ບາເຊໂລນາ ປົດເບົາເບເດ້ແລ້ວ…! ແຕ່ງຕັ້ງ ກີເກ້ ເຊຕຽນ ຄຸມທັບແທນ

ບາເຊໂລນາ ປົດເບົາເບເດ້ແລ້ວ...! ແຕ່ງຕັ້ງ ກີເກ້ ເຊຕຽນ ຄຸມທັບແທນ - Lpn4          - ບາເຊໂລນາ ປົດເບົາເບເດ້ແລ້ວ…! ແຕ່ງຕັ້ງ ກີເກ້ ເຊຕຽນ ຄຸມທັບແທນ
ບາເຊໂລນາ ປົດເບົາເບເດ້ແລ້ວ...! ແຕ່ງຕັ້ງ ກີເກ້ ເຊຕຽນ ຄຸມທັບແທນ - kitchen vibe - ບາເຊໂລນາ ປົດເບົາເບເດ້ແລ້ວ…! ແຕ່ງຕັ້ງ ກີເກ້ ເຊຕຽນ ຄຸມທັບແທນ

 ພາຍຫຼັງທີ່ມີຂ່າວຕະຫຼອດໃນຕົ້ນເດືອນທີ່ຜ່ານມາວ່າ: ເອເນສໂຕ້ ເບົາເບເດ້ ຈະຖືກປົດຈາກຕຳແໜ່ງຜູ້ຈັດການທີມບາເຊໂລນາ ຍອດທີມຈາກສະເປນ ຢ່າງເປັນທາງການແລ້ວ, ຖະແຫຼງການຈາກ ບາເຊໂລນາ ລະບຸວ່າ: ມີການຕົກລົງກັນລະຫວ່າງ ບາເຊໂລນາ ແລະ ເອເນສໂຕ້ ເບົາເບເດ້ ເພື່ອຈະຢຸດຕິສັນຍາຂອງເຂົາໃນຖານະຜູ້ຈັດການທີມ

ນັບຕັ້ງແຕ່ ເອເນສໂຕ້ ເບົາເບເດ້ ເຂົ້າມາຄຸມບາເຊໂລນາໃນປີ 2017 ຕໍ່ຈາກ ຫຼຸຍ ເອັນຣິກເກ້ , ເບົາເບເດ້ ໄດ້ພາທີມຄວ້າ ແຊ້ມລາລີກ້າ 2 ປີຊ້ອນ ໃນລະດູການ 2017/18 ແລະ 2018/19 ນອກຈາກນັ້ນຍັງໄດ້ແຊ້ມ ໂກປາ ເດເຣ ກັບ ຂັນຊຸບເປີ້ຄັບ ສະເປນ ປີ 2019

    ສ່ວນໃນລະດູການນີ້ ຫຼັງຈາກການແຂ່ງຂັນ ລາລີກາ ສະເປນ ຜ່ານໄປ 19 ນັດ ເບົາເບເດ້ ພາບາເຊໂລນາ ຂື້ນເປັນຈ່າຝູງໂດຍມີ 40 ຄະແນນ ເທົ່າ ເຣອັນ ມັດຣິກ, ນອກຈາກນີ້ ເບົາເບເດ້ ກາຍເປັນຜູ້ຈັດການທີມຄົນທຳອິດທີ່ຖືກ ບາເຊໂລນາ ປົດລົງຊ່ວງກາງລະດູການນັບຕັ້ງແຕ່ ຫຼຸຍ ຟານເກົາ ຜູ້ຈັດການທີມຈອມປັດຊະຍາ ເຄີຍຖືກປົດກາງລະດູການເມື່ອ ເດືອນມັງກອນປີ  2003

    ສຳຫຼັບຜູ້ທີ່ຈະມາທຳໜ້າທີ່ແທນ ຄື ກີເກ້ ເຊຕຽນ ອະດີດກອງກາງ ແລະ ອະດີດ ຜູ້ຈັດການທີມ ຣາຊີ້ງ ຊານຕານເດ ທີ່ແຍກທາງກັບ ເຣອັນ ເບຕີສ ເມື່ອສີ້ນລະດູການທີ່ຜ່ານມາ ແລະ ຈະເຊັນສັນຍາກັບບາເຊໂລນາ ເຖີງກາງປີ 2022

ບາເຊໂລນາ ປົດເບົາເບເດ້ແລ້ວ...! ແຕ່ງຕັ້ງ ກີເກ້ ເຊຕຽນ ຄຸມທັບແທນ - 4 - ບາເຊໂລນາ ປົດເບົາເບເດ້ແລ້ວ…! ແຕ່ງຕັ້ງ ກີເກ້ ເຊຕຽນ ຄຸມທັບແທນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!