ຈຳປາສັກຖອດຖອນບົດຮຽນວຽກງານໂຍທາທິການ ແລະ ຂົນສົ່ງທົ່ວແຂວງ

ຈຳປາສັກຖອດຖອນບົດຮຽນວຽກງານໂຍທາທິການ ແລະ ຂົນສົ່ງທົ່ວແຂວງ - 002 1 - ຈຳປາສັກຖອດຖອນບົດຮຽນວຽກງານໂຍທາທິການ ແລະ ຂົນສົ່ງທົ່ວແຂວງ
ຈຳປາສັກຖອດຖອນບົດຮຽນວຽກງານໂຍທາທິການ ແລະ ຂົນສົ່ງທົ່ວແຂວງ - kitchen vibe - ຈຳປາສັກຖອດຖອນບົດຮຽນວຽກງານໂຍທາທິການ ແລະ ຂົນສົ່ງທົ່ວແຂວງ

      ໃນວັນທີ 29 ມັງກອນນີ້, ແຂວງຈໍາປາສັກໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວ​ກັບວຽກງານໂຍທາທິການ ແລະ ຂົນສົ່ງ​ໃນ​ທົ່ວ​​ແຂວງ​ຂອງ​ຕົນ ໂດຍການ​ເຂົ້າຮ່ວມຂອງທ່ານຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ຫົວໜ້າຫ້ອງການ ຍທຂ ນະຄອນປາກ​ເຊ ແລະ 9 ເມືອງເຂົ້າຮ່ວມ ເພື່ອສະຫຼຸບລາຍງານວຽກງານໂຍທາທິການ ແລະ ຂົນສົ່ງທົ່ວ​ແຂວງ​ໃນ​ປີຜ່ານມາ, ພ້ອມທັງແລກປ່ຽນບົດຮຽນກ່ຽວກັບການປັບປຸງແກ້ໄຂບັນຫາຈຸດ​ອ່ອນຄົງຄ້າງຕ່າງໆ ແລະ ກໍານົດທິດທາງເຄື່ອນໄຫວໃນປີ 2020 ເປັນຕົ້ນແມ່ນການຄຸ້ມຄອງຂຶ້ນທະບຽນລົດໄຖນາ, ລົດໃຫ້ເຊົ່າ (ຂາຍດາວ), ການສົມທົບທຶນກໍ່ສ້າງ ແລະ ສ້ອມແປງເສັ້ນທາງ-ຂົວ, ການຄຸ້ມຄອງບັນຫາການເກັບເງິນຄ່າທາງ, ການກວດກາເຕັກນິກລົດ, ການສອບເສັງເອົາໃບຂັບຂີ່, ການເກັບມ້ຽນ ແລະ ກໍາຈັດຂີ້ເຫຍື້ອ, ການຄຸ້ມຄອງອຸປະຕິເຫດຕາມທ້ອງຖະໜົນ, ການຄຸ້ມຄອງເຄຫາຜັງເມືອງ ແລະ ໂຄງການກໍ່ສ້າງອື່ນໆ, ທັງນີ້ກໍເພື່ອແນໃສ່ເຮັດໃຫ້ວຽກງານໂຍທາທິການ ແລະ ຂົນສົ່ງໃນທົ່ວແຂວງໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ໄດ້ຮັບການພັດທະນາດີຂຶ້ນ, ນໍາຜົນປະໂຫຍດຕົວຈິງມາສູ່ສັງຄົມ ກໍຄືທ້ອງ​ຖິ່ນ​ຢ່າງແທ້ຈິງ.

ຈຳປາສັກຖອດຖອນບົດຮຽນວຽກງານໂຍທາທິການ ແລະ ຂົນສົ່ງທົ່ວແຂວງ - 5 - ຈຳປາສັກຖອດຖອນບົດຮຽນວຽກງານໂຍທາທິການ ແລະ ຂົນສົ່ງທົ່ວແຂວງ
ຈຳປາສັກຖອດຖອນບົດຮຽນວຽກງານໂຍທາທິການ ແລະ ຂົນສົ່ງທົ່ວແຂວງ - Visit Laos Visit SALANA BOUTIQUE HOTEL - ຈຳປາສັກຖອດຖອນບົດຮຽນວຽກງານໂຍທາທິການ ແລະ ຂົນສົ່ງທົ່ວແຂວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!