​ເບິ່ງ​ຫລັກ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ລັດ​ໃນ​ຍີ່ປຸ່ນ

​ເບິ່ງ​ຫລັກ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ລັດ​ໃນ​ຍີ່ປຸ່ນ - 256 - ​ເບິ່ງ​ຫລັກ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ລັດ​ໃນ​ຍີ່ປຸ່ນ
​ເບິ່ງ​ຫລັກ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ລັດ​ໃນ​ຍີ່ປຸ່ນ - kitchen vibe - ​ເບິ່ງ​ຫລັກ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ລັດ​ໃນ​ຍີ່ປຸ່ນ

     ​ໃນຕົ້ນໆ​ປີ 2011 ຄື​ປະມານ 10 ປີ​ຢ້ອນ​ຫລັງ ຈານ​ແຫຍ່​ ຖືກ​ແຕ່ງຕັ້ງ​ໃຫ້​ນຳພາ​ຄະນະ​ຜູ້​ແທນ​ໜຸ່ມ​ຊາວ​ກວ່າ​ຄົນ​ໄປ​ທັດສະນະ​ສຶກສາ​ທີ່​ປະ​ເທດ​ຍີ່ປຸ່ນ ​ເນື່ອງ​ຈາກ​ເປັນ​ຄະນະ​ທີ່​ເຮັດ​ໜ້າ​ທີ່​ຊ່ວຍ​ວຽກ​ໃຫ້​ແກ່​ສະພາ​ແຫ່ງ​ຊາດ ທັງ​ຢູ່​ສູນ​ກາງ ​ກໍ​ຄື​ເຂດ​ເລືອກ​ຕັ້ງ. ດັ່ງນັ້ນ ບົດຮຽນ​ທີ່​ປະ​ເທດ​ເຈົ້າພາບ​ຖອດ​ຖອນ​ໃຫ້​ຈຶ່ງ​ກ້ຽວໆ​ວຽນໆ​ກັບ​ວຽກ​ລັດຖະສະພາ, ວຽກ​ສ້າງ​ກົດໝາຍ ​ແລະ ວຽກ​ການ​ເປັນ​ຕົວ​ແທນ​ໃຫ້​ແກ່​ປະຊາຊົນ​ຕາມ​ບົດບາດ​ຂອງ​ລັດຖະສະພາ ​ແລະ ສະພາ​ປະຊາຊົນ​ທ້ອງ​ຖິ່ນ ​ເນື່ອງ​ຈາກ​ເປັນ​ລາຍການ​ທັດສະນະ​ສຶກສາ​ໄລຍະ​ສັ້ນໆ. ດັ່ງນັ້ນ ທັງ​ຄະນະ​ຜູ້​ແທນ ​ແລະ ທັງ​ເຈົ້າພາບ​ຈຶ່ງ​ຕ້ອງ​ໄດ້​ເຮັດ​ວຽກ “​ໂມງ​ເປັນ​ນາທີ-ນາທີ​ເປັນ​ວິນາທີ” ນັບ​ວ່າ​ເປັນ​ເລື່ອງ​ອ່າວ​ແປກ​ໃໝ່​ສຳລັບ​ຄົນ​ລາວ​ພວກ​ເຮົາ, ​ແຕ່​ສຳລັບ​ຄົນ​ຍີ່ປຸ່ນ​ທີ່​ເປັນ​ເຜົ່າ​ພັນ​ດຸ​ດັນ​ຂະຫຍັນ​ວຽກ​ລະດັບ “​ເອົາ​ຫົວ​ຍ່າງ​ຕາງ​ຕີນ” ນັ້ນ ມັນ​ກໍ​ເປັນ​ເລື່ອງ​ທຳ​ມະ​ດາ.

      ຫົວ​ຂໍ້​ໜຶ່ງ​ທີ່​ ຈານ​ແຫຍ່ ຕິດ​ໃຈ​ແຮງ​ເຖິງ​ຂັ້ນ​ເອົາ​ມາ​ເລົ່າ​ສູ່​ໝູ່​ຟັງ​ບໍ່​ມີ​ມື້ສຸດ​ເປັນນັ້ນ ກໍ​ຄື​ເລື່ອງ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ລັດ​ຂອງ​ຍີ່ປຸ່ນ ​ເພື່ອ​ພໍດີ​ກັບ​ໜ້າ​ເຈ້ຍ​ສຳລັບ​ຄໍ​ລຳ​ນີ້ ຈຶ່ງ​ຂໍ​ເວົ້າສັ້ນໆ​ວ່າ ​ໃນ​ເບື້ອງຕົ້ນ ຫລັກ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ຍີ່ປຸ່ນນັ້ນມີ​ຖານະ​ເປັນ​ພຽງ​ຂໍ້​ກຳນົດ​ກົດ​ລະບຽບ​ເທົ່າ​ນັ້ນ ຕໍ່​ມາ​ໃນ​ທ້າຍ​ຊຸມ​ປີ 1990 ຈຶ່ງ​ໄດ້​ແປ​ຮູບ​ມາ​ເປັນ​ກົດໝາຍ​ເຕັມຕົວ ​ເພື່ອ​ຮັບປະກັນ​ຜົນ​ສັກສິດ​ໃນ​ການ​ປະຕິບັດຫລັກ​ຈັນ​ຍາ​ບັນ. ​ແຕ່​ທີ່​ເປັນ​ໜ້າ​ສົນ​ໃຈ​ກ່ຽວ​ກັບ​ກົດໝາຍ​ຈັນ​ຍາ​ບັນ​ຂອງ​ຍີ່ປຸ່ນ​ນັ້ນ ກໍ​ຄື​ການ​ກຳນົດ​ເປົ້າໝາຍ​ຫ້າມ​ພະນັກງານ​ລັດ​ເຮັດ​ຢ່າງ​ສັງ​ລວມ, ຈະ​ແຈ້ງ ​ແລະ ມີ​ເປົ້າໝາຍ​ຢ່າງ​ຄັກ​ແນ່ ບໍ່​ແມ່ນ​ວາງ​ເປົ້າໝາຍ​ແບບ​ນ້ຳຖ້ວມ​ທົ່ງ, ​ແບບ​ຫ້າມ​ກິ​ຫ້າມ​ກີ. ຫລັກ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ລັດ​ຢູ່​ຍີ່ປຸ່ນ​ນັ້ນ​ເນັ້ນຂໍ້​ຫ້າມ​ການ​ກະທຳ​ທີ່​ຈະ​ເປັນ​ອັນຕະລາຍ​ທາງ​ດ້ານ​ເສດຖະກິດ​ເປັນຕົ້ນຕໍ ກໍ​ຄື​ການ​ປະພຶດ​ທີ່​ຈະ​ເຮັດ​ໃຫ້​ພະນັກງານ​ເສື່ອ​ມທາດ​ຂາດ​ຄຸນ, ຂາດ​ຄວາມ​ໄວ້​ວາງ​ໃຈ ​ແລະ ຄວາມ​ເຊື່ອ​ໝັ້ນຈາກ​ປະຊາຊົນ ກໍ​ຄື​ສັງຄົມ ​ເຊິ່ງສັງ​ລວມ​ເປັນ 4 ຂໍ້​ດັ່ງ​ລຸ່ມ​ນີ້: ຄື​ໜຶ່ງ ຫ້າມ​ຮ່ວມ​ຮັບ​ປະທານ​ອາຫານ​ໂດຍ​ແມ່ນ​ຄົນ​ອື່ນ​ທີ່​ມີ​ຜົນ​ປະ​ໂຫຍ​ດ (ມີ​ສ່ວນ​ໄດ້​ສ່ວນ​ເສຍ​ນຳ​ກັນ) ນຳ​ກັນ​ເປັນ​ຄົນ​ຈ່າຍ​ໃຫ້. ຂໍ້​ນີ້​ເວົ້າ​ໃຫ້​ແຈ້ງ​ກໍ​ຄື ຫ້າມ​ຮ່ວມ​ຮັບ​ປະທານ​ອາຫານ​ຕາມ​ຮ້ານ​ອາຫານ​ໂດຍ​ແມ່ນ​ນັກທຸລະກິດ​ເປັນ​ເຈົ້າພາບ​ຈ່າຍ​ໃຫ້. ພະນັກງນ​ລັດ​ທີ່​ໄປ​ຮັບ​ປະທານ​ອາຫານ​ທາງ​ນອກ​ກັບ​ຄົນ​ອື່ນ​ຕ້ອງ​ໄດ້​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ຂອງ​ຕົນ​ຊາບ​ວ່າ ​ໃຜ​ເປັນ​ຄົນ​ຈ່າຍ. ຂໍ້​ທີ​ສອງ​ກໍ​ຄື ຫ້າມ​ຮ່ວມ​ຫລິ້ນກິລາ​ຕີກ໊ອບ​ໂດຍ​ແມ່ນ​ຄົນ​ອື່ນ​ຈ່າຍ ຫລື ​ເອື້ອອຳນວຍ​ຄວາມ​ສະດວກ​ໃຫ້ ​ເພື່ອ​ຜົນ​ປະ​ໂຫຍ​ດຕອບ​ແທນ​ຕາມ​ທີ່​ຫລັງ. ຫລັກການ​ຂໍ້​ທີ​ສາມ​ກໍ​ຄື ຫ້າມ​ພະນັກງານ​ລັດ ກໍ​ຄື​ສະມາຊິກ​ຄອບຄົວ​ຂອງ​ຕົນ​ເດີນທາງ​ໄປ​ທ່ອງ​ທ່ຽວ​ໂດຍ​ແມ່ນ​ຄົນ​ອື່ນ​ຈ່າຍ​ຄ່າ​ເດີນທາງ ​ແລະ ຄ່າ​ອຳນວຍ​ຄວາມ​ສະດວກ​ອື່ນໆ​ໃຫ້ ​ແລະ ຂໍ້​ສຸດ​ທ້າຍ​ແມ່ນ​ພົວພັນ​ກັບ​ເລື່ອງ​ຊື້ຮຸ້ນ ​ເຊິ່ງມີ​ກົດ​ລະບຽບ​ສະ​ເພາະ​ຕ່າງຫາກ​ສຳລັບ​ພະນັກງານ.

​ເບິ່ງ​ຫລັກ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ລັດ​ໃນ​ຍີ່ປຸ່ນ - Visit Laos Visit SALANA BOUTIQUE HOTEL - ​ເບິ່ງ​ຫລັກ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ລັດ​ໃນ​ຍີ່ປຸ່ນ

       ຜູ້​ບັນ​ລະ​ຍາຍ​ກ່ຽວ​ກັບ​ຫລັກ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ລັດ​ຍີ່ປຸ່ນ​ບອກ​ວ່າ: ບັນຫາ​ທີ່​ຕັ້ງຂຶ້ນ​ເປັນ​ຂໍ້​ຫ້າມ​ນັ້ນ ​ໄດ້​ຖອດ​ມາ​ຈາກ​ບັນຫາ​ຕົວ​ຈິງ​ທີ່​ເຄີຍ​ສ້າງ​ຄວາມ​ເສື່ອ​ມ​ເສຍ​ໃຫ້​ແກ່​ພະນັກງານ​ຂອງ​ລັດ​ຈຳນວນ​ໜຶ່ງ​ໃນ​ໄລຍະ​ຜ່ານ​ມາ ລວມທັງ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ເສດຖະກິດ. ຫລັກຈັນ​ຍາ​ບັນ​ທັງ​ສີ່​ນີ້​ບໍ່​ໄດ້​ຫ້າມ​ພະນັກງານ​ລັດ​ຫລິ້ນກິລາ​ຕີກ໊ອບ, ຮ່ວມ​ຮັບ​ປະທານ​ອາຫານ​ກັບ​ຄົນ​ອື່ນ, ​ເດີນທາງ​ໄປ​ທ່ອງ​ທ່ຽວ ກໍ​ຄື​ພົວພັນ​ເລື່ອງ​ຮຸ້ນ ມີ​ພຽງ​ແຕ່​ເພື່ອ​ຮັບປະກັນ​ຄວາມ​ໂປ່​ງ​ໃສ, ຄວາມ​ບໍລິສຸດ​ຂອງ​ພະນັກງານ​ລັດ ​ເພື່ອ​ຮັບປະກັນ​ສັດທາ ​ແລະ ຄວາມ​ເຊື່ອ​ໝັ້ນຂອງ​ປະຊາຊົນ​ຕໍ່​ພວກ​ເຂົາ​ເຈົ້າ. ດັ່ງນັ້ນ ພະນັກງານ​ທີ່​ມີ​ການ​ພົວພັນ​ກັບ​ກິດຈະກຳ​ທັງ​ສີ່​ຢ່າງ​ທີ່​ກ່າວ​ມາ​ເທິງ​ນັ້ນ ຕ້ອງ​ໄດ້​ລາຍ​ງານ​ຄວາມ​ບໍລິສຸດ​ຂອງ​ຕົນ​ຕໍ່​ທາງ​ການ ​ເຖິງ​ວ່າ​ຕົນ​ເອງ​ບໍ່​ໄດ້​ເຮັດ​ແນວ​ຜິດພາດ​ກໍ​ຕາມ.

​ເບິ່ງ​ຫລັກ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ລັດ​ໃນ​ຍີ່ປຸ່ນ - 3 - ​ເບິ່ງ​ຫລັກ​ຈັນ​ຍາ​ບັນ​ຂອງ​ພະນັກງານ​ລັດ​ໃນ​ຍີ່ປຸ່ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!