ທຣຳ ປະກາດຖອນຕົວຈາກຂໍ້ຕົກລົງຫລຸດໂລກຮ້ອນແລ້ວ


ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມລິກາ ປະກາດວ່າອາເມລິກາຈະຖອນຕົວຈາກຂໍ້ຕົກລົງສັນຍາປາຣີ ເຊິ່ງເປັນຂອບອະນຸສັນຍາສະຫະປະຊາຊາດວ່າດ້ວຍການຮັບມືກັບການປ່ຽນແປງຂອງສະພາບອາກາດ ໂດຍທ່ານໃຫ້ເຫດວ່າເປັນຍ້ອນພາລະທາງເສດຖະກິດທີ່ຈະເກີດຂຶ້ນຈາກການຕ້ອງປະຕິບັດຕາມຂໍ້ຕົກລົງດັ່ງກ່າວ.
ປະທານາທິບໍດີອາເມລິກາ ຍັງກ່າວອີກວ່ານີ້ເປັນຕົວຢ່າງຫລ້າສຸດທີ່ຊີ້ໃຫ້ເຫັນວ່າອາເມລິກາເຂົ້າໄປມີສ່ວນຮ່ວມໃນຂໍ້ຕົກລົງທີ່ເກີດປະໂຫຍດຕໍ່ປະເທດອື່ນໆ ໂດຍສະເພາະຈີນກັບອິນເດຍ ແລະ ອາເມລິກາຈະກັບມາເຈລະຈາເພື່ອເຂົ້າຮ່ວມອີກເມື່ອເຫັນວ່າມີເງື່ອນໄຂທີ່ເປັນທຳຕໍ່ອາເມລິກາ.
+ ສະຫະພາບເອີຮົບ-ຈີນ ບໍ່ສົນໃຈ ທຣຳ ກຽມຖະແຫລງ ຈຸດຢືນເດີນໜ້າຂໍ້ຕົກລົງຫລຸດໂລກຮ້ອນ
ກຸ່ມພິທັກສິ່ງແວດລ້ອມກຣີນພິດ ສະແດງຂໍ້ຄວາມທາງທະວິດເຕີລະບຸວ່າ: ປັດຈຸບັນນີ້ ອາເມລິກາໄດ້ປ່ຽນຈາກຜູ້ນຳການປ່ຽນແປງຂອງສະພາບອາກາດເປັນຝ່າຍທີ່ສິ້ນຄິດ. ທັງນີ້, ອາເມລິກາເປັນປະເທດທີ່ປ່ອຍແກັສເຮືອນແກ້ວຫລາຍເປັນອັນດັບສອງຮອງຈາກຈີນ.


ເຖິງຢ່າງໃດກໍດີ, ກ່ອນໜ້ານີ້ ນັກວິເຄາະເບິ່ງວ່າ: ທ່ານ ທຣຳ ບໍ່ເຊື່ອວ່າບັນຫາສະພາບອາກາດປ່ຽນແປງ ແລະ ສະພາບໂລກຮ້ອນເກີດຈາກຝີມືມະນຸດ ເຊິ່ງໝາຍເຖິງການທີ່ອຸດສາຫະກຳຕ່າງໆ ໂດຍສະເພາະອຸດສາຫະກຳພະລັງງານຖ່ານຫີນປ່ອຍແກັສເຮືອນແກ້ວອອກມາເປັນຈຳນວນຫລາຍ ໂດຍທ່ານລະບຸວ່າການປຸກລະດົມກ່ຽວກັບສະພາບໂລກຮ້ອນເປັນເລື່ອງຂີ້ຕົວະທີ່ສັດຕູຂອງອາເມລິກາສ້າງຂຶ້ນ ເພື່ອທຳລາຍອຸດສາຫະກຳຂອງອາເມລິກາ. ດ້ວຍເຫດນີ້ ທ່ານ ທຣຳ ຈຶ່ງປະກາດວ່າທ່ານຈະໃຫ້ອາເມລິກາຖອນຕົວຈາກຂໍ້ຕົກລົງປາຣີ.
ສ່ວນທ່ານ ບາຣັກ ໂອບາມາ ອະດີດປະທານາທິບໍດີອາເມລິກາ ເຊິ່ງເປັນຜູ້ຕໍ່ລອງເງື່ອນໄຂຂອງຂໍ້ຕົກລົງສະບັບນີ້ທີ່ຈັດຂຶ້ນໃນປີ 2015 ກ່າວວ່າ: ລັດຖະບານຂອງທ່ານ ທຣຳ ພວມປະຕິເສດອະນາຄົດ. ທ່ານ ໂອບາມາ ກ່າວອີກວ່າ: ທ່ານໝັ້ນໃຈວ່າລັດຕ່າງໆຂອງອາເມລິກາ ແລະ ຂະແໜງທຸລະກິດກ້າວຂຶ້ນມາດຳເນີນການໃນສິ່ງທີ່ຈະຊ່ວຍປົກປ້ອງໂລກໜ່ວຍນີ້ຫລາຍຂຶ້ນ.