ໄຮໄລ້ ການຊະນະນອກ ຂອງ ອັນເດ ສຸຄຳທາດ ນັກສົກ UFC ເຊື້ອຊາດລາວ


ເອັນເດ ສຸຄຳທາດ ເກີດວັນທີ 23 ເດືອນຕຸລາ ປີ 1988 ອາຍຸ 29 ປີ ປະຈຸບັນຖືສັນຊາດ ອາເມລະກາ ແຕ່ພໍ່ແມ່ເປັນ ຄົນລາວ ທີ່ ຍາຍມາອາໃສຢູ່ປະເທດ ອາເມລິກາ. ອັນເດເລີ່ມຫລິ້ນກິລາ ໂດຍການເປັນຜູ້ຮັກສາປະຕູ ເຕະບານ ມາກ່ອນ ແລະ ຫັນປ່ຽນໄປເອົາດີດ້ານມວຍ. ອັນເດ ໄດ້ລາງວັນເຊັ້ມ CES Bantamweight World Champion 11 ເດືອນມີນາ 2016 ສະຖິຕິໃນການຕໍ່ສູ້ອາຊີບຂອງ ອັນເດທັງຫມົດນັ້ນ ລາວ ຊະນະໂດຍການຕັດສິນຄະແນນພຽງຄັ້ງດຽວເທົ່າັນ້ນ ແຕ່ ຊະນະ KO/TKO (ຊະນະນອກ) ຄູ່ຕໍ່ສູ້ເຖີງ 7 ຄັ້ງ ຊະນະແບບຈັບລອກ Submissions 3 ຄັ້ງ ແລະ ແພ້ 3 ຄັ້ງ ຊຶ່ງການແພ້ຂອງ ອັນເດ ເປັນການແພ້ແບບ ນັບຄະແນນ.




ຂໍ້ມູນເພີ່ມເຕີມ: http://andresoukhamthath.com