ລາວຫາລືການແກ້ໄຂບັນຫາຄົງຄ້າງໃນຂະແໜງການໄຟຟ້າ

ລາວຫາລືການແກ້ໄຂບັນຫາຄົງຄ້າງໃນຂະແໜງການໄຟຟ້າ - 56 2 - ລາວຫາລືການແກ້ໄຂບັນຫາຄົງຄ້າງໃນຂະແໜງການໄຟຟ້າ
ລາວຫາລືການແກ້ໄຂບັນຫາຄົງຄ້າງໃນຂະແໜງການໄຟຟ້າ - kitchen vibe - ລາວຫາລືການແກ້ໄຂບັນຫາຄົງຄ້າງໃນຂະແໜງການໄຟຟ້າ

ໃນວັນທີ 28 ມັງກອນນີ້, ກະຊວງພະລັງງານແລະບໍ່ແຮ່ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການຜັນຂະຫຍາຍຄໍາສັ່ງເລກທີ 02/ນຍວ່າດ້ວຍການປັບປຸງລະບຽບການແລະກົນໄກປະສານງານໃນການດໍາເນີນທຸລະກິດຢູ່ສປປລາວ, ໂດຍການເປັນປະທານຂອງທ່ານຄໍາມະນີອິນທິລາດລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່, ເພື່ອປຶກສາຫາລືຫລາຍບັນຫາແລະວິທີການແກ້ໄຂຂໍ້ຄົງຄ້າງໃນວຽກງານການພັດທະນາກໍຄືດໍາເນີນທຸລະກິດໃນຂະແໜງການດັ່ງກ່າວ.

ທ່ານລັດຖະມົນຕີຄໍາມະນີອິນທິລາດມີຄໍາເຫັນວ່າ: ຜ່ານມາ, ໄດ້ມີບາງໂຄງການດໍາເນີນກິດຈະການບໍ່ໄປຕາມແຜນການແລະຂັ້ນຕອນທີ່ກໍານົດໄວ້ໃນລະບຽບກົດໝາຍ, ມີຫລາຍໂຄງການກໍ່ສ້າງເຂື່ອນສໍາເລັດແຕ່ຂະຫຍາຍຕາຄ່າຍໄຟຟ້າພັດມີຄວາມລ້າຊ້າເຮັດໃຫ້ຫລາຍເຂື່ອນໄດ້ປ່ອຍນໍ້າໄຫລຜ່ານຖິ້ມໄປລ້າໆ, ຂະນະດຽວກັນການຂະຫຍາຍລະບົບຕາຄ່າຍໄຟຟ້າໄປສູ່ຊົນນະບົດເຂດຫ່າງໄກຊອກຫລີກມີມູນຄ່າສູງ, ຂອດບໍລິການຕິດຕັ້ງໄຟຟ້າກໍມີຫລາຍຂັ້ນຕອນສ້າງຄວາມລ້າຊ້າໃຫ້ນັກລົງທຶນແລະບັນຫາອື່ນໆ. ເຊິ່ງທັງໝົດນີ້ແມ່ນອຸປະສັກໃນການຜະລິດ, ການລົງທຶນ, ການດໍາເນີນທຸລະກິດແລະການຊົມໃຊ້ໄຟຟ້າໃນສັງຄົມແລະສາເຫດທັງໝົດນັ້ນມັນເກີດມາຈາກການຄຸ້ມຄອງບໍ່ມີປະສິດທິພາບແລະການປະສານສົມທົບກັນບໍ່ໂລ່ງລຽນໜັກແໜ້ນ, ເຊິ່ງມັນສະແດງອອກຄື: ໃນຂະແໜງການພະລັງງານພວກເຮົາມີການຈັດຕັ້ງ, ມີລະບຽບການ, ມີກົດໝາຍ, ມີກົນໄກການຄຸ້ມຄອງນັບທັງມະຫາພາກ-ຈຸລະພາກທີ່ເປັນລະບົບຄົບຊຸດ, ແຕ່ໃນພາກປະຕິບັດຕົວຈິງພັດບໍ່ໄປຕາມພາລະບົດບາດແລະລະບຽບກົດໝາຍ, ຄຽງຄູ່ກັນນັ້ນຂອດການກວດກາໂຄງການກໍບໍ່ເຂັ້ມງວດນໍາອີກ. ດັ່ງນັ້ນການແລກປ່ຽນບົດຮຽນໃນການຜັນຂະຫຍາຍຄໍາສັ່ງດັ່ງກ່າວຢ່າງມີປະສິດທິຜົນຈະປະກອບສ່ວນເຮັດໃຫ້ການປະຕິບັດຕົວຊີ້ວັດຕ່າງໆທີ່ຍັງຄົງຄ້າງຂອງຂະແໜງພະລັງງານດີຂຶ້ນ.

ລາວຫາລືການແກ້ໄຂບັນຫາຄົງຄ້າງໃນຂະແໜງການໄຟຟ້າ - Visit Laos Visit SALANA BOUTIQUE HOTEL - ລາວຫາລືການແກ້ໄຂບັນຫາຄົງຄ້າງໃນຂະແໜງການໄຟຟ້າ
ລາວຫາລືການແກ້ໄຂບັນຫາຄົງຄ້າງໃນຂະແໜງການໄຟຟ້າ - 5 - ລາວຫາລືການແກ້ໄຂບັນຫາຄົງຄ້າງໃນຂະແໜງການໄຟຟ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!