ຄູ່ຊີວິດມີໄວ້ໃຫ້ຮັກ, ການໃຫ້ອະໄພບໍ່ແມ່ນໄວ້ເພື່ອເອົາຊະນະ

ຄູ່ຊີວິດມີໄວ້ໃຫ້ຮັກ, ການໃຫ້ອະໄພບໍ່ແມ່ນໄວ້ເພື່ອເອົາຊະນະ - 893 - ຄູ່ຊີວິດມີໄວ້ໃຫ້ຮັກ, ການໃຫ້ອະໄພບໍ່ແມ່ນໄວ້ເພື່ອເອົາຊະນະ
ຄູ່ຊີວິດມີໄວ້ໃຫ້ຮັກ, ການໃຫ້ອະໄພບໍ່ແມ່ນໄວ້ເພື່ອເອົາຊະນະ - kitchen vibe - ຄູ່ຊີວິດມີໄວ້ໃຫ້ຮັກ, ການໃຫ້ອະໄພບໍ່ແມ່ນໄວ້ເພື່ອເອົາຊະນະ

ຄວາມຮັກບໍ່ມີຮ້າຍ ບໍ່ມີດີ ມັນຂຶ້ນຢູ່ກັບຄົນ 2 ຄົນ ຈະບໍລິຫານຈິດໃຈຂອງກັນ ແລະ ກັນໄປໃນທິດທາງໃດເທົ່ານັ້ນ. ສິ່ງທີ່ສຳຄັນໃນເມື່ອໄດ້ເປັນຄູ່ສົມລົດແລ້ວ ໃຫ້ຖືວ່າ ເປັນຄູ່ຊີວິດ ທີ່ຈະຕ້ອງໄດ້ປັບຕົວເຂົ້າຫານກັນ ພ້ອມກັນສ້າງສາຄອບຄົວ ໃຫ້ເປັນໄປຕາມທີ່ຕ້ອງການຂອງທັງສອງຄົນ, ຢ່າໃຫ້ເປັນຊີວິດຄູ່ທີ່ຢູ່ກັນໄປພຽງວັນວັນ ໂດຍບໍ່ມີການສ້າງສາພັດທະນາຄອບຄົວຂອງຕົນ ຈົນການເປັນການຈ້ອງມອງເອົາຜິດກັນຢູ່ຕະຫຼອດເວລາ. ໃຫ້ຄິດສະເໝີວ່າຄູ່ຮັກບໍ່ແມ່ນຄູ່ແຂ່ງ ເອົາແພ້ ເອົາຊະນະ. ຄວາມຮັກບໍ່ເປັນພຽງແຕ່ການຄອບຄອງຊຶ່ງກັນ ແລະ ກັນເທົ່ານັ້ນ ແຕ່ຫາກຍັງເປັນພັນທະໜ້າທີ່ຕໍ່ກັນ ແລະ ກັນ, ເບິ່ງແຍງດູແລກັນ, ໃຫ້ຄວາມອົບອຸ່ນຕໍ່ກັນ ຮັກແພງກັນຈົນເທົ້າຍອດທອງ ກະບອງຍອດເພັດ. ເຮັດອັນໃດກໍຕ້ອງປຶກສາຫາລືກັນ ເປັນເອກະພາບກັນ. ສິ່ງທີ່ຜູ້ຊາຍຕ້ອງການກໍຄືຄວາມອົບອຸ່ນຈາກໃຈຜູ້ເປັນພັນລະຍາ, ການໃຫ້ການສະໜັບສະໜູນ ແລະ ຄວາມເຄົາລົບ. ສ່ວນຜູ້ຍິງມີຄວາມຕ້ອງການ ຄວາມປອດໄພ, ຄວາມໝັ້ນຄົງຂອງຄອບຄົວ, ຄວາມຫວານຊື່ນ, ອາລົມຈິດໃນຄອບຄົວ, ຄວາມຮັກໄຄ່ເອົາໃຈຈາກສາມີ.

ບັນຫາໃຫ່ຍອັນໜຶ່ງອີກຂອງຄູ່ຊີວິດກໍຄື ເລື່ອງການເງິນ ການຄຳ, ຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນ ບໍ່ນອກໃຈກັນ, ຮູ້ຈັກໃຫ້ອາໄພຊຶ່ງກັນ ແລະ ກັນ, ຢ່າປຽບທຽບຄວາມດີ ຄວາມຊົ່ວຂອງກັນ ແລະ ກັນ, ຢ່າເບິ່ງຂໍ້ດີຂໍ້ເສຍຂອງກັນ ແລະ ກັນ, ເບິ່ງກັນໃນແງ່ດີຕໍ່ກັນສະເໝີ.

ເລື່ອງຄອບຄົວ ຊີວິດຄູ່ບໍ່ມີໃຜຜິດ ບໍ່ມີໃຜຖືກ ມີແຕ່ຮັກ ແລະ ຫ່ວງໄຍຕໍ່ກັນ ໃຫ້ຄວາມເອື້ອເຟື້ອເພື່ອແຜ່ຊຶ່ງກັນ ແລະ ກັນ, ປຸ້ມລຸມກັນສ້າງສາພັດທະນາຄອບຄົວ ສຶກສາລູກໆ ໃຫ້ເປັນຄົນດີ ແກ່ສັງຄົມ ປະເທດຊາດ.

ຄູ່ຊີວິດມີໄວ້ໃຫ້ຮັກ, ການໃຫ້ອະໄພບໍ່ແມ່ນໄວ້ເພື່ອເອົາຊະນະ - 4 - ຄູ່ຊີວິດມີໄວ້ໃຫ້ຮັກ, ການໃຫ້ອະໄພບໍ່ແມ່ນໄວ້ເພື່ອເອົາຊະນະ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!