ຂຽນໜ້າປະຫວັດສາດເປັນສະຖິຕິໂລກ ເຟດເດີເຣີ ພົບ ນາດາວມີຜູ້ເຂົ້າຊົມເກືອບ 52,000 ຄົນ!!
February 14, 2020 - 10:52 AM




ມີສະຖິຕິໂລກເກີດຂື້ນ ໃນວົງການເທັນນິສນາໆຊາດ ເມື່ອມີຜູ້ຊົມເຂົ້າຊົມການແຂ່ງຂັນຫຼາຍສຸດ 51,954 ຄົນ ໃນການແຂ່ງຂັນລາຍພິເສດການກຸສົນ (Charity Exhibition) ທີ່ນະຄອນຫຼວງແຄັບທາວ, ປະເທດອາຟຣິກາໃຕ້ ໃນທ້າຍອາທິດຜ່ານມາ, ຊຶ່ງເປັນການພົບກັນລະຫວ່າງ ໂຣເຈີ ເຟດເດີເຣີ ຊາວສະວິສ ມື 3 ຂອງໂລກ ແຊ້ມແກຣນສະແລມສູງສຸດ 20 ສະ ໄໝ ພົບກັບ ຣາຟາເອວ ນາດາວ ຊາວແອັສປາຍ ມື 2 ຂອງໂລກ ແຊ້ມແກຣນສະແລມ 19 ສະໄໝ.




ຜົນການແຂ່ງຂັນປາກົດວ່າ: ເຟດເດີເຣີ ຊະນະ ນາດາວ 2-1 ເຊັດ: 6-4 3-6 6-3 ພ້ອມດຽວກັນນັ້ນສະຖິຕິຜູ້ຊົມສູງສຸດຄັ້ງນີ້ ຍັງໄດ້ທໍາລາຍສະຖິຕິຂອງເກົ່າຂອງ ອາເລັກຊານເດີ ຊະເວເຣຟ ມື 7 ຂອງໂລກ ຈາກເຢຍລະມັນ ທີ່ພົບກັບ ໂຣເຈີ ເຟດເດີເຣີ ໃນເດືອນພະຈິກ ປີ 2019 ຜ່ານມາ ທີ່ນະຄອນຫຼວງເມັກຊິໂກ ຊິຕີ້ ປະເທດເມັກຊິໂກ້ ຄັ້ງນັ້ນມີຜູ້ຊົມ 42,217 ຄົນ.