ການ​ແກ້​ໄຂ​ຂັ້ນຂອດ​ມັນ​ຄາ​ຢູ່​ນຳ​ຜູ້​ເຮັດ

ການ​ແກ້​ໄຂ​ຂັ້ນຂອດ​ມັນ​ຄາ​ຢູ່​ນຳ​ຜູ້​ເຮັດ - 55 1 - ການ​ແກ້​ໄຂ​ຂັ້ນຂອດ​ມັນ​ຄາ​ຢູ່​ນຳ​ຜູ້​ເຮັດ
ການ​ແກ້​ໄຂ​ຂັ້ນຂອດ​ມັນ​ຄາ​ຢູ່​ນຳ​ຜູ້​ເຮັດ - kitchen vibe - ການ​ແກ້​ໄຂ​ຂັ້ນຂອດ​ມັນ​ຄາ​ຢູ່​ນຳ​ຜູ້​ເຮັດ

ທິດ​ກໍ່າ:

      ​ໃນ​ວັນ​ທີ 21 ມັງກອນຜ່ານ​ມານີ້, ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ອອກ​ຄຳ​ສັ່ງ​ເລກທີ 03/ນຍ ວ່າ​ດ້ວຍ​ການ​ປັບປຸງ​ວຽກ​ງານ​ບໍລິການ​ອອກ​ໃບ​ອະນຸຍາດ​ການ​ລົງທຶນ ​ແລະ ການ​ອອກ​ໃບ​ດຳ​ເນີນ​ທຸລະ​ກິດ ​ໂດຍ​ມີ​ເປົ້າໝາຍ​ສຳຄັນ​ເລັ່ງຮີບ​ຮ້ອນ​ແກ້​ໄຂ​ບັນດາ​ຂອດຂັ້ນ, ການ​ກຳນົດ​ເວລາ ​ແລະ ສິ່ງ​ກີດຂວາງ​ທີ່​ເປັນ​ອຸປະສັກ​ແກ່​ການ​ລົງທຶນ ​ແລະ ການ​ດຳ​ເນີນ​ທຸລະ​ກິດ​ໃນ ສປປ ລາວ. ສ່ວນ​ເນື້ອ​ໃນ​ຄຳ​ສັ່ງ​ທີ່​ຕ້ອງ​ເລັ່ງ​ແກ້​ໄຂ​ນັ້ນ, ອັນ​ທີ​ໜຶ່ງ​ກໍ​ແມ່ນ​ໃຫ້​ປັບປຸງ​ການ​ບໍລິການ​ປະຕູ​ດຽວ​ເປັນ​ກົນ​ໄກ​ອຳນວຍ​ຄວາມ​ສະດວກ ນັບ​ແຕ່​ການ​ບໍລິການ​ຕ້ອນຮັບ, ການ​ສະໜອງ​ຂໍ້​ມູນ, ການ​ອອກ​ໃບ​ອະນຸຍາດ​ກິດຈະ ການ​ສຳ​ປະທານ, ກິດຈະການ​ຄວບ​ຄຸມ, ​ໃບ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ບໍລິການ​ຫລັງ​ອະນຸຍາດ ​ເປັນຕົ້ນການ​ບໍລິການ​ວີ​ຊາ, ບັດ​ພັກ​ເຊົາ, ບັດ​ແຮງ​ງານ​ຜູ້​ລົງທຶນ, ການ​ປະສານ​ງານ​ຕິດຕາມ​ເອົາ​ຄຳ​ເຫັນ​ຂອງ​ຂະ​ແໜງ​ການ​ໃນ​ບັນຊີ​ກິດຈະການ​ສຳ​ປະທານ, ກິດຈະການ​ຄວບ​ຄຸມ ​ແລະ ການ​ປະສານ​ງານ ​ເພື່ອ​ໃຫ້​ໄດ້​ໃບ​ທະບຽນ​ວິ​ສາ​ຫະກິດ, ​ໃບ​ທະບຽນ​ອາກອນ ​ແລະ​ ​ໃບ​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ​ຂອງ​ຂະ​ແໜງ​ການ ​ເພື່ອ​ມອບ​ໃຫ້​ນັກ​ລົງທຶນ ​ແລະ ບໍລິການ​ອື່ນໆ​ຢູ່​ຈຸດ​ດຽວ​ເລີຍ. ອັນ​ທີ​ສອງ ​ພາຍຫລັງ​ໄດ້ຮັບ​ເອກະສານ​ລົງທຶນ​ແລ້ວ ຕ້ອງ​ສົ່ງ​ໄປ​ຂໍ​ຄຳ​ເຫັນ​ນຳ​ຂະ​ແໜງ​ການ​ກ່ຽວຂ້ອງ​ພາຍ​ໃນ​ກຳນົດ 2 ວັນ​ລັດຖະການ. ​ເມື່ອ​ໄດ້​ຮັບ​ຄຳ​ເຫັນ​ຕອບ​ຄືນ​ຄົບ​ຖ້ວນ​ແລ້ວ ຕ້ອງ​ນຳ​ສະ​ເໜີ​ບັນຫາ​ດັ່ງກ່າວ​ຕໍ່​ຄະນະ​ກຳມະການ​ສົ່ງ​ເສີມ ​ແລະ ຄຸ້ມ​ຄອງ​ການ​ລົງທຶນ ​ເພື່ອ​ພິຈາລະນາ​ອະນຸມັດ ຫລື ປະຕິ​ເສດ. ອັນ​ທີ​ສາມ ການ​ຍື່ນ​ຄຳ​ຮ້ອງ​ຂໍ​ລົງທຶນ​ໃນ​ກິດຈະການ​ສຳ​ປະທານ ​ແລະ ກິດຈະການ​ຄວບ​ຄຸມ​ແມ່ນ​ໃຫ້​ຍື່ນ​ເອກະສານ​ຂໍ​ທຶນ​ຜ່ານ​ຫ້ອງການ​ບໍລິການ​ການ​ລົງທຶນ​ປະຕູ​ດຽວ​ຂັ້ນສູນ​ກາງ​ຕັ້ງຢູ່​ກົມ​ສົ່ງ​ເສີມ​ການ​ລົງທຶນຂັ້ນ​ແຂວງ, ນະຄອນຫລວງ​ວຽງ​ຈັນ​ຕັ້ງຢູ່​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ຕາມ​ການ​ແບ່ງ​ຂັ້ນຄຸ້ມ​ຄອງ ​ໂດຍ​ບັນດາ​ກະຊວງ, ບັນດາ​ອົງການ​ລັດ​ທຽບ​ເທົ່າ​ກະຊວງ, ອົງການ​ປົກຄອງ​ຂັ້ນທ້ອງ​ຖິ່ນ​ຕ້ອງ​ແນະນຳ​ໃຫ້​ຜູ້​ລົງທຶນ​ດຳ​ເນີນ​ການ​ຍື່ນ​ຄຳ​ຮ້ອງ​ໃຫ້​ຖືກ​ຕາມ​ຂັ້ນຕອນ ​ເພື່ອ​ເຮັດ​ໃຫ້ການ​ຄົ້ນຄວ້າ​ເປັນ​ລະບົບ ​ແລະ ສອດຄ່ອງ​ກັບ​ກົດໝາຍ. ອັນ​ທີ​ສີ່ ​ແມ່ນ​ໃຫ້​ສ້າງ​ລະບົບ​ເອ​ເລັກ​ໂຕຣນິກ ​ເພື່ອ​ເຊື່ອມ​ຕໍ່​ຂໍ້​ມູນ​ກ່ຽວ​ກັບ​ທະບຽນ​ວິ​ສາ​ຫະກິດ, ​ໃບ​ອະນຸຍາດ​ລົງທຶນ, ​ໃບ​ທະບຽນ​ອາກອນ ​ແລະ ອະນຸຍາດ​ດຳ​ເນີນ​ທຸລະ​ກິດ​ລະຫວ່າງ​ຂະ​ແໜງ​ການ ​ແລະ ການ​ລົງທຶນ, ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ, ຂະ​ແໜງ​ການ​ເງິນ ​ແລະ ຂະ​ແໜງ​ກ່ຽວຂ້ອງ​ໃຫ້​ເປັນ​ຖານ​ຂໍ້​ມູນ​ດຽວ. ອັນ​ທີ​ຫ້າ ຕ້ອງ​ເປັນ​ເຈົ້າການ​ສັງ​ລວມບັນຊີ​ຜະລິດ​ຕະພັນ​ສຳ​ເລັດ​ຮູບ​ຈາກ​ຂະ​ແໜງ​ການ​ກ່ຽວຂ້ອງ​ທີ່​ສາມາດ​ຜະລິດ ​ແລະ ສະໜອງ​ໄດ້​ພຽງພໍ​ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການຄົ້ນຄວ້າ​ພິຈາລະນາ​ການ​ໃຫ້​ນະ​ໂຍບາຍ​ດ້ານ​ພາສີ ​ແລະ ອາກອນ​ໃນ​ການ​ຂໍ​ນະ​ໂຍບາຍ​ນຳ​ເຂົ້າຂອງ​ບັນດາ​ໂຄງການ​ພາກ​ເອກະ​ຊົນ​ໃຫ້​ວ່ອງ​ໄວ.

ການ​ແກ້​ໄຂ​ຂັ້ນຂອດ​ມັນ​ຄາ​ຢູ່​ນຳ​ຜູ້​ເຮັດ - Visit Laos Visit SALANA BOUTIQUE HOTEL - ການ​ແກ້​ໄຂ​ຂັ້ນຂອດ​ມັນ​ຄາ​ຢູ່​ນຳ​ຜູ້​ເຮັດ

      ​ແນວ​ໃດ​ກໍ​ຕາມ, ​ໃນ​ຫລາຍ​ປີຜ່ານມາ ​ເມື່ອ​ເວົ້າ​ເຖິງ​ການ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ອະນຸຍາດ​ການ​ດຳ​ເນີນ​ທຸລະ​ກິດ​ແລ້ວ ພວກ​ເຮົາ​ກໍ​ມີ​ກົດໝາຍ​ສົ່ງ​ເສີມ​ການ​ລົງທຶນ ນັບ​ທັງ​ບັນດາ​ນິຕິ​ກຳ​ຕ່າງໆ​ລຸ່ມ​ກົດໝາຍ​ຫລາຍ​ສະບັບ ​ເຊິ່ງຫລ້າ​ສຸດ​ນີ້​ກໍ​ແມ່ນ​ຄຳ​ສັ່ງ​ເລກທີ 03/ນຍ ທີ່​ໄດ້​ກ່າວ​ມາ​ນີ້. ນອກຈາກ​ນັ້ນ ​ໃນ​ສອງ​ສາມ​ປີຜ່ານມາ ທາງ​ລັດຖະບານ​ເຮົາ​ຍັງ​ໄດ້​ວາງ​ນະ​ໂຍບາຍ 3 ​ເປີດ​ເພີ່ມ​ຕື່ມ ​ແຕ່​ກໍ​ເຫັນ​ວ່າການ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ​ຍັງ​ຂ້ອນ​ຂ້າງ​ອືດ​ອາດ​ປານ​ດຶງ​ຂາ​ເຕົ່າ. ​ໃນ​ໂອກາດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ທີ່​ຫາ​ກໍ​ປິດ​ລົງ​ໃນຕົ້ນ​ເດືອນ​ທັນວາ​ນັ້ນ, ທ່ານ​ນາຍົກ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ມີ​ຄຳ​ເຫັນ​ວ່າ: ການ​ບໍລິການ​ຂອດ​ປະຕູ​ດຽວ ຖ້າ​ໃຜ​ເຮັດ​ບໍ່​ໄດ້​ກໍ​ຈຳ​ເປັນ​ໄດ້​ປ່ຽນ​ເອົາ​ຜູ້​ທີ່​ເຮັດ​ໄດ້​ມາ​ເຮັດ​ແທນ ​ແລະ ຫລ້າ​ສຸດ ຍັງ​ມີ​ຄຳ​ສັ່ງ​ເລກທີ 03/ນຍ ນີ້​ມາ​ເພີ່ມ​ຕື່ມ ກໍ​ຫວັງ​ວ່າ​ຈະ​ເປັນ​ກຳລັງ​ແຮງ​ໃນ​ການ​ແກ້​ໄຂ​ຂອດຂັ້ນການ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ບ້ານ​ເຮົາ​ໃຫ້​ກ້າວ​ກະ​ໂດດ​ຂັ້ນວ່ອງ​ໄວ​ຕາມ​ຈຸດປະສົງ​ໄດ້​ຫລາຍ​ເທົ່າ.

      ​ເທົ່າ​ທີ່​ທິດ​ກໍ່າ​ຄິດ, ກ່າວ​ເຖິງ​ບັນດາ​ນິຕິ​ກຳ​ຕ່າງໆ​ໃນ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ​ໃນ ສປປ ລາວ​ເຮົາ ບໍ່​ວ່າ​ດ້ານ​ກົດໝາຍ ກໍ​ຄື​ບັນດາ​ນິຕິ​ກຳ​ຕ່າງໆ ພວກ​ເຮົາ​ມີ​ຫລວງຫລາຍ ​ແລະ ຄົບ​ຊຸດ​ສົມຄວນ,​ ​ແຕ່​ສິ່ງ​ທີ່​ຍັງ​ຄ້າງ​ຄາ​ອືດ​ອາດ​ນັ້ນມັນ​ຄາ​ຢູ່​ນຳ​ຜູ້​ເຮັດ​ເປັນ​ຂອດ​ຕັດສິນ. ​ເມື່ອ​ໃດ​ຜູ້​ເຮັດ​ບໍ່​ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່​ພາລະ​ໜ້າ​ທີ່, ​ເຮັດ​ຫຍັງ​ລົງ​ໄປ​ຄິດ​ເຫັນ​ແຕ່​ຜົນ​ປະ​ໂຫຍ​ດ​ແກ່​ຕົນ​ເອງ​ມາ​ເປັນ​ຫລັກມັນ​ກໍ​ຍາກ ​ເຊິ່ງມັນ​ບໍ່​ຕ່າງ​ຫຍັງ​ກັບ​ສຸພາສິດ​ເຂົາ​ວ່າ: ນ້ຳບໍ່​ຍ່ອຍ ຫອຍ​ກໍ​ບໍ່​​ໄຕ່ ​ເພາະ​ມັນ​ຄາ​ຢູ່​ນຳ​ຄົນ​ຜູ້​ເຮັດ​ນັ້ນ​ເອງ.

ການ​ແກ້​ໄຂ​ຂັ້ນຂອດ​ມັນ​ຄາ​ຢູ່​ນຳ​ຜູ້​ເຮັດ - 3 - ການ​ແກ້​ໄຂ​ຂັ້ນຂອດ​ມັນ​ຄາ​ຢູ່​ນຳ​ຜູ້​ເຮັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!