ສະມາຊິກພັກຢ່າພາໝູ່ເພ

- kitchen vibe - ສະມາຊິກພັກຢ່າພາໝູ່ເພ

- Untitled 1 2 - ສະມາຊິກພັກຢ່າພາໝູ່ເພ
ໂດຍ: ກ້ອງສ່ອງ ອິດສະຫລະ

ດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ວັນທີ 22 ມີນານີ້ ແມ່ນວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ. ປີນີ້ຖືວ່າຄົບຮອບ 62 ປີ ແຫ່ງການກໍາເນີດເກີດຂຶ້ນຂອງພັກເຮົາ. ກວ່າຈະມາເຖິງຈຸດນີ້ ບັນດາທ່ານຜູ້ນຳ ແລະ ບັນດາສະຫາຍສະມາຊິກພັກຮຸ້ນກ່ອນໄດ້ອຸທິດສະຕິປັນຍາ, ເສຍສະລະຊີວິດເລືອດເນື້ອ ເພື່ອປະເທດຊາດ ແລະ ເພື່ອປະຊາຊົນມາແລ້ວນັບບໍ່ຖ້ວນ.

- Visit Laos Visit SALANA BOUTIQUE HOTEL - ສະມາຊິກພັກຢ່າພາໝູ່ເພ

ກ່ອນໜ້ານັ້ນ ຄືໃນສະໄໝເຮັດການປະຕິວັດຕໍ່ສູ້ເພື່ອປົດປ່ອຍຊາດ, ບັນດາສະຫາຍສະມາຊິກພັກເຮົາແມ່ນຍັງປິດລັບ ແລະ ກ່ອນຈະໄດ້ເຂົ້າເປັນສະມາຊິກຂອງພັກປະຊາຊົນ ປະຕິວັດລາວ ມັນກໍບໍ່ແມ່ນຂອງງ່າຍ ຍ້ອນວ່າໃນເວລານັ້ນພັກເຮົາຍັງເຄື່ອນໄຫວປິດລັບ, ຜູ້ເປັນສະມາຊິກພັກກໍປິດລັບ, ຜູ້ທີ່ໄດ້ມີເງື່ອນໄຂເຂົ້າພັກ ຫລື ຮັບເຂົ້າເປັນສະມາຊິກພັກກໍຕ້ອງເປັນຄົນດີເລີດ, ມີຜົນງານໂດດເດ່ັນກວ່າໝູ່ໃນກົມກອງ. ສິ່ງສຳຄັນແມ່ນເປັນຄົນສັດຊື່ບໍລິສຸດຕໍ່ພັກ, ຕໍ່ການປະຕິ ວັດ, ຕໍ່ຊາດ ແລະ ຕໍ່ປະຊາຊົນ. ດ້ວຍເຫດນັ້ນ, ຜູ້ທີ່ໄດ້ເປັນສະມາຊິກພັກຈຶ່ງເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບ ຢ່າງທີ່ດີໃຫ້ແກ່ບັນດາເພື່ອນສະຫາຍດ້ວຍກັນ ທັງຜູ້ເປັນສະມາຊິກພັກ ແລະ ຜູ້ເປັນມະຫາຊົນຂອງພັກ. ນອກຈາກນັ້ນ ແລ້ວ ຜູ້ທີ່ໄດ້ເປັນສະມາຊິກພັກກໍຕ້ອງໄດ້ເປັນແກນນຳເປັນຫົວໜ້າ ຫລື ເປັນພະນັກງານຫລັກແຫລ່ງໃນທຸກຂົງເຂດວຽກງານ. ສະນັ້ນ ພວກເຮົາຈຶ່ງເວົ້າໄດ້ວ່າ: ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ. ນີ້ຄືຫລັກການ ແລະ ກົດ ເກນແຫ່ງການຊີ້ນຳ-ນຳພາຂອງພັກ.

ພໍຕົກມາເຖິງສະໄໝນີ້, ພັກເຮົາໄດ້ມີການເປີດເຜີຍ ແລະ ທັ ເປີດກວ້າງໃນທຸກຂົງເຂດວຽກງານ ບໍ່ວ່າໃນຂົງເຂດບໍລິ ຫານ, ການຜະລິດທຸລະກິດ. ປັດຈຸບັນ ຜູ້ໃດໄດ້ເປັນສະມາຊິກພັກເຮົາກໍຮູ້ຢ່າງຈະແຈ້ງອອກໜ້າອອກຕາ. ໃນບາງກໍລະ ນີ ບາງທ່ານ, ບາງສະຫາຍເຖິງແມ່ນເຮົາບໍ່ຮູ້ເພິ່ນກໍຕົບເອິກໃສ່ວ່າ ເພິ່ນໄດ້ເປັນສະມາຊິກພັກແລ້ວ ວ່າຊັ້ນ ! ໂດຍສະ ເພາະແມ່ນຍາມເພິ່ນເມົາ.

ສະພາບປັດຈຸບັນນີ້, ສະມາຊິກພັກຜູ້ໃດດີ, ຜູ້ໃດອ່ອນ ແລະ ຜູ້ໃດຊົ່ວ ເຮົາກໍເຫັນ ແລະ ກໍຮູ້ຢູ່ແກ່ໃຈ ຕ່າງແຕ່ວ່າບໍ່ມີໃຜກ້າເວົ້າ. ຕາມຜູ້ຂຽນວ່າ, ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍເປັນຕົ້ນມາ ໂດຍສະເພາະແມ່ນນັບແຕ່ຄ່າມີການປ່ຽນແປງໃໝ່ມາຮອດປັດຈຸບັນນີ້ ໄດ້ມີສະມາຊິກພັກຈຳນວນບໍ່ໜ້ອຍພາໝູ່ເພ ຍ້ອນການເຫັນແກ່ຜົນປະໂຫຍດສ່ວນໂຕ ຫລາຍກວ່າສ່ວນລວມ. ອັນໂຕທີ່ມັນສະແດງອອກຢ່າງຈະແຈ້ງ ກໍຄືພາກັນສໍ້ລາດບັງຫລວງ, ກິນເງິນພັກເງິນລັດ, ຫາວິທີສ້ໍໂກງເອົາຊັບສິນຂອງລັດໄປເປັນຂອງຕົນເອງ ແລະ ພວກພ້ອງ, ໄມ້ໃຫຍ່ໆໃນປ່າກໍເກືອບດັບ, ເວົ້າເຖິງດິນດອນຕອນຫຍ້າໄປບ່ອນໃດ, ຄັກບ່ອນໃດ, ເໝາະບ່ອນໃດ ກໍວ່າແມ່ນຂອງຫົວໜ້າ, ຄະລືຫາດຫລັງໃດໃຫຍ່ໆງາມໆກໍວ່າ ແມ່ນຂອງຫົວໜ້າ, ບັນດາສະຫາຍສະມາຊິກພັກຜູ້ທີ່ຢູ່ໃກ້ກັບເງິນສະໜຸກໃຊ້, ສະໜຸກຈ່າຍ, ສະໜຸກຮັ່ງ, ສະໜຸກມີ, ສ່ວນບັນດາສະຫາຍສະມາຊິກພັກ ແລະ ພະນັກງານຄົນໃດທີ່ເຮັດໜ້າທີ່ການເມືອງ ແລະ ບໍ່ຢູ່ໃກ້ກັບເງິນແດ່ກໍເກືອບວ່າບໍ່ກຸ້ມປາກກຸ້ມທ້ອງ, ຈັບໜ້າວິດຫລັງຈັບຫລັງວິດໜ້າ.

ຕາມເຮົາວ່າ, ຄວາມຈິງຖ້າຫາກບໍ່ມີລັດຖະບານຊຸດທີ 8 ມາແກ້ ແລະ ກູ້ກຽດເອົາໄວ້ທັນ ຢ້ານວ່າພວກເຮົາຍິ່ງຈະປະສົບພົບພໍ້ກັບບັນຫາຫລາຍດ້ານ ແລະ ຍິ່ງຈະເສຍເງິນ, ເສຍຄຳ ແລະ ເສຍຊັບສິນຂອງຊາດໄປຕື່ມອີກຫລາຍໂກດຫລາຍພັນຕື້.

ເຖິງຢ່າງໃດກໍດີ, ມາຮອດປັດຈຸບັນ ຖ້າພວກເຮົາເບິ່ງສະພາບລວມໂດຍທົ່ວໄປກໍເຫັນວ່າ ເລີ່ມຫັນເຂົ້າສູ່ຄວາມເປັນລະບຽບ ແລະ ມີຄວາມສະຫງົບດີຂຶ້ນຫລາຍຢ່າງແລ້ວ ບໍ່ວ່າຈະເປັນເລື່ອງໄມ້, ເລື່ອງເງິນ, ເລ່ືອງດິນ, ເລື່ອງຄົນ, ເລື່ອງການກິນການຢູ່ ແລະ ດ້ານອື່ນໆ. ຕາມເຮົາວ່າ: ນັບແຕ່ນີ້ເປັນຕົ້ນໄປ ຖ້າບັນດາສະຫາຍສະມາຊິກພັກພວກເຮົາທຸກສະຫາຍທີ່ເປັນແກນນຳໃນທຸກຂັ້ນ, ທຸກຂອດພາກັນເປັນແບບຢ່າງທີ່ດີ, ຕັ້ງໜ້າປະຕິບັດລະບຽບກົດໝາຍຂອງລັດ, ພ້ອມກັນປະຕິບັດມະຕິຕ່າງໆຂອງພັກທີ່ໄດ້ວາງອອກນັ້ນກໍຍິ່ງຈະເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ, ທຸກຄົນກໍຈະພາ ກັນຢູ່ດີກິນດີມີຄວາມສຸກຄວາມຈະເລີນ ແລະ ສິ່ງສຳຄັນ ກ່ອນອື່ນໝົດບັນດາສະຫາຍສະມາຊິກພັກທຸກສະຫາຍຕ້ອງເປັນແບບຢ່າງນຳໜ້າ ແລະ ອັນໂຕທີ່ເດັດໆນັ້ນແມ່ນຢ່າພາໝູ່ເພ.

- 4 - ສະມາຊິກພັກຢ່າພາໝູ່ເພ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!