ເຮັດຄວາມຮູ້ຈັກກັບ PTSD ອາການປ່ວຍທາງຈິດຈາກເຫດການຮຸນແຮງ

ເຮັດຄວາມຮູ້ຈັກກັບ ptsd ອາການປ່ວຍທາງຈິດຈາກເຫດການຮຸນແຮງ - 33 2 - ເຮັດຄວາມຮູ້ຈັກກັບ PTSD ອາການປ່ວຍທາງຈິດຈາກເຫດການຮຸນແຮງ
ເຮັດຄວາມຮູ້ຈັກກັບ ptsd ອາການປ່ວຍທາງຈິດຈາກເຫດການຮຸນແຮງ - kitchen vibe - ເຮັດຄວາມຮູ້ຈັກກັບ PTSD ອາການປ່ວຍທາງຈິດຈາກເຫດການຮຸນແຮງ

PTSD ແມ່ນອາການປ່ວຍທາງຈິດຈາກເຫດການຮຸນແຮງ ເຊິ່ງເຮັດໃຫ້ເກີດຄວາມເຄັ່ງຄຽດ, ຄວາມວິຕົກກັງວົນ ແລະ ຄວາມຢ້ານກົວທີ່ຝັງຢູ່ໃນຈິດໃຈ.

     PTSD (Post-Traumatic Stress Disorder) ແມ່ນສະພາບຄວາມປ່ວຍທາງຈິດໃຈເມື່ອພະເຊີນກັບເຫດການທີ່ກະທົບກະເທືອນຈິດໃຈຢ່າງຮ້າຍແຮງ ສົ່ງຜົນໃຫ້ເກີດຄວາມເຄັ່ງຄຽດຫລາຍ ເຊັ່ນ : ໄພພິບັດ, ອຸທົກກະໄພ, ແຜ່ນດິນໄຫວ, ການກໍ່ການຈະລາຈົນ, ການຂ້າຕະກຳ, ສົງຄາມ,  ການປຸ້ນຈີ້, ຂ້າຂົ່ມຂືນ ເປັນຕົ້ນ ເຊິ່ງຄົນທີ່ພະເຊີນ ຢູ່ກັບເຫດການເຫລົ່ານີ້ ລອດຊີວິດມາໄດ້ ຫລື ວ່າເປັນຜູ້ທີ່ສູນເສຍບຸກຄົນອັນເປັນທີ່ຮັກໃນເຫດການນັ້ນໆ ເຮັດໃຫ້ເກີດມີຄວາມເຄັ່ງຄຽດທາງດ້ານຈິດໃຈຊະນິດຮຸນແຮງຫລາຍຈົນທຸກທໍລະມານ ສົ່ງຜົນໃຫ້ເກີດຄວາມບົກພ່ອງໃນໜ້າທີ່ວຽກງານ ແລະ ການໃຊ້ຊີວິດປະຈຳວັນຕ່າງໆຕາມມາ.

ເຮັດຄວາມຮູ້ຈັກກັບ ptsd ອາການປ່ວຍທາງຈິດຈາກເຫດການຮຸນແຮງ - Visit Laos Visit SALANA BOUTIQUE HOTEL - ເຮັດຄວາມຮູ້ຈັກກັບ PTSD ອາການປ່ວຍທາງຈິດຈາກເຫດການຮຸນແຮງ

      ຜູ້ທີ່ເຂົ້າຂ່າຍສ່ຽງເປັນອາການ PTSD (Post-Traumatic Stress Disorder) ແມ່ນຈະມີອາການໃນຊ່ວງທຳອິດປະມານ 1 ເດືອນ ເຮົາຈະເອີ້ນວ່າໄລຍະທຳໃຈ (Acute Stress Disorder) ຫລື ອາການເຄັ່ງຄຽດກະທັນຫັນ ເຊິ່ງອາດຈະເຮັດໃຫ້ເກີດອາການເຄັ່ງຄຽດແລ້ວເກີດອາການທາງປະສາດຂຶ້ນມາໄດ້. ໄລຍະທີ 2 (PTSD: Post-Traumatic Stress Disorder) ແມ່ນກິນໄລຍະຍາວນານກ່ວາ 1 ເດືອນ ບາງຄົນອາດຈະຍາວນານຫລາຍເດືອນ ຫລື ດົນເປັນປີແລ້ວແຕ່ບຸກຄົນ, ມີລັກສະນະອາການສຳຄັນ 4 ຢ່າງ ຄື:

     1. ເຫັນພາບເຫດການຮ້າຍແຮງທີ່ເກີດຂຶ້ນນັ້ນຕາມມາຫລອກຫລອນຢູ່ຕະຫລອດ, ເກີດຂຶ້ນມາຊຳ້ແລ້ວຊຳ້ອີກ ຫລື ຝັນເຫັນຫລາຍເທື່ອ.

     2. ອາການ Flash Back  ຄື ເກີດຄວາມຕື່ນໂຕ, ເຫັນເຫດການນັ້ນໆກຳລັງຈະເກີດຂຶ້ນກັບເຮົາ, ຄວບຄຸມບໍ່ໄດ້, ເກີດອາລົມຫງຸດຫງິດ, ໂມໂຫງ່າຍ, ໃຈຮ້າຍຮຸນແຮງ ເຊິ່ງແຕ່ກ່ອນບໍ່ເຄີຍເປັນ, ນອນບໍ່ຫລັບ, ສັບສົນກະວົນກະວາຍ, ຕົກໃຈງ່າຍ, ໃຈສັ່ນ, ຄວາມດັນເລືອດສູງ, ບໍ່ມີສະມາທິ, ເຄັ່ງຄຽດໄດ້ກັບສິ່ງຕ່າງໆອ້ອມໂຕ.

     3. ພະຍາຍາມຫລີກເວັ້ນເຫດການທີ່ຈະສົ່ງຜົນເຮັດໃຫ້ກະທົບກະເທືອນຕໍ່ຈິດໃຈ ເຊັ່ນ : ພາບຂ່າວເຫດການ, ການເວົ້າເຖິງຈາກບຸກຄົນອື່ນ.

     4. ມີການປ່ຽນແປງອາລົມໃນດ້ານລົບ, ຮູ້ສຶກວ່າຊີວິດໂຕເອງໝົ່ນໝອງ ທັງໂຕເອງ ແລະ ສິ່ງອ້ອມຂ້າງ ຄິດວ່າໂຕເອງຄົງບໍ່ມີຄວາມສຸກໄດ້ອີກຕໍ່ໄປແລ້ວ, ບໍ່ສົນໃຈກິດຈະກຳທີ່ເຄີຍມັກ ຫລື ເຄີຍເຮັດມາກ່ອນອີກແລ້ວ ເຮັດໃຫ້ອາດຄິດຂ້າໂຕຕາຍ ຫລື ເພິ່ງສານເສບຕິດຕ່າງໆ ເພື່ອຕ້ອງການໃຫ້ໂຕເອງຮູ້ສຶກດີຂຶ້ນ, ແຕ່ຄວາມຈິງແລ້ວ ອາດຈະເຮັດໃຫ້ເກີດຜົນຮ້າຍແຮງຍິ່ງກ່ວາເກົ່າອີກຫລາຍເທົ່າ.

     – ກຸ່ມສ່ຽງໄດ້ແກ່ :

     1. ຄົນທີ່ມີປະສົບການຖືກທຳຮ້າຍຕອນຍັງເປັນເດັກນ້ອຍ.

  2. ຄົນທີ່ບໍ່ຄ່ອຍມີໝູ່ ຫລື ຄອບຄົວມາຄອຍຊ່ວຍເຫລືອ.

   3. ຄົນທີ່ມັກເພິ່ງພາຄົນອື່ນມາໂດຍຕະຫລອດ, ບໍ່ພະຍາຍາມຊ່ວຍເຫລືອຕົນເອງ.

     4. ຄົນທີ່ມີອາການທາງຈິດຢູ່ແລ້ວ ເຊັ່ນ : ຊຶມເສົ້າ, ໄບໂພລ່າ, ວິຕົກກັງວົນ.

   5. ຄົນທີ່ອາຍຸນ້ອຍ ບໍ່ມີປະສົບການ, ຄົນອາຍຸຫລາຍທີ່ມີບັນຫາເລື່ອງການປັບໂຕ.

     6. ແມ່ຍິງມີໂອກາດຈະເປັນ  PTSD ໄດ້ຫລາຍກ່ວາຜູ້ຊາຍ.

     – ແນວທາງການປິ່ນປົວ :

     1. ຍອມຮັບໂຕເອງ ບໍ່ຕ້ອງຢ້ານການປິ່ນປົວ ຫລື ຄິດວ່າໂຕເອງເປັນອາການທາງຈິດຮ້າຍແຮງ ບໍ່ວ່າໃຜທີ່ເຄີຍພົບເຫດການຮ້າຍໆກໍຕ້ອງເຄັ່ງຄຽດຄືກັນໝົດ.

     2. ເຮັດຈິດບຳບັດໃນດ້ານພຶດຕິກຳບຳບັດ ເຊັ່ນ : ໃຫ້ພະເຊີນກັບສິ່ງທີ່ຢ້ານ ເຫດການທີ່ເຄີຍຢ້ານ ໃຫ້ຄົນປ່ວຍໄດ້ປັບໂຕ ຫາທາງທີ່ຈະຄວບຄຸມອາການທີ່ເກີດຂຶ້ນໄດ້ດ້ວຍຕົນເອງ, ຝຶກຜ່ອນຄາຍຄວາມເຄັ່ງຄຽດ ເຊັ່ນ : ການຝຶກສະມາທິ, ຝຶກລົມຫາຍໃຈ, ວິທີການຫັກເຫຄວາມຄິດເມື່ອເຮົາຄິດໝົກໝຸ້ນ.

     3. ປິ່ນປົວດ້ວຍຢາຕາມຈິດຕະແພດສັ່ງ.

ເຮັດຄວາມຮູ້ຈັກກັບ ptsd ອາການປ່ວຍທາງຈິດຈາກເຫດການຮຸນແຮງ - 3 - ເຮັດຄວາມຮູ້ຈັກກັບ PTSD ອາການປ່ວຍທາງຈິດຈາກເຫດການຮຸນແຮງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!