ສານປະຊາຊົນນະຄອນຫລວງຕັດສິນປະຫານຊີວິດຜູ້ຄ້າຢາເສບຕິດ 8 ລາຍ


ໃນທ້າຍອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນໄດ້ຕັດສິນປະຫານຊີວິດຜູ້ຄ້າຢາເສບຕິດລາຍໃຫຍ່ 8 ລາຍຄື: ທ້າວ ກິນ້ອຍ ອາຍຸ 36 ປີ ຢູ່ບ້ານອາກາດ, ນາງ ປາວີນາ (ຈູລີ) ອາຍຸ 19 ປີ ຢູ່ບ້ານວັດໄຕນ້ອຍ, ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ, ທ້າວ ຫວາດອາຍຸ 41 ປີ, ນາງ ແກ້ວ ອາຍຸ 39 ປີ (ຜົວເມຍກັນ) ຢູ່ບ້ານສີບຸນເຮືອງ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ທ້າວ ຄອນປະສົງ ອາຍຸ 43 ປີ ແລະ ນາງ ມະນີວັນ ອາຍຸ 43 ປີ (ຜົວເມຍກັນ) ຢູ່ບ້ານສະພັງມຶກ, ເມືອງໄຊທານີ ນະຄອນຫລວງວຽງຈັນ, ທ້າວເພັດສາຄອນ (ຈຸ້ນ) ອາຍຸ 24 ປີຢູ່ບ້ານໜອງແຕ່ງໃຕ້, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ແລະ ທ້າວ ໄມແສງຊອນ ອາຍຸ 42 ປີຢູ່ບ້ານປາກຮາວ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວໃນຂໍ້ຫາສະຖານຄວາມຜິດຄ້າຂາຍຢາເສບຕິດປະເພດເຮໂຣອິນ, ຢາບ້າ, ຟອກເງິນ, ຊື້ຂາຍອາວຸດເສິກ, ເປັນນັກເລງອັນຕະພານ, ທໍາຮ້າຍຮ່າງກາຍແລະຊື້-ຂາຍຊັບຂອງພົນລະເມືອງຜິດກົດໝາຍ, ເຊິ່ງເປັນການກະທໍາທີ່ແຕະຕ້ອງເຖິງຄວາມສະຫງົບຂອງຊາດແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສະຖຽນລະພາບທາງດ້ານເສດຖະກິດຂອງຊາດ, ລະບຽບບໍລິຫານທີ່ກໍານົດໄວ້ໃນກົດໝາຍອາຍາແລະກົດໝາຍອື່ນໆ ຂອງ ສປປລາວ ແລະ ໃນມື້ດຽວກັນ, ສານປະຊາຊົນດັ່ງກ່າວກໍໄດ້ຕັດສິນລົງໂທດຜູ້ຮ່ວມຂະບວນການອີກ 14 ລາຍໃຫ້ຈໍາຄຸກແຕ່ 2-20 ປີ, ພ້ອມປັບໄໝແຕ່ 2-600 ລ້ານກວ່າກີບຕາມຄວາມຜິດໜັກເບົາ.ນອກນີ້, ສານປະຊາຊົນນະຄອນຫລວງຍັງໄດ້ຕັດສິນຢຶດຊັບຂອງພວກກ່ຽວທີ່ໃຊ້ເຂົ້າໃນການກະທໍາຜິດ ປະກອບມີ: ເຮືອນ, ທີ່ດິນ, ພາຫະນະແລະຊັບສິນອື່ນໆ ເປັນຂອງລັດ.