6 ປີແລ້ວ ແຕ່ຍັງລືມຄວາມຮັກສະໄໝເປັນນັກຮຽນ ມໍ ປາຍບໍ່ລົງ

- 87 1 - 6 ປີແລ້ວ ແຕ່ຍັງລືມຄວາມຮັກສະໄໝເປັນນັກຮຽນ ມໍ ປາຍບໍ່ລົງ
- kitchen vibe - 6 ປີແລ້ວ ແຕ່ຍັງລືມຄວາມຮັກສະໄໝເປັນນັກຮຽນ ມໍ ປາຍບໍ່ລົງ

ໃນໄວຮຽນຢູ່ຫ້ອງ ມໍ 6 ເຮົາລຶ້້ງກັບເພື່ອນຊາຍຮ່ວມຫ້ອງຄົນໜຶ່ງ, ເຂົາບໍ່ເຈົ້າຊູ້ ແຕ່ເຂົາເປັນຄົນລື້ນເລີງ, ມັກມ່ວນ ຊວນຫົວ. ເມື່ອພວກເຮົາຫຼີ້ນນຳກັນດົນຕໍ່ດົນກໍເກີດຄວາມຮັກນຳກັນເມື່ອໃດກໍບໍ່ຮູ້ເມື່ອ. ແຕ່ລະເທື່ອທີ່ນັ່ງຄຽງຂ້າງເຂົາ ເຮົາຮູ້ສຶກມີຄວາມອົບອຸ່ນ ແລະ ມີຄວາມສຸກ, ເບື້ອງຕົ້ນພວກເຮົາມີຄວາມໜ້າອາຍກັນ ຈຶ່ງບໍ່ກ້າຈັບບາຍກອດຈູບແຕ່ຢ່າງໃດ. ແຕ່ຍ້ອນຄວາມຮັກມາແຮງ, ມີແລງມື້ໜຶ່ງ ພາຍຫຼັງເລີກໂຮງຮຽນແລ້ວ, ພວກຂ້ອຍໄດ້ຊວນກັນໄປນັ່ງຫຼີ້ນຢູ່ກ້ອງຮົ່ມໄມ້ບ່ອນທີ່ລີ້ລັບບ່ອນໜຶ່ງ. ມື້ນັ້ນເປັນມື້ທຳອິດແຫ່ງຊີວິດຂອງຕົນ ພວກເຮົາໄດ້ ທຳຄວາມຮັກຕໍ່ກັນ ຈົນວ່າເຫັນດວງດາວ. ແຕ່ນັ້ນເປັນຕົ້ນມາ ພວກເຮົາຕິດກັນປານກາວຕິດໄມ້ ແກະຈົນບໍ່ອອກ.

ພວກເຮົາໄດ້ໃຫ້ຄຳໝັ້ນສັນຍາຕໍ່ກັນວ່າ: ຈະພ້ອມກັນເສັງໃຫ້ໄດ້ໃນບັ້ນເສັງຈົບຊັ້ນ ມໍ 7 ແລະ ພ້ອມກັນເສັງເຂົ້າຮຽນມະຫາວິທະຍາໄລແຫ່ງດຽວກັນໃຫ້ໄດ້ ເພື່ອຈະໄດ້ຢູ່ນຳກັນ. ພາຍຫຼັງເສັງເຂົ້າມະຫາວິທະຍາໄດ້ແລ້ວ, ພວກຂ້ອຍກໍໄດ້ຢູ່ນຳກັນ ຊຶ່ງບໍຕ່າງຫຍັງຜົວ-ເມຍ. ຮຽນຈົບພາກຮຽນທີໜຶ່ງຂອງປີທຳອິດມະຫາວິທະຍາໄລ ເຂົາໄດບອກກັບເຮົາດ້ວຍຄຳວ່າ “ແຍກທາງ”, ເຂົາເວົ້າວ່າ: ຄວາມຮັກບໍ່ຄືແຕ່ກ່ອນຜ່ານມາແລ້ວ ໂດຍບໍ່ຮູ້ສາເຫດ. ເຮົາຮູ້ສຶກວັ່ງເວ ແລະ ຫງວມເຫງົາສຸດພັນລະນາ. ເຖິງແມ່ນເຮົາຈະມີຜູ້ຊາຍຫຼາຍຄົນສົນໃຈ ແລະ ນຳຕື້ກໍຕາມແຕ່ຂ້ອຍບໍ່ສົນໃຈ ເພາະຂ້ອຍຍັງລືມເຂົາບໍ່ລົງ, ເຮົາມັກຈະສະແດງຄວາມຮັກທີ່ສຸດຊຶ້ງຂອງຕົນຕໍ່ກັບເຂົາໂດຍຜ່ານໜ້າເຟສສ່ວນຕົວ, ເຂົາກໍຮູ້ ເຂົາກໍເຫັນ ແຕ່ເຂົາບໍ່ໄດ້ຕອບເຮົາຈັກເທື່ອເລີຍ.

- Visit Laos Visit SALANA BOUTIQUE HOTEL - 6 ປີແລ້ວ ແຕ່ຍັງລືມຄວາມຮັກສະໄໝເປັນນັກຮຽນ ມໍ ປາຍບໍ່ລົງ

ເຖິງແມ່ນຈະລ່ວງເລີຍໄປແລ້ວ 6 ປີ ກໍຕາມ ແຕ່ໃນຈິດວິນຍານຂອງເຮົາບໍ່ສາມາດຈະລືມເຂົາລົງ ຈົນເວລານີ້ອາຍຸ 25 ປິແລ້ວ.  ເຮັດແນວໃດເຮົາຈຶ່ງຈະລືມເຂົາລົງ ເພື່ອຕັດສິນໃຈໄປກັບຊາຍຄົນອື່ນ?

- 5 - 6 ປີແລ້ວ ແຕ່ຍັງລືມຄວາມຮັກສະໄໝເປັນນັກຮຽນ ມໍ ປາຍບໍ່ລົງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!