ເລັ່ງສົ່ງເສີມການຜະລິດ ເສດຖະກິດຈຶ່ງເຂັ້ມແຂງ
ທິດກໍ່າ:
ຈາກຕົວເລກການສົ່ງອອກຂອງລາວເຮົາ ນັບແຕ່ເດືອນມັງກອນຫາເດືອນພະຈິກ ປີ 2019 ບັນລຸໄດ້ 372 ລ້ານໂດລາສະຫະລັດ, ແຕ່ວ່າການນຳເຂົ້າມີເຖິງ 635 ລ້ານໂດລາສະຫະລັດ. ເມື່ອເປັນເຊັ່ນນີ້ ກໍສະແດງວ່າຍັງຂາດດຸນຢູ່ 263 ລ້ານໂດລາສະຫະລັດ. ປະເພດສິນຄ້າຫລັກທີ່ລາວເຮົາສົ່ງອອກມີແຮ່ທາດ, ຜົນຜະລິດກະສິກຳ ແລະ ເຄື່ອງປ່າຂອງດົງເປັນຕົ້ນຕໍ, ສ່ວນສິນຄ້ານຳເຂົ້າຫລັກໆປະກອບມີ: ພາຫະນະ, ອາໄຫລ່, ເຄື່ອງກົນຈັກ, ລົດ ແລະ ເຄື່ອງໃຊ້ສອຍໃນຊີວິດປະຈຳວັນອື່ນໆ.
ເມື່ອຕັ້ງໂຈດກັນວ່າ: ດ້ວຍສາເຫດໃດ ຕົວເລກການຂາດດຸນຈຶ່ງຍັງຂ້ອນຂ້າງສູງ ? ມັນກໍບໍ່ມີຫຍັງແປກປະຫລາດ ໃນເມື່ອການສົ່ງອອກໜ້ອຍ ການນຳເຂົ້າຫລາຍກໍຖືວ່າມີການຂາດດຸນຫລາຍ. ກົງກັນຂ້າມ ຖ້າມີການສົ່ງອອກຫລາຍ ການນຳເຂົ້າໜ້ອຍກໍຖືວ່າຂາດດຸນໜ້ອຍ ຫລື ຖ້າຫາກການສົ່ງອອກເກີນກວ່າການນຳເຂົ້າຢ່າງຫລວງຫລາຍກໍເປັນອັນວ່າບໍ່ມີການຂາດດຸນ ເອີ້ນວ່າ: ເກີນດຸນ ເມື່ອນັ້ນຈຶ່ງຖືວ່າລະບົບເສດຖະກິດຂອງຊາດມີຄວາມໝັ້ນຄົງ ແລະ ຍືນຍົງ. ໃນຫລາຍສະຕະວັດຜ່ານມາ ຕ້ອງຍອມຮັບວ່າເສດຖະກິດການຜະລິດຂອງບ້ານເຮົາບໍ່ທັນເຂັ້ມແຂງອີ່ຫລີ. ສາເຫດກໍເນື່ອງມາຈາກຫລາຍປັດໄຈ ຈົນກາຍເປັນພື້ນຖານອັດຕະລັກທາງດ້ານເສດຖະກິດ ແລະ ສັງຄົມວັດທະນະທຳຈົນຈະແກ້ໄຂໄດ້ຍາກ. ໃນປະຫວັດສາດປະເທດພວກເຮົາເຄີຍເປັນຫົວເມືອງຂຶ້ນຂອງສັກດີນາ ແລະ ຈັກກະພັດເຂົ້າມາຍຶດຄອງຫລາຍເຊັ່ນຄົນ. ໃນຍຸກນັ້ນ ພວກທີ່ຍຶດຄອງກຳອຳນາດ ພວກເຂົາໄດ້ກົດໜ່ວງບໍ່ໃຫ້ມີການຜະລິດ, ບໍ່ສົ່ງເສີມການຜະລິດຈົນວ່າບໍ່ມີການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຊິ່ງອັນໃດກໍມີແຕ່ເຂົາເປັນຜູ້ຜູກຂາດເຮັດເອງ, ທຳເອງທັງໝົດ, ຊ້ຳບໍ່ໜຳ ຍັງກອບໂກຍເອົາຊັບໃນດິນ ສິນໃນນ້ຳຂອງລາວເຮົາໄປສ້າງຮັ່ງຄູນມີໃຫ້ພວກເຂົາຈົນນັບບໍ່ຖ້ວນ. ນີ້ລະຄືຊະຕາກຳຂອງປະເທດຊາດໃນຍຸກເປັນປະເທດຊະລາດ. ນອກຈາກນັ້ນ ພື້ນຖານການຜະລິດຂອງປະຊາຊົນເຮົາພັດຂຶ້ນກັບທຳມະຊາດ ປີໃດຟ້າຝົນດີກໍກຸ້ມກິນ ປີໃດເກີດແລ້ງເກີດຖ້ວມກໍເປັນອັນວ່າຂາດຢູ່ຂາດກິນ. ເວົ້າເລື່ອງການເຮັດໄຮ່ກໍຖາງປ່າໄປຕິກໆ ການເຮັດກໍຍ່າງຕາມກົ້ນຄວາຍ. ເບິ່ງຢ່າງໜຶ່ງຄືດຸໝັ່ນເຮັດບໍ່ຢູ່ບໍ່ເຊົາ ແຕ່ປະເທດຊາດພັດຍັງທຸກຢູ່. ໃນຫລາຍສະຕະວັດຜ່ານມາ ອາດເວົ້າໄດ້ວ່າມີແຕ່ການຜະລິດກຸ້ມຕົນເອງພໍຢູ່ພໍກິນກໍແລ້ວໄປ ຍັງບໍ່ທັນໄດ້ຄິດເຖິງຄວາມຈະເລີນຮັ່ງມີຂອງຊາດ. ຈາກພື້ນຖານ ແລະ ຄວາມຊິນເຄີຍດັ່ງກ່າວເກືອບເວົ້າໄດ້ວ່າມາຮອດປັດຈຸບັນນີ້ ເບິ່ງຄືພວກເຮົາຍັງຕິດນິດໃສອັນເກົ່າຄອງເດີມຈົນເຂົ້າກະດູກດຳເກືອບຈະແກ້ໄຂໄດ້ຍາກ.
ເພາະສະນັ້ນ, ອີງໃສ່ແນວທາງຂອງພັກ ແລະ ລັດຖະບານໃນການປົກຄອງບ້ານເມືອງຍຸກປັດຈຸບັນໄດ້ກຳນົດທິດທາງເດີນຂອງຊາດຢ່າງຈະແຈ້ງ ຄືໃຫ້ມີການຜະລິດເພິ່ງຕົນເອງ ກຸ້ມຕົນເອງ ກ້າວໄປເຖິງຫັນເປັນອາຊີບທີ່ໝັ້ນຄົງ ຍືນຍົງເຂັ້ມແຂງໃນຫລາກຫລາຍສາຂາອາຊີບ ບໍ່ວ່າໃນພາກອຸດສາຫະກຳ, ກະສິກຳຂະໜາດນ້ອຍ-ຂະໜາດກາງໃຫ້ຫລາກຫລາຍເພື່ອສົ່ງອອກ ພວກເຮົາຈຶ່ງຈະສາມາດຢູ່ລອດໃນສັງຄົມຍຸກພັດທະນາໄດ້.
ຕາມເຮົາຄິດ, ຕະຫລາດໃຫຍ່ສົ່ງອອກສິນຄ້າຂອງລາວໃນປັດຈຸບັນ ແລະ ອະນາຄົດແມ່ນ ສປ ຈີນ ທີ່ຈະຊ່ວຍໃຫ້ປະເທດຊາດຂອງພວກເຮົາຮັ່ງມີເຂັ້ມແຂງ ບໍ່ແມ່ນປະເທດໄທ. ອັນນີ້ຂໍຄວາມຊື່, ແຕ່ໄທໄດ້ຖືເອົາລາວເປັນຍຸດທະສາດຂອງຕະຫລາດຈຳໜ່າຍສິນຄ້າທຸກປະເພດ, ທຸກວິທີ ແລະ ທຸກຮູບແບບ ນັບແຕ່ໃດມາຈົນຮອດຍຸກປັດຈຸບັນ ຄົນລາວເຮົາຕິດພັນກັບເສດຖະກິດຂອງໄທເກືອບເວົ້າໄດ້ວ່າຈົນແກະບໍ່ອອກ. ເມື່ອຕັ້ງໂຈດກັນວ່າ ມີອັນໃດແດ່ທີ່ໄທໄດ້ຊື້ສິນຄ້າຈາກລາວເຮົາ, ສ່ວນໃຫຍ່ໆຄົງບໍ່ນອກເໜືອຈາກກະແສໄຟຟ້າ ເຫລືອນັ້ນແມ່ນເປິະ ຍ້ອນວ່າພວກເພິ່ນມີການພັດທະນາດ້ານອຸດສາຫະກຳ, ກະສິກຳຂະໜາດນ້ອຍ-ຂະໜາດກາງໄປໄກມາຫລາຍເຊັ່ນຄົນແລ້ວ. ສະນັ້ນ ການທີ່ຈະຊື້ສິນຄ້າດ້ານອຸດສາຫະກຳ, ກະສິກຳຈາກລາວແມ່ນເປັນໄປໄດ້ຍາກ ນອກຈາກຈະທັ່ງເທສິນຄ້າຂອງໄທເຂົ້າມາລາວຢ່າງບໍ່ອັ້ນ. ນີ້ຄືຄວາມຈິງເປັນສິ່ງບໍ່ຕາຍທີ່ພວກເຮົາຕ້ອງໄດ້ຍອມຮັບ ທັງຊອກຫາວິທີແກ້ດ້ານແນວຄິດ ແລະ ພຶດຕິກຳ.
ອີກບໍ່ນານ ທາງລົດໄຟ ລາວ-ຈີນ ຈະສຳເລັດ. ເມື່ອຕັ້ງໂຈດກັນວ່າ ລາວເຮົາມີຜະລິດຕະພັນຫຍັງແດ່ທີ່ຈະສົ່ງໄປຂາຍໃຫ້ຈີນ ທັງໆທີ່ຈີນມີຄວາມຕ້ອງການສິນຄ້າຈາກລາວຢ່າງຫລວງຫລາຍເຊັ່ນ: ງົວຫລາຍສິບພັນໂຕຕໍ່ເດືອນຕໍ່ປີ, ພືດຜັກປອດສານພິດຊະນິດຕ່າງໆ ເປັນຕົ້ນໝາກກ້ວຍສົ່ງໄປແລ້ວ ແລະ ສິນຄ້າຊະນິດອື່ນໆທີ່ຈີນສາມາດຊ່ວຍເຫລືອໄດ້. ໃນໂອກາດປີທ່ອງທ່ຽວ ລາວ-ຈີນ ທີ່ຫາກໍຜ່ານພົ້ນໄປໃນປີ 2019 ໄດ້ມີນັກທ່ອງທ່ຽວຈີນເຂົ້າມາລາວ 1 ລ້ານຄົນ ໄດ້ຕາມຕົວເລກທີ່ກຳນົດ, ແຕ່ສິ່ງທີ່ພວກເຮົາຍອມຮັບ ແລະ ໜ້າຄິດນັ້ນ ພວກເພິ່ນເຖິງຂັ້ນໄດ້ສະເໜີຂໍໃຫ້ລາວຜະລິດສິນຄ້າທີ່ຫລາກຫລາຍພໍໄດ້ຊື້ກັບບ້ານໃນໂອກາດມາທ່ຽວເມືອງລາວ ວ່າຊັ້ນ ! ຄັກບໍ່. ຈີນມີພົນລະເມືອງເປັນຕື້ໆ ທັງເປັນເພື່ອນຮ່ວມຊະຕາກຳອັນດຽວກັນ, ເປັນເພື່ອນມິດ 4 ດີ, ເປັນປະເທດກອມມູນິດທີ່ມີອຸດົມການອັນດຽວກັນ ມີການແລກປ່ຽນຊ່ວຍເຫລືອເຊິ່ງກັນ ແລະ ກັນຕາມແນວທາງຂອງພັກ ແລະ ລັດຖະບານຂອງສອງປະເທດວາງອອກ. ສິ່ງສຳຄັນທີ່ສຸດ ໃນປັດຈຸບັນ ກໍຄືອະນາຄົດ ຄິດວ່າຈີນຈະເປັນຕະຫລາດໃຫຍ່ສຳຄັນຂອງລາວເພື່ອການສົ່ງອອກປະເທດໜຶ່ງໃນພາກ ພື້ນ.
ດ້ວຍສາເຫດດັ່ງກ່າວ, ເພື່ອໃຫ້ເສດຖະກິດການຜະລິດຂອງລາວເຂັ້ມແຂງເຕີບໃຫຍ່ໄວ ກໍມີແຕ່ເລັ່ງສົ່ງເສີມໃຫ້ຫລາກຫລາຍ ເພື່ອໃຫ້ການນຳເຂົ້າໄດ້ຫລຸດຜ່ອນກ້າວໄປເຖິງເກີນດູນ ເງິນກີບລາວຈຶ່ງຈະແຂງຄ່າ. ຖ້າເຮັດບໍ່ໄດ້ຄືດັ່ງວ່າ ຄົນລາວເຮົາກໍຈະພາກັນເຫີ່ໄປໄທຢ່າງບໍ່ຂາດໄລຍະ, ແຕ່ລະມື້ພາກັນຫລຸຫລັ່ງທັ່ງເທໄປກິນຂອງໄທ, ຊື້ສິນຄ້າໄທ, ໄປທຳງານຢູ່ໄທ, ສົ່ງເສີມເສດຖະກິດໄທໄດ້ປະໂຫຍດ ມັນກໍຂອງສົມພໍເງິນບາດໄທແຂງຄ່າຕີຖອຍເງິນກີບລາວໄປຕິກໆ ກໍແມ່ນຍ້ອນຄົນລາວເຮົາເອງບໍ່ມີສະຕິຄວາມເປັນເຈົ້າຂອງຄວາມເປັນຊາດນັ້ນເອງ ເສົາວ່າ !.