ປູກຄົນ-ປູກໄມ້
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ 2-3 ມື້ມານີ້ ຫລາຍຄົນກໍຈະໄດ້ສຸມໃສ່ເຮັດໜ້າທີ່ຂອງຜູ້ເປັນພໍ່ເປັນແມ່ ຈັດຕັ້ງການສະເຫລີມສະຫລອງວັນບຸນຂອງຜູ້ເປັນລູກເປັນຫລານດ້ວຍຫລາຍຮູບແບບ, ບາງບ່ອນກໍຈັດໃຫ້ມີການສະແດງສິລະປະວັນນະຄະດີຂອງບັນດານ້ອງໆ ແລະ ບາງບ່ອນທີ່ມີເງື່ອນໄຂແດ່ກໍອາດຈະຈັດຕັ້ງໃຫ້ເດັກໄດ້ອອກໄປທ່ຽວຫລິ້ນເບິ່ງສວນສັດ, ແຫລ່ງທ່ອງທ່ຽວທາງວັດທະນະທຳ ແລະ ປະຫວັດສາດອັນເປັນມູນເຊື້ອຂອງຊາດ ເພື່ອເດັກຈະໄດ້ຮຽນຮູ້ເຖິງຄຸນຄ່າຕ່າງໆຂອງມັນ ແລະ ອື່ນໆ ເພື່ອແນໃສ່ປູກຈິດສຳນຶກທີ່ດີໃຫ້ເດັກໄດ້ພັດທະນາຕົນເອງກາຍເປັນຄົນຮູ້ຜູ້ດີໃນອະນາຄົດ ແລະ ຄຽງຄູ່ກັນນັ້ນ ກໍແມ່ນການກະກຽມ ແລະ ສຸມໃສ່ຂະບວນປູກໄມ້ແຫ່ງຊາດ ທີ່ພັກ ແລະ ລັດຖະບານເຮົາໄດ້ກຳນົດເອົາວັນທີ 1 ມິຖຸນາຂອງທຸກໆປີ ເປັນວັນປູກໄມ້ແຫ່ງຊາດ ເພື່ອແນໃສ່ເພີ່ມການປົກຫຸ້ມຂອງປ່າໄມ້ໃນປະເທດເຮົາຮອດປີ 2020 ໃຫ້ກວມເອົາ 70% ເຊິ່ງຄາດໝາຍນີ້ກໍບໍ່ແມ່ນເລື່ອງງ່າຍປານໃດ ຖ້າພວກເຮົາບໍ່ເຮັດຢ່າງຈິງຈັງ ແລະ ເຮັດຢ່າງມີປະສິດທິຜົນແທ້ຈຶ່ງຈະສາມາດໄປເຖິງຈຸດໝາຍດັ່ງກ່າວໄດ້. ກໍດັ່ງຂະແໜງການກ່ຽວຂ້ອງ ເພິ່ນໄດ້ຕີລາຄາວ່າ: ເກືອບ 40 ປີຜ່ານມາ, ຂະບວນປູກໄມ້ຢູ່ປະເທດເຮົາແມ່ນເຮັດໄປໄດ້ດີ ແຕ່ຂອດບົວລະບັດຮັກສາຍັງເຮັດໄດ້ໜ້ອຍ ອັນເຮັດໃຫ້ອັດຕາການລອດເຫລືອຂອງຕົ້ນໄມ້ປູກໃໝ່ມີປະລິມານໜ້ອຍ ຈຶ່ງເກີດໃຫ້ມີກໍລະນີປີໃດກໍປູກໃສ່ແຕ່ຂຸມເກົ່າ ແລະ ເພື່ອແກ້ໄຂສິ່ງຫຍໍ້ທໍ້ນີ້ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າໃຫ້ລະອຽດ ໂດຍສະເພາະຂະແໜງປ່າໄມ້ຕ້ອງມີການທົດລອງ ແລະ ແນະນຳໃຫ້ແຕ່ລະທ້ອງຖິ່ນຮັບຊາບວ່າ: ໄມ້ແຕ່ລະຊະນິດຄວນປູກຢູ່ໃນສະພາບແວດລ້ອມແນວໃດ ? ປູກໃສ່ເຂດໜາວ ຫລື ເຂດຮ້ອນ, ເຂດເນີນສູງ ຫລື ເຂດທົ່ງພຽງ ແລະ ທ້ອງຖິ່ນໃດເໝາະສົມກັບໄມ້ປະເພດໃດກໍຄວນວາງແຜນເລັ່ງໃສ່ປູກໄມ້ຊະນິດດັ່ງກ່າວໃຫ້ຫລາຍ ແລະ ບໍ່ພຽງແຕ່ເທົ່ານັ້ນ ເມື່ອປູກໄປແລ້ວຕ້ອງແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ ຈະແມ່ນບຸກຄົນ ຫລື ນິຕິບຸກຄົນ ຫລື ສຳນັກງານອົງການຕ່າງໆກໍໄດ້ ເພື່ອມອບຄວາມຮັບຜິດຊອບໃຫ້ເຂົາເຈົ້າເປັນຜູ້ເບິ່ງແຍງບົວລະບັດຮັກສາບໍ່ໃຫ້ສັດ ຫລື ສັດຕູພືດອື່ນໆທຳລາຍ ເພື່ອເຮັດແນວໃດໃຫ້ໄມ້ປູກໃໝ່ມີອັດຕາຈະເລີນເຕີບໂຕດີຂຶ້ນ, ພ້ອມນັ້ນກໍຄວນເອົາໃຈໃສ່ໃນນະໂຍບາຍຍ້ອງຍໍສັນລະເສີນຕໍ່ບ່ອນໃດເຮົາໄດ້ດີ ແລະ ກົງກັນຂ້າມ ບ່ອນໃດເຮັດບໍ່ດີກໍຕ້ອງຕຳນິສົ່ງຂ່າວ. ຖ້າຮ້າຍແຮງກໍຕ້ອງປະຕິບັດຕາມລະບຽບກົດໝາຍ ຖ້າເຮັດໄດ້ແນວນີ້ກໍຈະເຮັດໃຫ້ຂະບວນການປູກໄມ້ຂອງປະເທດເຮົາມີປະສິດທິຜົນ ແລະ ບໍ່ສິ້ນເປືອງວັດຖຸເງິນຄຳຂອງລັດ ດັ່ງປາກົດມີໃນຜ່ານມາ. ປີໃດກໍຂຶ້ນງົບປູກໄມ້ເປັນຈຳນວນມະຫາສານ ແຕ່ຜົນຂອງມັນກໍຍັງບໍ່ໄປບໍ່ມາ.