2020 ລັດ ມີແຜນສະໜອງແຮງງານໃຫ້ສັງຄົມຫລາຍຂຶ້ນ


ໃນປີ 2020 ນີ້; ລັດຖະບານ ມີແຜນສົມທົບກັບພາກວິສາຫະກິດ, ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດສຸມໃສ່ພັດທະນາສີມືແຮງງານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານໃຫ້ໄດ້ຢ່າງໜ້ອຍ 83.900 ຄົນ, ໃນນັ້ນ ຂະແໜງກະສິກໍາ 30.100 ຄົນ, ອຸດສາຫະກໍາ 29.600 ຄົນ, ບໍລິການ 24.200 ຄົນ.
ສະເພາະປີ 2019 ຜ່ານມາ ລາວເຮົາສາມາດພັດທະນາສີມືແຮງງານໄດ້ 75.769 ຄົນ ເທົ່າກັບ 48,83% ຂອງແຜນການປີ ໃນນີ້ຂະແໜງກະສິກໍາມີ 19.063 ຄົນ, ອຸດສາຫະກໍາ 19.332 ຄົນ ແລະຂະແໜງບໍລິການ 37.370 ຄົນ ແລະ ສາມາດສະໜອງແຮງງານໃຫ້ຕະຫຼາດແຮງງານພາຍໃນ 7.286 ຄົນ, ຕະຫຼາດແຮງງານຕ່າງປະເທດ 54.091 ຄົນ; ຈັດຕັ້ງການທົດສອບສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດໄດ້ 1.848 ຄົນ ເທົ່າກັບ73.92% ຂອງແຜນການປີ, ສ້າງມາດຕະຖານສີມືແຮງງານໃນຂະແໜງກະສິກໍາໄດ້ 5 ສາຂາອາຊີບ; ຂຶ້ນທະບຽນແຮງງານລາວທີ່ຕ້ອງການວຽກເຮັດງານທໍາສຳເລັດ 1.777 ຄົນ ແລະ ຂຶ້ນທະບຽນຕໍາແໜ່ງງານຫວ່າງຈາກຫົວໜ່ວຍແຮງງານ 2.097 ຄົນ.
ທ່ານ ບຸນທອງ ຈິດມະນີ ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳຂະແໜງການດັ່ງກ່າວວ່າ: …ໃຫ້ເພີ່ມການຄົ້ນຄວ້າສ້າງ, ປັບປຸງກົດໝາຍ, ນິຕິກຳ ແລະ ແຜນຍຸດທະສາດຕ່າງໆ ກ່ຽວກັບແຮງງານໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນລະບົບຄົບຊຸດ; ສືບຕໍ່ພັດທະນາກຳລັງແຮງງານໃຫ້ມີຄຸນນະພາບ ແລະ ເປັນກຳລັງການຜະລິດຕົ້ນຕໍໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ໂດຍເພີ່ມທະວີການມີສ່ວນຮ່ວມຂອງບັນດາພາກສ່ວນເສດຖະກິດໃນການພັດທະນາສີມືແຮງງານຕາມສາຂາອາຊີບຕ່າງໆໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດແຮງງານ, ສົ່ງເສີມການສ້າງວຽກເຮັດງານທຳຕາມຂະແໜງການເສດຖະກິດໃຫ້ມີຄວາມໝັ້ນຄົງ, ມີຜະລິດຕະພາບແຮງງານສູງຂຶ້ນ ແລະ ມີລາຍໄດ້ທີ່ເໝາະສົມ; ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ 3 ຝ່າຍໃນການສົ່ງເສີມສາຍພົວພັນແຮງງານ ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ປັບປຸງລະບົບການແກ້ໄຂຂໍ້ຂັດແຍ່ງແຮງງານ ແລະ ການປົກປ້ອງສິດຜົນປະໂຫຍດຂອງກຸ່ມແຮງງານທີ່ມີຄວາມສ່ຽງໃຫ້ມີຄວາມສະເໝີພາບໃນການເຮັດວຽກ ແລະ ບໍ່ຈຳແນກໃນສະຖານທີ່ເຮັດວຽກ, ຄຸ້ມຄອງແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ລາວຕາມຄວາມຕ້ອງການຂອງສາຂາອາຊີບທີ່ຈຳເປັນ ໂດຍໃຫ້ປະຕິບັດພັນທະຕ່າງໆໃຫ້ລັດຢ່າງຖືກຕ້ອງ, ຫຼຸດຜ່ອນການຍາດວຽກເຮັດງານທໍາຂອງແຮງງານລາວ.
# ຂ່າວ: ຣັດສະໝີ ດວງສັດຈະ