ຈົດໝາຍສັ່ງເສຍຂອງທ່ານໝໍ ຫລີ່ຫວຸນລ່ຽງ ຜູ້ບອກເຕືອນເລື່ອງໄວຣັສໂຄໂຣນາ ຫລື COVID-19 ທີ່ອູ່ຮັ່ນ
ຂ້ອຍຄິດວ່າຂ້ອຍຈະເຊົາປ່ວຍ ເສຍດາຍ ເຮັດໃຫ້ພວກເຮົາຜິດຫວັງແລ້ວ
ໃນວາລະສຸດທ້າຍຂອງຊີວິດນີ້ ຂ້ອຍມີສິ່ງທີ່ຢາກເວົ້າໃຫ້ລູກເມຍພໍ່ແມ່ຍາດຕິພີ່ນ້ອງເພື່ອນຮ່ວມງານຟັງ ຢາກເວົ້າໃຫ້ທຸກຄົນທີ່ຮູ້ຈັກ ແລະ ບໍ່ຮູ້ຈັກຟັງ ຄວາມຈິງແລ້ວ ບໍ່ເຄີຍມີຍາມໃດທີ່ຂ້ອຍຮູ້ສຶກວ່າຊີວິດຄົນຄົນໜຶ່ງມັນລ້ຳຄ່າ ແຕ່ກໍແສນຈະບອບບາງ ຂ້ອຍເສຍດາຍເຫລືອເກີນໃນຄວາມສຸກຄວາມຫອມຫວານຂອງທຸກເລື່ອງລາວທີ່ຜ່ານມາໃນຊີວິດ ຫລື ກະທັ້ງຄວາມສູນເສຍຄວາມເຈັບປວດ ແລະ ຄວາມແຄ້ນເຄືອງທຸກຄັ້ງ.
ມີຊີວິດ ດີກວ່າອີ່ຫຍັງທັງໝົດ ແຕ່ບັດນີ້ ມັນຈະນຳເອົາຂ້ອຍໄປສູ່ສະຫວັນ ແຕ່ຂ້ອຍບໍ່ຍິນດີ ເຖິງວ່າຈະໄດ້ໄປສະຫວັນ ຂ້ອຍກໍຢາກຢູ່ໃນໂລກມະນຸດ.
ເມຍທີ່ຮັກ … ລາກ່ອນຊົ່ວນິລັນດອນ ! ເຈົ້າຄົງບໍ່ໄດ້ພົບຂ້ອຍຄັ້ງສຸດທ້າຍ ຢ່າຮ້ອງໄຫ້ ຂ້ອຍຈະຈົດຈຳໃບໜ້າຍິ້ມແຍ້ມຂອງເຈົ້າຕະຫລອດໄປ ຕໍ່ຈາກນີ້ ບໍ່ວ່າລົມຝົນ ເຈົ້າຈະຍ່າງຢ່າງຍາກລຳບາກໄປຕາມລຳພັງ ພຽງບໍ່ຮູ້ວ່າ ເມື່ອເຈົ້າປ່ວຍ ບໍ່ມີຂ້ອຍຢູ່ຂ້າງກາຍ ໃຜຈະເບິ່ງແຍງເຈົ້າ ຝົນຕົກ ຂຶ້ນລົດປະຈຳທາງບໍ່ໄດ້ ໃຜຈະຮັບເຈົ້າກັບເຮືອນ ລ້ຽງລູກເມື່ອຍ ໃຜຊ່ວຍຜັດປ່ຽນ ຍັງອີກ ເຈົ້າຖືພາ ຍ່າງລຳບາກ ໃຜສິເບິ່ງແຍງ … ພໍຄິດເຖິງເລື່ອງເຫລົ່ານີ້ ຂ້ອຍຍິ່ງເຈັບປວດ ! ຂ້ອຍຄິດວ່າ ຫລືສະຫວັນຕ້ອງການຊີວິດຂ້ອຍເພື່ອແລກກັບຄວາມປອດໄພເປັນສຸກຊົ່ວຊີວິດຂອງພວກເຈົ້າແມ່ລູກ ຖ້າເປັນແບບນີ້ ຂ້ອຍກໍສະບາຍໃຈ ພໍຮອດລະດູໃບໄມ້ຫລົ່ນມາ ລູກເກີດ ຢ່າລືມບອກຂ້ອຍໃນຝັນ ເຈົ້າຕັ້ງຊື່ລູກເອງ ຢ່າໃຫ້ບໍ່ໜ້າຟັງເກີນໄປກໍໃຊ້ໄດ້
ລູກພໍ່ … ເມື່ອລູກຮູ້ຂ່າວພໍ່ຈາກໄປ ລູກຕ້ອງອົດທົນຢ່າງລູກຜູ້ຊາຍ ຢ່າຮ້ອງໄຫ້ ! ພໍ່ບໍ່ຢູ່ແລ້ວ ລູກເປັນລູກຜູ້ຊາຍຕົວນ້ອຍໆໃນເຮືອນ ຕ້ອງເບິ່ງແຍງແມ່ ປູ່ ຍ່າ ຄືພໍ່ເຮັດ ຕໍ່ໄປເບິ່ງແຍງນ້ອງຊາຍ ລູກຢາກໃຫ້ພໍ່ພາໄປທ່ຽວໄຫ່ໜັນຕອນຕຸດຈີນ ຂໍໂທດລູກ ພໍ່ຕ້ອງຜິດສັນຍາແລ້ວ ! ແຕ່ບໍ່ເປັນຫຍັງ ເອົາໄວ້ຜ່ານໄລຍະຜິດປົກກະຕິຊ່ວງນີ້ໄປ ປູ່ຍ່າກັບແມ່ຈະພາລູກໄປທ່ຽວຊົມທິວທັດສວຍງາມທົ່ວປະເທດ ລູກເຄີຍພະນັນກັບພໍ່ວ່າ ຕໍ່ໄປຈະຫລໍ່ກວ່າສູງກວ່າເກັ່ງກວ່າພໍ່ ນັ້ນເປັນເລື່ອງແນ່ນອນ ! ພໍ່ຍອມແພ້ ລູກພໍ່ ລູກ 5 ປີແລ້ວ ລູກຕ້ອງເຊື່ອຟັງແມ່ ເປັນເດັກດີທີ່ຮູ້ເລື່ອງ ກ້າຫານ ຊື່ສັດ ຮັກການຮຽນ ໃຈດີ ທ່ຽງທຳ ພໍ່ພູມໃຈໃນຕົວລູກ ລູກພໍ່ ລູກກໍຕ້ອງພູມໃຈໃນຕົວພໍ່ດ້ວຍແນ່ນອນ ເພາະພໍ່ກ້າຫານຫລາຍຊື່ຕົງຫລາຍ ວັນໜຶ່ງຂ້າງໜ້າ ລູກຈະເຂົ້າໃຈ
ພໍ່ ແມ່ … ລູກບໍ່ຮູ້ຄວາມ ບໍ່ສາມາດເບິ່ງແຍງໄດ້ອີກແລ້ວ ບຸນຄຸນທີ່ລ້ຽງ ຕ້ອງຕອບແທນຊາດໜ້າ ! ຍົກໂທດໃຫ້ລູກແດ່ທີ່ໄປໂດຍບໍ່ລາ ໄພທຳມະຊາດໄພມະນຸດ ບໍ່ມີສິ່ງໃດແນ່ນອນ ຊີວິດທີ່ເຫລືອ ພໍ່ແມ່ອາດເປັນທຸກທໍລະມານຈາກການຄິດຮອດລູກ ລູກບໍ່ຢາກໃຫ້ພໍ່ແມ່ເປັນແບບນີ້ ລູກຢາກໃຫ້ພໍ່ແມ່ສະບາຍໃຈ ລູກບໍ່ຢູ່ແລ້ວ ພໍ່ແມ່ຍັງມີຫລານມີລູກໃພ້ຢູ່ ເຫັນພວກເຂົາ ກໍຄືເຫັນລູກ ພໍ່ ແມ່ ຮູ້ວ່າພໍ່ແມ່ເຊົາດີແລ້ວ ລູກດີໃຈຫລາຍ ຢ່າເສຍໃຈ ໃຫ້ລູກໄປຢ່າງບໍ່ມີຄວາມກັງວົນ
ເພື່ອນໆທຸກຄົນ … ຂ້ອຍເສຍດາຍໝື່ນເສຍດາຍ ຂ້ອຍຄິດວ່າຕົນເອງຍັງໜຸ່ມ ຈະຕ້ອງຜ່ານເຄາະກຳຄັ້ງນີ້ໄປໄດ້ ຂ້ອຍເຄີຍຄິດວ່າເມື່ອເຊົາປ່ວຍ ຈະອາສາສະໝັກໄປສູ້ຮົບກັບເຊື້ອໂຣກຮ້າຍຢູ່ແນວໜ້າ ໃຜຈະຮູ້ ພຽງຜິດພາດໜ້ອຍດຽວ ໝິ່ນສັດຕູຫລາຍເກີນໄປຈົນແພ້
ຖ້າບໍ່ມີໂຣກລະບາດຄັ້ງນີ້ ຖ້າພວກເຮົາສາມາດລອດຈາກເຄາະຄັ້ງນີ້ ຂ້ອຍຕ້ອງຊວນພວກເຈົ້າໄປຫາກິນຂອງແຊບໆໃຫ້ທົ່ວ ຊີ້ມລົດຊາດໝາກເຊີຣີໂລລະ 158 ຢວນ ທີ່ເສຍດາຍເງິນບໍ່ເຄີຍຍອມຊື້ນັ້ນ ຊວນພວກເຈົ້າໄປເບິ່ງຄອນເສີດ …
ແຕ່ວ່າ “ຖ້າ” ກໍຍັງເປັນ “ຖ້າ” ໄປຕະຫລອດການ ຂ້ອຍບໍ່ເຄີຍເສຍໃຈທີ່ເປັນໜຶ່ງໃນແປດທີ່ “ປ່ອຍຂ່າວລື” ແລະ ກໍບໍ່ເຄີຍຮູ້ສຶກວ່າການເຮັດແບບນັ້ນຍິ່ງໃຫຍ່ ນັ້ນຄືປະຕິກິລະຍາໂດຍສັນຊາດຕະຍານຂອງຄົນທຳມະດາຄົນໜຶ່ງເມື່ອພົບສິ່ງທີ່ຈະກາຍເປັນຫາຍະນະ ຂ້ອຍບໍ່ແມ່ນວິລະບູລຸດ ຂ້ອຍເປັນພຽງຈັກກະບູລຸດແພດທຳມະດາຄົນໜຶ່ງ ຂ້ອຍບໍ່ຄິດຈະໄປສືບວ່າໃຜຖືກໃຜຜິດ ແລະ ຂໍໃຫ້ພວກເຈົ້າບໍ່ຕ້ອງໄປສືບເອົາເລື່ອງ ການມາເຖິງພຽງນີ້ ຖືກຜິດບໍ່ແມ່ນເລື່ອງສຳຄັນອີກແລ້ວ ຄວາມຈິງກັບຄວາມປອມບໍ່ສຳຄັນ ທີ່ສຳຄັນທີ່ສຸດສຳລັບພວກເຮົາຄື ສາມັກຄີເປັນໜຶ່ງດຽວ ຮ່ວມກັນເອົາຊະນະໄພຮ້າຍນີ້ໃຫ້ໄດ້
ເວລານີ້ ບໍ່ມີສິ່ງໃດສຳຄັນໄປກວ່າຊະຕາກຳຂອງຊົນຊາດໜຶ່ງ ຖືກຜິດກຽດຕິຍົດອັບປະຍົດຂອງບຸກຄົນນັ້ນ ຂ້ອຍຖິ້ມໄປດົນແລ້ວ
ຂ້ອຍເຊື່ອໃນບ້ານເມືອງຂອງເຮົາ ແລະ ຂໍໃຫ້ພວກເຮົາເຊື່ອນຳ ສັດທາຢູ່ ບ້ານເມືອງກໍຢູ່ ບ້ານເມືອງຢູ່ ເຮົາກໍຢູ່ ບໍ່ມີລະດູໜາວໃດບໍ່ຜ່ານພົ້ນ ບໍ່ມີລະດູໃບໄມ້ຫລົ່ນໃດບໍ່ມາເຖິງ ຂ້ອຍເຊື່ອວ່າ ບ້ານເມືອງຈະຄືນອູ່ຮັ່ນໃຫ້ພວກເຈົ້າ ແລະ ຄືນພວກເຈົ້າໃຫ້ອູ່ຮັ່ນ
ລາແລ້ວ ຍາດມິດຂອງຂ້ອຍ ລາແລ້ວ ໂຮງໝໍຂອງຂ້ອຍ ລາແລ້ວ ປິຕຸພູມຂອງຂ້ອຍ 35 ປີຜ່ານໄປໄຮ້ປະໂຫຍດ ຊ່າງສັ້ນແຕ່ກໍແສນຍາວ ຊີວິດນີ້ເຖິງວ່າເສຍໃຈເສຍດາຍ ແຕ່ໂລກມະນຸດມີຄ່າຄວນຢູ່ ຂ້ອຍອາໄລຫລາຍຄອຍໃຫ້ອູ່ຮັ່ນຜ່ານດ່ານນີ້ໄປ ຄອຍໃຫ້ດອກຊາກຸຣະທີ່ມະຫາວິທະຍາໄລອູ່ຮັ່ນເບັ່ງບານ ຄອຍໃຫ້ຖະໜົນຂອງອູ່ຮັ່ນຄົນໜາແໜ້ນ ຢ່າລືມສົ່ງຂ່າວບອກຂ້ອຍເທິງຟ້ານຳ ຂ້ອຍຢູ່ກັບພວກເຈົ້າຕະຫລອດໄປ ! …