ນ - 5 - WHO ​​ເປັນ​ຫ່ວງ​ສະຖານະ​ການ 3 ປະ​ເທດຈຳນວນ​ຜູ້​ຕິດ​ເຊື້ອ “​ໂຄ​ວິດ-19” ​ເພີ່ມ​ຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!