ການກິນວິຕາມິນສຳລັບແມ່ລູກອ່ອນທີ່ຕ້ອງເຮັດວຽກໜັກ

ການກິນວິຕາມິນສຳລັບແມ່ລູກອ່ອນທີ່ຕ້ອງເຮັດວຽກໜັກ - 53 3 - ການກິນວິຕາມິນສຳລັບແມ່ລູກອ່ອນທີ່ຕ້ອງເຮັດວຽກໜັກ
ການກິນວິຕາມິນສຳລັບແມ່ລູກອ່ອນທີ່ຕ້ອງເຮັດວຽກໜັກ - kitchen vibe - ການກິນວິຕາມິນສຳລັບແມ່ລູກອ່ອນທີ່ຕ້ອງເຮັດວຽກໜັກ

     ແມ່ຍິງທີ່ຕ້ອງຮັບບົດບາດທັງເປັນແມ່ ແລະ ຄົນເຮັດວຽກມັກມີຄວາມເຄັ່ງຄຽດສະສົມ ເຊິ່ງຈະສົ່ງຜົນໃຫ້ຮ່າງກາຍຫລັ່ງຮໍໂມນຄໍຕິໂຊລອອກມາ ເຊິ່ງຮໍໂມນເຄັ່ງຄຽດຊະນິດນີ້ຈະກະຕຸ້ນໃຫ້ມີພຶດຕິກຳກິນເກັ່ງຂຶ້ນ ໂດຍສະເພາະການກິນອາຫານຫວານໆ ຫາກເຮົາຕາມໃຈປາກກໍຍ່ອມເຮັດໃຫ້ເກີດພະຍາດຊຳ້ເຮື້ອຕ່າງໆຕາມມາໄດ້. ນອກຈາກນີ້, ເມື່ອເກີດອາການເຄັ່ງຄຽດຈະເກີດອະນຸມູນອິດສະລະຂຶ້ນໃນຮ່າງກາຍ ເຊິ່ງປຽບໄດ້ກັບຜູ້ຮ້າຍທຳລາຍແຊນ ໂດຍຈະເຮັດໃຫ້ແຊນຕ່າງໆຜິດປົກກະຕິ ແລະ ເກີດຄວາມເຖົ້າແກ່ຊະລາໄວຂຶ້ນ. ຜົນເສຍຂອງຄວາມເຄັ່ງຄຽດສະສົມ ອາດເຮັດໃຫ້ເກີດຄວາມວິຕົກກັງວົນ ແລະ ນຳໄປສູ່ຄວາມຜິດປົກກະຕິອື່ນໆ ເຊັ່ນ : ອາການກ້າມຊີ້ນເກັງໂຕ, ຕົກໃຈງ່າຍ, ນອນບໍ່ຫລັບ, ໃຈສັ່ນ ຈົນກະທັ້ງເປັນພະຍາດຊຶມເສົ້າໄດ້.

     ຫລັກການໃນການກິນວິຕາມິນສຳລັບແມ່ລູກອ່ອນທີ່ຕ້ອງເຮັດວຽກໜັກ ມີດັ່ງນີ້ :

ການກິນວິຕາມິນສຳລັບແມ່ລູກອ່ອນທີ່ຕ້ອງເຮັດວຽກໜັກ - Visit Laos Visit SALANA BOUTIQUE HOTEL - ການກິນວິຕາມິນສຳລັບແມ່ລູກອ່ອນທີ່ຕ້ອງເຮັດວຽກໜັກ

     1. ວິຕາມິນທຳມະຊາດ : ໜັງສືມະຫັດສະຈັນອາຫານຕ້ານພະຍາດ ແນະນຳສານອາຫານທີ່ຊ່ວຍຟື້ນຟູພະລັງແມ່ລູກອ່ອນເຮັດວຽກໜັກ, ມີຄວາມເຄັ່ງຄຽດສະສົມ ແລະຢາກບຳລຸງສະໝອງໄວ້ດັ່ງນີ້ :

     2. ທາດການຊຽມ ແລະ ແມັກນີຊຽມ : ແຮ່ທາດທັງສອງຊະນິດນີ້ຄວບຄຸມການເຮັດວຽກຂອງລະບົບປະສາດ ຊ່ວຍໃຫ້ກ້າມຊີ້ນຄາຍໂຕ ໂດຍທາດການຊຽມພົບຫລາຍໃນຜັກກະລໍ່າດອກ, ປາໂຕນ້ອຍ, ນົມ, ໂຢເກິດ. ສ່ວນແມັກນີຊຽມພົບໃນຜັກຫົມ, ຜັກກາດ, ຖົ່ວເປືອກແຂງ, ແກ່ນດອກຕາເວັນ, ໝາກສາລີແລະ ການດື່ມນົມເປັນປະຈຳກໍຊ່ວຍໃຫ້ ຮ່າງກາຍໄດ້ຮັບທາດການຊຽມ.

     3. ກົດອະມິໂນທຣິບໂຕເຟນ : ເປັນໂຕສ້າງສານເຊໂຣໂທນິນ ເຊິ່ງເປັນສານສື່ປະສາດທີ່ຊ່ວຍສົ່ງເສີມອາລົມ ເຮັດໃຫ້ຮູ້ສຶກຜ່ອນຄາຍແລະ ໝັ້ນຄົງ ພົບຫລາຍໃນໝາກກ້ວຍ, ຖົ່ວທີ່ກິນໄດ້ໝົດຝັກ ແນະນຳໃຫ້ກິນອາຫານເຫລົ່ານີ້ຮ່ວມກັບຄາໂບໄຮເດຣດຈຳພວກເຂົ້າເໝົ້າ, ເຂົ້າກໍ່າ, ເຂົ້າໜົມປັງໂຮຫວີດ ເພາະຈະຊ່ວຍໃຫ້ຮ່າງກາຍດູດຊຶມກົດອະມິໂນທຣິບໂຕເຟນໄດ້ດີຂຶ້ນ ເຊິ່ງການກິນຖົ່ວເປັນປະຈຳຈະຊ່ວຍບຳລຸງສະໝອງ ແລະ ລະບົບປະສາດ.

     4. ກຸ່ມວິຕາມິນເບ ໄດ້ແກ່: ເບ 1, ເບ 2, ເບ 6, ເບ 12 : ຊ່ວຍໃນການເຮັດວຽກຂອງສະໝອງ ແລະ ລະບົບປະສາດ ຫາກຮ່າງກາຍຂາດວິຕາມິນເບ ຈະສົ່ງຜົນໃຫ້ການເຮັດວຽກຂອງລະບົບປະສາດຜິດປົກກະຕິ, ຄວາມຈື່ຈຳເສື່ອມ, ເພີ່ມຄວາມເຄັ່ງຄຽດ, ຫງຸດຫງິດ. ວິຕາມິນເບ 1 ພົບຫລາຍໃນເຂົ້າເໝົ້າ, ເຂົ້າກໍ່າ, ໝາກກ້ວຍ, ຖົ່ວແກ່ນແຫ້ງ, ປາ. ວິຕາມິນເບ 2 ພົບໃນຊີສ, ຜັກໃຜຂຽວ ແລະ  ປາ, ວິຕາມິນເບ 6 ພົບໃນເຂົ້າເບລ, ຊີສ, ທັນຍາພືດ,  ໝາກແຕງ ແຄນຕາລູບ, ຜັກກະລໍ່າ. ວິຕາມິນເບ 12 ພົບໃນຊີ້ນປາ ແລະ ຊີ້ນສັດຕ່າງໆ, ວິຕາມິນເຊ ແລະ ສັງກະສີ ມີສ່ວນຊ່ວຍຕ້ານເຊື້ອໄວຣັສທີ່ຄອຍຮຸກຮານ ເມື່ອສຸຂະພາບອ່ອນແອ.

     – ວິຕາມິນເສີມ : ຫາກກິນອາຫານຖືກຕ້ອງ ເຊິ່ງມີສານອາຫານຄົບຖ້ວນແລ້ວ ກໍບໍ່ຈຳເປັນຕ້ອງເສີມວິຕາມິນ ແລະ ສານອາຫານ, ແຕ່ຫາກຍັງໄດ້ຮັບສານອາຫານບໍ່ຄົບຖ້ວນ ແລະ ຮູ້ສຶກວ່າມີຄວາມຜິດປົກກະຕິເກີດຂຶ້ນ ກໍສາມາດກິນວິຕາມິນ  ໄດ້ດັ່ງນີ້ :

     – ກຸ່ມບຳລຸງສະໝອງ : ວິຕາມິນເບ 1, ວິຕາມິນເບ 2, ວິຕາມິນເບ 6 ຂະໜາດ 100 ມິນລີກຣາມ ເທື່ອລະ 1 ເມັດ ຫລັງອາຫານເຊົ້າ, ວິຕາມິນເບ 12 ຂະໜາດ 100 ໄມໂຄຣກຣາມ ເທື່ອລະ 1 ເມັດ ຫລັງອາຫານເຊົ້າ. ກິນຕິດຕໍ່ກັນ 5 – 6 ມື້ ແລ້ວຢຸດ 1 ມື້ ຄ່ອຍກິນຕໍ່ ສາມາດກິນຕິດຕໍ່ກັນໄດ້ດົນເນື່ອງຈາກວິຕາມິນເບບໍ່ສະສົມໃນຮ່າງກາຍ ເພາະວິຕາມິນເບ ເປັນອີກໜຶ່ງສານອາຫານທີ່ຊ່ວຍບຳລຸງສະໝອງ.

     – ກຸ່ມຫລຸດຄວາມເຄັ່ງຄຽດ, ຊ່ວຍໃຫ້ນານເຖົ້າ : ນອກຈາກຕ້ອງຮູ້ຈັກຜ່ອນຄາຍຄວາມເຄັ່ງຄຽດ ແລ້ວຄວນໄດ້ຮັບວິຕາມິນທີ່ກິນເພື່ອຊ່ວຍຫລຸດຄວາມເຄັ່ງຄຽດ, ຊ່ວຍໃຫ້ນານເຖົ້າ ດັ່ງນີ້ : ວິຕາມິນເຊ ຂະໜາດ 500 ມິນລີກຣາມ ເທື່ອລະ 1 ເມັດ ຫລັງອາຫານເຊົ້າ – ແລງ, ວິຕາມິນເບລວມ ຂະໜາດ 50 ມິນລີກຣາມ ເທື່ອລະ 1 ເມັດ ຫລັງອາ ຫານເຊົ້າ – ແລງ, ວິຕາມິນເອີ ຂະໜາດ 400 IU ເທື່ອລະ 1 ເມັດ ຫລັງອາຫານແລງ.

ການກິນວິຕາມິນສຳລັບແມ່ລູກອ່ອນທີ່ຕ້ອງເຮັດວຽກໜັກ - 4 - ການກິນວິຕາມິນສຳລັບແມ່ລູກອ່ອນທີ່ຕ້ອງເຮັດວຽກໜັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!