ມີປະເທດໃດແດ່ທີ່ໃຊ້ຫຼາຍສະກຸນເງິນຢ່າງເປີດເຜີຍຄືລາວ ?

- Money - ມີປະເທດໃດແດ່ທີ່ໃຊ້ຫຼາຍສະກຸນເງິນຢ່າງເປີດເຜີຍຄືລາວ ?
- kitchen vibe - ມີປະເທດໃດແດ່ທີ່ໃຊ້ຫຼາຍສະກຸນເງິນຢ່າງເປີດເຜີຍຄືລາວ ?

ລູກເມືອງພວນ

ສະບາຍດີ ​ເພື່ອນ​ຜູ້​ອ່ານ, ຫລາຍ​ຄົນ​ຈະ​ຮູ້​ດີ​ຄຳ​ວ່າ: ເງິນແມ່ນພາຫະນະສື່ກາງໃນການແລກປ່ຽນສິນຄ້າ, ແມ່ນສິນຄ້າພິເສດ ຖືກແຍກຕົວອອກຈາກສິນຄ້າລວມ, ເຮັດໜ້າທີ່ລາຄາກາງໃນການແລກປ່ຽນສິນຄ້າ, ເງິນເປັນພາຫະນະສຳລະສະສາງ. ແຕ່ລະຊາດມີສະກຸນເງິນເປັນຂອງຕົນເອງ. ສຳລັບລາວມີເງິນກີບ ເປັນສະກຸນເງິນຂອງຕົນ.

- Visit Laos Visit SALANA BOUTIQUE HOTEL - ມີປະເທດໃດແດ່ທີ່ໃຊ້ຫຼາຍສະກຸນເງິນຢ່າງເປີດເຜີຍຄືລາວ ?

ເຖິງຢ່າງໃດກໍຕາມ, ເງິນກີບຍັງບໍ່ທັນມີບົດບາດ ໃນເວທີສາກົນ, ຄ່າເງິນກີບກໍຍັງບໍ່ທັນເປັນອັນທີ່ແນ່ນອນ, ໝາຍຄວາມວ່າຍັງມີການເໜັງຕີງຢູ່ຕະຫຼອດເວລາ, ຂຶ້ນໆລົງໆຜິດປົກະຕິ. ມາຕັ້ງບັນຫານຳກັນວ່າ ຍ້ອນຫຍັງຄ່າເງິນກີບຈຶ່ງບໍ່ທັນມີຄວາມສະຖຽນ? ກ່ອນອື່ນກໍ​ອາດຍ້ອນ ເສດຖະກິດຂອງລາວຍັງອ່ອນນ້ອຍ, ການຜະລິດບໍ່ເຂັ້ມແຂງ, ສິນຄ້າບໍ່ທັນຫຼາກຫຼາຍ. ຄ່າຂອງເງິນເວົ້າລວມແມ່ນຖືກຮັບປະກັນໂດຍຄວາມເຂັ້ມແຂງຂອງເສດຖະກິດພາຍໃນປະເທດ ແລະ ຄວາມເປັນເຈົ້າການ, ຄວາມນິຍົມຊົມຊອບ, ຄວາມມີສະຕິຊາດຂອງປະຊາຊົນພົນລະເມືອງໃນຊາດນັ້ນໆຕໍ່ການນຳໃຊ້ສະກຸນເງິນຂອງຕົນ. ຖ້າເສດຖະກິດພາຍໃນປະເທດອ່ອນແອ, ສິນຄ້າຂາດແຄນ ນຳເຂົ້າເປັນສ່ວນໃຫ່ຍ ເວລານີ້ ລາຄາສິນຄ້າຈະຖືກກຳນົດດ້ວຍຄ່າຂອງເງິນເຈົ້າພາບສິນຄ້າ. ຕົວຢ່າງ: ສິນຄ້ານຳເຂົ້າຈາກໄທ, ຈີນ ຫລື ຫວຽດນາມ ເວລາມາຂາຍຢູ່ລາວ ກໍຈະກຳນົດຕາມລາຄາທີ່ຊື້ມາຈາກສະກຸນເງິນຂອງປະເທດໆນັ້ນ ບວກກັບຄ່າຂົນສົ່ງ. ຖ້າຕົ້ນທຶນຊື້ມາ ແລະ ຄ່າຂົນສົ່ງຖືກ ເວລາມາຂາຍຢູ່ລາວກໍຈະຖືກ ແລະ ກົງກັນຂ້າມ. ສະຫຼຸບຄວາມແລ້ວ ແມ່ນຂຶ້ນຢູ່ກັບ ຄ່າຂອງເງິນປະເທດນັ້ນ. ດັ່ງ​ນີ້ ຈຶ່ງເວົ້າໄດ້ວ່າ ເພື່ອບໍ່ໃຫ້ເສຍປຽບໃນການປຽບທຽບຄ່າຂອງເງິນ, ປະເທດນຳເຂົ້າສິນຄ້າຈຶ່ງຈຳເປັນຕ້ອງສຳລະດ້ວຍສະກຸນເງິນຂອງປະເທດນັ້ນໆ. ໝາຍຄວາມວ່າສິນຄ້ານຳເຂົ້າຈາກໄທກໍຈະສຳລະດ້ວຍເງິນບາດ, ນຳເຂົ້າຈາກຈີນກໍຈະສຳລະດ້ວຍເງິນຢວນ, ນຳເຂົ້າຈາກຫວຽດນາມກໍຈະສຳລະເປັນເງິນດົງ ຫລື ​ເງິນ​ໂດ​ລາ​ສະຫະລັດ​ທີ່​ທົ່ວ​ໂລກ​ຈະ​ຫລີກ​ລ້ຽງ​ການ​ນຳ​ໃຊ້​ໄດ້​ຍາກ. ນີ້ຄືສາເຫດທີ່ລາວຈຳ​ເປັນ​ຈະ​ຕ້ອງ​ໄດ້ໃຊ້ຫຼາຍສະກຸນເງິນຕ່າງປະເທດຢູ່ລາວປັດຈຸບັນ ແລະ ກໍເປັນກົດເກນລວມຂອງທູກໆປະເທດດ້ອຍພັດທະນາໃນໂລກ.

ຕັ້ງບັນຫານຳກັນວ່າໃຊ້ຫຼາຍສະກຸນເງິນດີບໍ? ຕອບໄດ້ເລີຍວ່າ: ອັນດີ, ຖ້າຫາກມີການຕົກລົງ ຮັບປະກັນຄ່າເງິນຂອງກັນ ແລະ ກັນ ລະຫ່ວາງປະເທດ ຈະສະດວກໃນການສຳລະສະສາງ ເພາະບໍ່ໄດ້ຕີລາຄາອອກມາເປັນລາຄາເງິນກີບ, ຂໍ້ເສຍ: ເງິນກີບ ຈະບໍ່ຖືກນິຍົມຊົມຊອບນຳໃຊ້, ໃນທີ່ສຸດຄ່າຂອງເງິນກີບກໍຈະຄ່ອຍໆລຸ່ຍຫ້ຽນລົງ ແລະ ໃນທີ່ສຸດກໍບໍ່ມີຄ່າເລີຍກໍເປັນໄດ້. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ໃນເມື່ອເຮົານຳໃຊ້ສະກຸນເງິນຕ່າງປະເທດຫຼາຍໆ ແທນເງິນກີບກໍ ເປັນອັນແນ່ນອນວ່າເງິນກີບຈະບໍ່ມີຄຸນຄ່າເລີຍ, ຖືກເງິນຕາຕ່າງປະເທດຊັກຈູງ, ແຊກແຊງ ແລະ ເປັນສື່ກາງໃນການແລກປ່ຽນ ແລະ ສຳລະສະສາງ, ແລ້ວເມື່ອນັ້ນລັກຊະນະຊາດກໍຕົກຕໍ່າ ເປັນສິ່ງຫຼີກລ່ຽງບໍ່ໄດ້.

ຢາກໃຫ້ເງິນກີບແຂງຄ່າ ຕ້ອງມີການຜະລິດທີ່ເຂັ້ມແຂງ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຢູ່ພາຍໃນ​ໃຫ້​ພຽງພໍ, ພ້ອມ​ສາມາດຫຼຸດຜ່ອນການນຳເຂົ້າສິນຄ້າ​ຕ່າງປະ​ເທດ​ໄດ້​ໃນ​ສ່ວນ​ໃດ​ສ່ວນ​ໜຶ່ງ ​ແລະ ​ເບື້ອງມະຫາ​ພາກ​ຕ້ອງ​ເອົາ​ໃຈ​ໃສ່.ສົ່ງເສີມການນຳໃຊ້ເງິນກີບ ຢ່າງແຂງແຮງ, ຕິດລາຄາສິນຄ້າເປັນເງິນກີບ, ຈຳກັດການນຳໃຊ້ເງິນຕາຕ່າງປະເທດ, ບໍ່ນຳເຂົ້າສິນຄ້າທີ່ລາວຜະລິດໄດ້ຢ່າງເດັດຂາດ. ຕົວຢ່າງ: ນໍ້າດື່ມລາວສາມາດຜະລິດໄດ້ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ສັງຄົມໄດ້ຢ່າງພຽງພໍແລ້ວ, ກໍບໍ່ຈຳເປັນນຳເຂົ້າຈາກຕ່າງປະເທດ. ສິ່ງໃດລາວຜະລິດບໍ່ໄດ້ ບໍ່ເປັນ ກໍຄວນມີແຜນນຳເຂົ້າຢ່າງມີແຜນການ ແລະ ມີຄວາມເໝາະສົມ. ສະກັດກັ້ນການນຳເຂົ້າສິນຄ້າຂອງບຸກຄົນ ນິຕິບຸກຄົນ ທີ່ບໍ່ເສຍພາສີຢ່າງເຄັ່ງຄັດ.

- 4 - ມີປະເທດໃດແດ່ທີ່ໃຊ້ຫຼາຍສະກຸນເງິນຢ່າງເປີດເຜີຍຄືລາວ ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!