ອົງການອະນາໄມໂລກເລີ່ມປຸກລະດົມຕໍ່ຕ້ານການໃຫ້ຂໍ້ມູນຄາດເຄື່ອນກ່ຽວກັບໄວຣັສ


ອົງການອະນາໄມໂລກ ກ່າວວ່າ: ປັດຈຸບັນກຳລັງເຮັດວຽກຕະຫລອດ 24 ຊົ່ວໂມງ ໃນການປະສານງານກັບບັນດາບໍລິສັດຍັກໃຫຍ່ດ້ານອິນເຕີເນັດ ແລະ ສື່ສັງຄົມອອນລາຍໃນການຕໍ່ຕ້ານການໃຫ້ຂໍ້ມູນທີ່ຄາດເຄື່ອນກ່ຽວກັບການລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່.
ທ່ານ ດຣ. ເທໂດຣສ ອັດຮານອມ ກີເບຣເຍຊຸສ ເລຂາທິການໃຫຍ່ອົງການອະນາໄມໂລກ ກ່າວໃນກອງປະຊຸມຄະນະກຳມາທິການຂອງອົງການອະນາໄມໂລກ ທີ່ນະຄອນເຈນີວາ ປະເທດສະວິດ ໃນວັນທີ 4 ກຸມພາວ່າ: ເຕືອນເຖິງອັນຕະລາຍທີ່ຈະເກີດຈາກການເຜີຍແຜ່ຂ່າວລື ແລະ ຂໍ້ມູນທີ່ບໍ່ກົງກັບຄວາມເປັນຈິງ. ອົງການອະນາໄມໂລກກຳລັງເຮັດວຽກຮ່ວມກັບບໍລິສັດກູເກິ້ລ ເພື່ອໃຫ້ແນ່ໃຈວ່າ: ປະຊາຊົນທີ່ໃຊ້ເວັບໄຊກູເກິ້ລຄົ້ນຫາຂໍ້ມູນກ່ຽວກັບເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຈະໄດ້ເຫັນຂໍ້ມູນຂອງອົງການອະນາໄມໂລກຢູ່ເທິງສຸດຂອງການຄົ້ນຫາ. ນອກຈາກນັ້ນ ສື່ສັງຄົມອອນລາຍອື່ນໆເຊັ່ນ: ທະວິດເຕີ, ເຟສບຸກ, ເທນເຊນ ແລະ ຕິກຕ໋ອກ ກໍດຳເນີນມາດຕະການໃນການຄວບຄຸມການໃຫ້ຂໍ້ມູນຜິດໆ. ເລຂາທິການໃຫຍ່ອົງການອະນາໄມໂລກ ກ່າວເລື່ອງນີ້ໃນຂະນະທີ່ຈຳນວນຜູ້ເສຍຊີວິດຈາກໄວຣັສໂຄໂຣນາສາຍພັນໃໝ່ຢູ່ຈີນເພີ່ມຂຶ້ນເກີນກວ່າ 360 ຄົນແລ້ວ ຫລາຍກວ່າຈຳນວນຜູ້ເສຍຊີວິດຈາກພະຍາດລະບົບທາງເດີນຫາຍໃຈກະທັນຫັນຮ້າຍແຮງ ຫລື ຊາຣ໌ສ ຢູ່ປະເທດຈີນ ໃນປີ 2002-2003.