ໜຸ່ມເກັບຂີ້ເຫຍື້ອ ລ້ຽງຕົນເອງຮຽນຈົບ ປະລິນຍາ

ໜຸ່ມເກັບຂີ້ເຫຍື້ອ ລ້ຽງຕົນເອງຮຽນຈົບ ປະລິນຍາ - 251 - ໜຸ່ມເກັບຂີ້ເຫຍື້ອ ລ້ຽງຕົນເອງຮຽນຈົບ ປະລິນຍາ
ໜຸ່ມເກັບຂີ້ເຫຍື້ອ ລ້ຽງຕົນເອງຮຽນຈົບ ປະລິນຍາ - kitchen vibe - ໜຸ່ມເກັບຂີ້ເຫຍື້ອ ລ້ຽງຕົນເອງຮຽນຈົບ ປະລິນຍາ

ຕ້ອງຂໍຊົມເຊີຍ ໜຸ່ມ ສູ້ຊີວິດ ເກັບຂີ້ເຫຍື້ອລ້ຽງຕົນເອງຈົນຈົບ ປະລິນຍາ ເນື່ອງຈາກວ່າສະພາບເສດຖະກິດຄອບຄົວ ພໍ່ແມ່ຈະຊ່ວຍໜູນ, ຍື່ນມືສົ່ງບໍ່ໄດ້ ໃນທີ່ສຸດ ໜຸ່ມຄົນນີ້ຕ້ອງໄດ້ຕັດສິນໃຈກຸ້ມຕົນເອງ ດ້ວຍການຫາເກັບຂີ້ເຫຍື້ອ ແລະ ຮັບຈ້າງລ້າງຈານໃນຮ້ານອາຫານ ກາງກຸງ ເພື່ອຫາເງິນລ້ຽງຊີບ ແລະ ເສຍຄ່າເທີມ. ເລື່ອງລາວຂອງໜຸ່ມຄົນນີ້ ໄດ້ກາຍເປັນຄະຕິເຕືອນໃຈໃຫ້ໃຜຫຼາຍໆຄົນຕ້ອງສະອື້ນ ແລະ ເຫັນໃຈເຕັມທີ່ ແລະ ໃຜຫຼາຍໆຄົນທີ່ມີເງື່ອນໄຂພຽບພ້ອມ ແຕ່ແລ້ວບໍ່ຍອມຮຽນ. ມື້ນີ້ ໜຸ່ມຄົນນີ້ ມີໂອກາດຖ່າຍພາບສວມຊຸດຮັບໃບປະລິນຍາບັດ ພ້ອມດ້ວຍຂໍ້ຄວາມຂອງຕົນເອງລົງໃນ ເຟສບຸກ ສ່ວນຕົວວ່າ: “ ຫາຢືມເງິນໃຜກໍບໍ່ໄດ້, ກູ້ຢືມເງິນບ່ອນໃດກໍບໍ່ໄດ້ ເພາະບໍ່ມີສີ່ງຄໍ້າປະກັນ, ຕ້ອງເກັບຂີ້ເຫຍື້ອ ແລະ ຮັບຈ້າງລ້າງຈານ ເພື່ອລ້ຽງຊີບຕົນເອງໃນໃຈກາງເມືອງໃຫ່ຍ ທີ່ຫຼຽວຫາໃຜບໍ່ເຫັນ ”

ເຖິງແມ່ນຕົ້ນທຶນຊີວິດ ຈະດ້ອຍນ້ອຍກ່ວາຄົນອື່ນກໍຕາມ ແຕ່ເພື່ອການສຶກສາ ໃຫ້ໄດ້ປະລິນຍາໄປຝາກພໍ່ແມ່ ລູກກະຕັນຍູຄົນນີ້ຕ້ອງໄດ້ດີ້ນດົນ ທົນທຸກ ບຸກໜ້າເພື່ອ ອະນາຄົດ ບໍ່ຍອມທໍ້ຖອຍຕໍ່ຄວາມທຸກຍາກລຳບາກຂອງຕົນ ແລະ ຄອບຄົວ ເພື່ອການສຶກສາ ແລະ ອະນາຄົດທີ່ເຕັມໄປດ້ວຍຄວາມຫວັງ.

ໜຸ່ມເກັບຂີ້ເຫຍື້ອ ລ້ຽງຕົນເອງຮຽນຈົບ ປະລິນຍາ - Visit Laos Visit SALANA BOUTIQUE HOTEL - ໜຸ່ມເກັບຂີ້ເຫຍື້ອ ລ້ຽງຕົນເອງຮຽນຈົບ ປະລິນຍາ
ໜຸ່ມເກັບຂີ້ເຫຍື້ອ ລ້ຽງຕົນເອງຮຽນຈົບ ປະລິນຍາ - 4 - ໜຸ່ມເກັບຂີ້ເຫຍື້ອ ລ້ຽງຕົນເອງຮຽນຈົບ ປະລິນຍາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!