ການອອກໃບອະນຸຍາດລົງທຶນ, ດໍາເນີນທຸລະກິດຢູ່ລາວຈະວ່ອງໄວ ແລະ ໂປ່ງໃສຂຶ້ນ

ການອອກໃບອະນຸຍາດລົງທຶນ, ດໍາເນີນທຸລະກິດຢູ່ລາວຈະວ່ອງໄວ ແລະ ໂປ່ງໃສຂຶ້ນ - 314 - ການອອກໃບອະນຸຍາດລົງທຶນ, ດໍາເນີນທຸລະກິດຢູ່ລາວຈະວ່ອງໄວ ແລະ ໂປ່ງໃສຂຶ້ນ
ການອອກໃບອະນຸຍາດລົງທຶນ, ດໍາເນີນທຸລະກິດຢູ່ລາວຈະວ່ອງໄວ ແລະ ໂປ່ງໃສຂຶ້ນ - kitchen vibe - ການອອກໃບອະນຸຍາດລົງທຶນ, ດໍາເນີນທຸລະກິດຢູ່ລາວຈະວ່ອງໄວ ແລະ ໂປ່ງໃສຂຶ້ນ

ໃນຕໍ່ໜ້ານີ້, ການອອກໃບອະນຸຍາດລົງທຶນແລະດໍາເນີນທຸລະກິດຢູ່ສປປລາວຈະມີຄວາມວ່ອງໄວ, ໂປ່ງໃສ ແລະເປັນເອກະພາບໃນການຄຸ້ມຄອງຢູ່ທົ່ວປະເທດ, ພາຍຫລັງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກຄໍາສັ່ງວ່າດ້ວຍການປັບປຸງວຽກງານການບໍລິການການອອກໃບອະນຸຍາດລົງທຶນແລະໃບອະນຸຍາດດໍາເນີນທຸລະກິດສະບັບເລກທີ 03/ນຍລົງວັນທີ 21 ມັງກອນ 2020, ໂດຍມອບໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນທົ່ວປະເທດທີ່ມີຄວາມຮັບພິຊອບໃນວຽກງານສົ່ງເສີມການລົງທຶນ, ການບໍລິການປະຕູດຽວໃຫ້ຮີບຮ້ອນແກ້ໄຂບັນດາຂອດຂັ້ນ, ການກໍານົດເວລາ ແລະ ສິ່ງກີດຂວາງທີ່ເປັນອຸປະສັກໃຫ້ແກ່ການອະນຸຍາດລົງທຶນແລະດໍາເນີນທຸລະກິດຢູ່ສປປລາວ.

ສະເພາະຂະແໜງແຜນການ ແລະ ການລົງທຶນແມ່ນໃຫ້ປັບປຸງກົນໄກບໍລິການປະຕູດຽວໃຫ້ທັນສະໄໝ, ເພື່ອອອກໃບທະບຽນວິສາຫະກິດ, ໃບທະບຽນອາກອນ, ໃບອະນຸຍາດດໍາເນີນທຸລະກິດແລະເອກະສານອື່ນໆໃຫ້ນັກລົງທຶນຢູ່ຈຸດດຽວ. ມອບໃຫ້ຂະແໜງອຸດສາຫະກໍາ ແລະ ການຄ້າເປັນເຈົ້າການປະສານສົມທົບກັບຂະແໜງການກ່ຽວຂ້ອງຕ່າງໆໃນການປັບປຸງການອອກໃບອະນຸຍາດດໍາເນີນທຸລະກິດພາຍຫລັງທີ່ໄດ້ຮັບໃບອະນຸຍາດລົງທຶນແລະ ໃບທະບຽນວິສາຫະກິດໃຫ້ມີຄວາມວ່ອງໄວແລະກິດຈະການທີ່ບໍ່ນອນໃນບັນຊີຄວບຄຸມແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າສະບັບເລກທີ 0023/ອຄ.ກຄທວລົງວັນທີ 9 ມັງກອນ 2019.

ສໍາລັບກະຊວງການເງິນມອບໃຫ້ແກ້ໄຂການນໍາເອົາແຜນນໍາເຂົ້າປະຈໍາປີ (Master List) ເຂົ້າລະບົບການແຈ້ງພາສີປະຕູດຽວແຫ່ງຊາດໂດຍໄວ, ພາຍຫລັງຂໍ້ຕົກລົງຈາກຂະແໜງແຜນການແລະການລົງທຶນຮັບຮອງແລ້ວ. ພ້ອມນີ້, ຄໍາສັ່ງດັ່ງກ່າວ, ຍັງໄດ້ຄະນະກໍາມະການສົ່ງເສີມແລະຄຸ້ມຄອງການລົງທຶນຂັ້ນສູນກາງແລະທ້ອງຖິ່ນຕ້ອງກໍານົດວັນເວລາຂັ້ນຕອນການພິຈາລະນາແລະອະນຸຍາດໃຫ້ລະອຽດຊັດເຈນເພື່ອໃຫ້ມີຄວາມວ່ອງໄວແລະຫລຸດຜ່ອນການປະກອບເອກະສານຂອງນັກລົງທຶນ, ພ້ອມທັງໃຫ້ທຸກພາກສ່ວນກ່ຽວຂ້ອງປະຕິບັດຄໍາສັ່ງສະບັບຢ່າງເຂັ້ມງວດ. ເພື່ອອໍານວຍຄວາມສະດວກໃນການດໍາເນີນທຸລະກິດແລະຖືກຕ້ອງຕາມລະບຽບກົດໝາຍ, ເພີ່ມທະວີຄວາມອາສາມາດໃນການແຂ່ງຂັນດຶງດູດການລົງທຶນໃຫ້ຫລາຍ,ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ການອອກໃບອະນຸຍາດລົງທຶນ, ດໍາເນີນທຸລະກິດຢູ່ລາວຈະວ່ອງໄວ ແລະ ໂປ່ງໃສຂຶ້ນ - 4 - ການອອກໃບອະນຸຍາດລົງທຶນ, ດໍາເນີນທຸລະກິດຢູ່ລາວຈະວ່ອງໄວ ແລະ ໂປ່ງໃສຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!