ບໍລິການສຳພັດ
January 10, 2020 - 3:15 PM


ການໃຫ້ການບໍລິການສຳພັດນີ້ເປັນທີ່ນິຍົມກັນໃນຫຼາຍປະເທດຕາມເມືອງໃຫ່ຍໆ ໃນບັນດາລັດລັອດແອນເຈລິດ, ໂຕກຽວ ແລະ ລອນດອນ ຊຶ່ງຜູ້ໃຫ້ບໍລິການສຳພັດນີ້ເຂົາຈະຄິດຄ່າບໍລິການເປັນຊົ່ວໂມງ ໂດຍສິ່ງທີ່ເຂົາຈະເຮັດໃຫ້ອີກກໍຄືການນອນກອດ ລູບຄຳຕາມສ່ວນຕ່າງໆຂອງຮ່າງກາຍໄດ້ໂດຍບໍ່ມີເລື່ອງຂອງເພດສຳພັນເຂົ້າມາກ່ຽວຂ້ອງ ແຕ່ຈະເນັ້ນໃຫ້ຄວາມຮູ້ສຶກອົບອຸ່ນຄືເປັນແຟນ, ເປັນເພື່ອນສະໜິດ, ເປັນເອື້ອຍ ຫຼື ນ້ອງສາວ ເວົ້າລົມລະບາຍຄວາມຮູ້ສຶກກັນ ຊຶ່ງເຂົາຈະຄິດຄ່າບໍລິການຊົ່ວໂມງລະ 80 ຫຼຽນໂດລາສະຫະລັດ.