ສົ່ງເສີມການຜະລິດ, ບໍ່ມີບ່ອນຈຳໜ່າຍ, ໄດ້ກຳໄລລອດພື້ນ
ທິດກໍ່າ:
ທິດກໍ່າ ໄດ້ມີໂອກາດໄປສຳຜັດກັບບັນຍາກາດແຖວເມືອງພີນ, ເມືອງເຊໂປນ ແຂວງສະຫວັນນະເຂດ ຫວ່າງອາທິດຫລັງມານີ້ ໄດ້ມີໂອກາດການພົບປະສົນທະນາກັບໝູ່ຄູ່ຮຸ້ນຮານປານດຽວ ພາກັນໂສ້ເຫລ້ເລື່ອງການສົ່ງເສີມການຜະລິດ ໂດຍສະເພາະແມ່ນການປູກ, ການລ້ຽງ ເພາະເຂດດັ່ງກ່າວເໝາະກັບການລ້ຽງສັດ ແລະ ປູກພືດຫລາຍຊະນິດ ຍ້ອນພູມີປະເທດ ແລະ ສະພາບດິນຟ້າອາກາດເປັນໃຈ ຄືມີເຂດພູຜາ, ມີແມ່ນ້ຳລຳເຊຫລາຍສາຍ ແລະ ອາກາດຂ້ອນຂ້າງໜາວກວ່າເຂດທົ່ງພຽງ. ແຕ່ວ່າໂຈເຈໂສ້ເຫລ້ກັນໄປກັນມາ ເຂົາພັດວ່າພວກເຮົາເຄີຍເຫັນ ແລະ ເຄີຍເຮັດມາແລ້ວ ວ່າຊັ້ນ ! ເລື່ອງຂອງມັນກໍມີຢູ່ວ່າ: ໃນໄລຍະຜ່ານມາ ໄດ້ມີທາງເມືອງ, ທາງແຂວງມາໂຄສະນາລະດົມໃຫ້ປະຊາຊົນມີການປູກການລ້ຽງ, ແກ້ໄຂຄວາມທຸກຈົນ ແລະ ເປັນສິນຄ້າ ແຕ່ສຸດທ້າຍປູກໄປແລ້ວບໍ່ມີບ່ອນຂາຍ ພາກັນເທເຂົ້າຕະຫລາດເມືອງພີນ, ເຊໂປນ ຄົນຊື້ກໍໜ້ອຍສຸດທ້າຍມາຜັກກໍເນົ່າ. ສ່ວນວ່າໝູໝາເປັດໄກ່ ແລະ ສັດໃຫຍ່ຄືງົວຄວາຍກໍລ້ຽງພໍໃຜພໍມັນພໍໄດ້ຂາຍ ແລະ ໄຄແດ່ໜ້ອຍໜຶ່ງ, ຍາມມີກໍມີ, ບາງມື້ສັດກໍອັ່ງຕະຫລາດ, ບາງມື້ກໍຂາດໆເຂີນໆບໍ່ປົກກະຕິ. ກ່ຽວກັບການປູກພືດອຸດສາຫະກຳນັ້ນ ດຽວນີ້ຍັງພໍໄຄແດ່ ເພາະມີໂຮງງານເຈ້ຍຊຳເປເປີມາຕັ້ງຢູ່ເມືອງເຊໂປນ ເຂົາມີການປຸກລະດົມໃຫ້ແຕ່ລະຄອບຄົວທັງເຮັດສັນຍາປູກຕົ້ນວິກ ໂດຍໂຮງງານສະໜອງເບ້ຍ, ປູກແລ້ວປົກປັກຮັກສາເອົາເອງ ເມື່ອໃຫຍ່ຂຶ້ນມາ ໂຮງງານເກັບຊື້ຄືນແຕ່ວ່າຈະເຮັດແນວໃດເມື່ອປູກລົງດິນແລ້ວຫົກປີຈຶ່ງສາມາດຕັດໄດ້. ເພື່ອລໍຖ້າຕົ້ນໄມ້ໃຫຍ່ເປັນເວລານານເຖິງ 5 ປີ 6 ປີຈັກຊິເອົາອັນໃດມາໃສ່ປາກໃສ່ທ້ອງ. ເພື່ອຄວາມມີຢູ່ມີກິນ ທຸກຄົນທຸກຄອບຄົວກໍມີແຕ່ຊອກຫາພໍໃຜພໍມັນສຸດແລ້ວແຕ່ຄວາມຖະໜັດ, ການຜະລິດທີ່ເປັນພື້ນຖານແທ້ໆກໍມີແຕ່ເຮັດນາ ແລະ ລ້ຽງສັດປູກຝັງພໍໄດ້ກິນກຸ້ມມື້ກຸ້ມວັນ. ນີ້ຄືຄຳບອກເລົ່າຂອງຄົນຊົນນະບົດທີ່ໄດ້ລະບາຍສູ່ກັນຟັງໃນສະພາບາຢອງຕາມທີ່ໄດ້ຟັງໃນຫູໄດ້ເຫັນກັບຕາ.
ແນວໃດກໍຕາມ, ເທົ່າທີ່ທິດກໍ່າຄິດ ຖ້າຈະສົ່ງເສີມກັນແບບຈິງຈັງຕາມແນວທາງຂອງພັກ ແລະ ລັດຖະບານໄດ້ວາງອອກແທ້ ເພື່ອຊ່ວຍເຂົາອອກຈາກຄວາມທຸກຍາກ, ກ່ອນອື່ນກໍຕ້ອງແມ່ນຂະແໜງການກ່ຽວຂ້ອງເປັນຜູ້ຄົ້ນຄວ້າ ແລະ ນຳພາເຂົາເຮັດ ເປັນຕົ້ນສ້າງໂຄງການຜະລິດ, ຊ່ວຍເຂົາເຈົ້າຫາແຫລ່ງທຶນ ແລະ ຈັດຕັ້ງການຜະລິດຢ່າງຄັກແນ່, ເມື່ອຜະລິດສິນຄ້າໄດ້ແລ້ວຕ້ອງມີບ່ອນຈຳໜ່າຍໂລ່ງລ່ຽນສະດວກສະບາຍ ທັງມີບ່ອນຮອງຮັບ ຈຶ່ງວ່າມີການສົ່ງເສີມການຜະລິດສຸດຂັ້ນສຸດຂີດ ເພາະຢູ່ບາງທ້ອງຖິ່ນ ປະຊາຊົນເຂົາຍັງມີຫລາຍອັນຈຳກັດ. ກົງກັນຂ້າມ ຖ້າໃຫ້ເຂົາຄິດເອງທຳເອງ ໂດຍບໍ່ມີຂະແໜງການທີ່ກ່ຽວຂ້ອງແນະນຳ-ນຳພານັ້ນ ມັນກໍຍັງອືດປານດຶງຂາເຕົ່າ ຍ້ອນວ່າຖັນແຖວຊົນນະບົດເຂົາຍັງມີລະດັບຕໍ່າ, ຍັງບໍ່ຮູ້ ແລະ ບໍ່ທັນເຂົ້າໃຈໃນຂອດການຜະລິດເປັນສິນຄ້າ, ສຸດທ້າຍມາກໍເຮັດພໍກຸ້ມປາກກຸ້ມທ້ອງ ຫລື ໄປຊອກຢູ່ຫາກິນພໍສືບມື້ສືບວັນຕາມວິຖີຊີວິດຂອງຄົນຊົນນະບົດທີ່ເຄີຍເປັນມາແຕ່ເຊັ່ນພໍ່ເຊັ່ນແມ່.
ນັບແຕ່ພັກ ແລະ ລັດຖະບານມີແຜນສົ່ງເສີມການຜະລິດຂະໜາດນ້ອຍ ແລະ ຂະໜາດກາງອອກມານີ້, ພວກເຮົາຍິ່ງມີທາງອອກຫລາຍດ້ານ ສຳຄັນແຕ່ວ່າການຜະລິດນັ້ນໄປຕາມທິດທາງ ຫລື ບໍ່ ເປັນຕົ້ນການຜະລິດທີ່ເປັນມິດກັບສິ່ງແວດລ້ອມ, ສະອາດ, ປອດສານເຄມີ ບໍ່ວ່າໃນການປູກ ກໍຄືການລ້ຽງ. ອັນສຳຄັນທີ່ສຸດ ສິນຄ້າທີ່ເຮົາຜະລິດອອກຕ້ອງມີຄຸນນະພາບອີ່ຫລີ, ຜ່ານການຮັບຮູ້ ແລະ ກວດກາຈາກຂະແໜງການກ່ຽວຂ້ອງຢ່າງຄັກແນ່. ຕາມເຮົາວ່າ ຖ້າຜູ້ໃດຫາກເຮັດໄດ້ ຕະຫລາດຈຳໜ່າຍມັນບໍ່ອຶດບໍ່ຢາກ. ຕົວຢ່າງຢູ່ພາຍໃນປະເທດມີຄວາມຕ້ອງການກິນຜັກທີ່ມີຄຸນນະພາບແຕ່ລະຊະນິດຫລາຍພັນໂຕນ, ຕ້ອງການກິນຊີ້ນປອດສານເຄມີຫລາຍພັນໂຕ ຍັງບໍ່ທັນໄດ້ເວົ້າເຖິງການສົ່ງອອກປະເທດຈີນມີແຕ່ລະເດືອນ, ແຕ່ລະປີມີຄວາມຕ້ອງການຊື້ງົວຈາກລາວຫລາຍພັນໂຕ, ແຕ່ສິ່ງສຳຄັນແມ່ນໃຜຈະເປັນຜູ້ນຳພາເຮັດ ແລະ ນຳພາໄປແບບຈິງຈັງຈິງໃຈ ເພື່ອຈະກ້າວໄປເຖິງຈຸດນັ້ນ ເພາະຄຳເວົ້າມັນງ່າຍການເຮັດມັນຍາກ. ເວົ້າຄວາມຈິງ ການຜະລິດຂະໜາດນ້ອຍ ແລະ ຂະໜາດກາງຢູ່ບ້ານເຮົາມັນຫາກໍເລີ່ມເກີດ ເພື່ອໃຫ້ບັນລຸຕາມເປົ້າໝາຍ ພວກເຮົາຕ້ອງໄດ້ພ້ອມກັນຄິດ ແລະ ພ້ອມກັນລົງມືຢ່າງເຂັ້ມແຂງ ເພາະການຜະລິດກັບການຈຳໜ່າຍມັນເປັນຄູ່ມາດຕະຖານ. ຜະລິດສິນຄ້າອອກມາແລ້ວ ຄາບ່ອນຈຳໜ່າຍມັນກໍເຫັນແຕ່ກຳໄລລອດພື້ນນັ້ນແລ້ວ.