ຮຽນຮູ້ກົດຈະລາຈອນ ຕອນ: ປ້າຍເຕືອນທາງລົດໄຟ
February 25, 2020 - 3:40 PM


ອີກບໍ່ດົນປະເທດເຮົາກໍຈະມີທາງລົດໄຟແລ້ວ ດັ່ງນັ້ນ ຄວນສຶກສາໄວ້ກ່ອນ ເມື່ອເຖິງສະຖານະການຈຶ່ງຈະຮູ້ທັນ
ປ້າຍເຕືອນທາງລົດໄຟທີ່ຜ່ານກັບທາງລົດ ມີສອງແບບຄື:
- ປ້າຍທີ່ມີຄົນຮັກສາ ມີສັນຍະລັກເປັນລາງລົດໄຟ: ໝາຍເຖິງມີເຈົ້າໜ້າທີ່ຍາມຢູ່ບ່ອນທາງຕັດກັນ, ຄອຍລະວັງເຕືອນໄພ ໃຫ້ຄວາມສະດວກແກ່ຜູ້ໃຊ້ລົດໃຊ້ຖະໜົນ ເຊິ່ງເຮົາຈະເຫັນຮົ້ວຕັນຖ້າຫາກມີລົດໄຟຜ່ານ ແລະ ຮົ້ວເປີດເມື່ອບໍ່ມີລົດໄຟ ສ່ວນຫລາຍປ້າຍລັກສະນະນີ້ມັກຈະຢູ່ໃກ້ກັບສະຖານີ.
- ປ້າຍທີ່ບໍ່ມຄົນຮັກສາ ມີສັນຍະລັກເປັນຮູບລົດໄຟ: ໝາຍເຖິງ ບໍ່ໝີເຈົ້າໜ້າທີ່ຄອຍເຕືອນ ສ່ວນຫລາຍຈະຢູ່ຫ່າງໄກຈາກສະຖານີ ແຕ່ຈະມີໄຟສັນຍານຄອຍເຕືອນໄວ້.
ເມື່ອພົບເຫັນປ້າຍເຕືອນສອງຢ່າງນີ້ ຄວນຜ່ອນຄວາມໄວລົງ ຫລື ຢຸດຫາກມີລົດໄຟຜ່ານ ເພື່ອຄວາມປອດໄພ.
ຫາກບົດນີ້ເປັນປະໂຫຍດຊ່ວຍແຊຣ໌ໃຫ້ເພື່ອຮູ້ນຳ

