ຫລາຍຝ່າຍກັງວົນບັນຫາຕາເວັນອອກກາງ


ເຫດການສັງຫານຜູ້ບັນຊາການທະຫານອີຣານ ເຮັດໃຫ້ຫລາຍຝ່າຍກັງວົນວ່າ ສະຖານະການໃນຕາເວັນອອກກາງຈະທະວີຄວາມເຄັ່ງຕຶງໜັກຂຶ້ນ.
ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການສະຫະປະຊາຊາດ ຮຽກຮ້ອງໃຫ້ທຸກຝ່າຍໃຊ້ຄວາມອົດກັ້ນຢ່າງເຕັມທີ່ ເຊັ່ນດຽວກັບທ່ານ ເຢນ ສະໂຕລເຕນເບິກ ເລຂາທິການອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ ຫລື ນາໂຕ ຮຽກຮ້ອງໃຫ້ທຸກຝ່າຍໃຊ້ຄວາມອົດກັ້ນ ແລະ ຫາທາງແກ້ໄຂຄວາມເຄັ່ງຕຶງ. ຂະນະທີ່ ທູດຈີນປະຈຳ UN ກ່າວວ່າ: ຈີນຄັດຄ້ານການໃຊ້ກຳລັງທາງທະຫານຕໍ່ສູ້ກັບອີຣານ ແລະ ການກະທຳຂອງອາເມລິກາລະເມີດກົດເກນພື້ນຖານຂອງການພົວພັນລະຫວ່າງປະເທດຢ່າງຈະແຈ້ງ ແລະ ນຳໄປສູ່ການເກີດຄວາມຂັດແຍ່ງ. ເຫດການສັງຫານນາຍພົນ ກັສເຊັມ ໂຊໄລມານີ ຜູ້ບັນຊາການທະຫານອີຣານ ເຮັດໃຫ້ການພົວພັນລະຫວ່າງ ອາເມລິກາກັບອີຣັກ ເຄັ່ງຕຶງໄປນຳ.
ໃນວັນທີ 5 ມັງກອນ, ລັດຖະສະພາອີຣັກຮຽກຮ້ອງໃຫ້ລັດຖະບານຂັບໄລ່ກອງກຳລັງຂອງຕ່າງປະເທດທັງໝົດອອກຈາກອີຣັກ ແລະ ໃນວັນທີ 6 ມັງກອນ, ໄດ້ເກີດຄວາມສັບສົນຂຶ້ນ ເມື່ອກະຊວງປ້ອງກັນປະເທດອາເມລິກາຍອມຮັບວ່າມີການສົ່ງຈົດໝາຍແຈ້ງໄປຫາລັດຖະບານອີຣັກວ່າອາເມລິກາຈະຖອນທະຫານອອກຈາກອີຣັກ, ແຕ່ທາງການອາເມລິກາປະຕິເສດວ່າການສົ່ງຈົດໝາຍດັ່ງກ່າວເປັນຄວາມຜິດພາດ ແລະ ຈົດໝາຍທີ່ສົ່ງໄປນັ້ນເປັນພຽງສະບັບຮ່າງ ແລະ ຍັງບໍ່ມີການລົງນາມ. ຂະນະທີ່ທ່ານ ມາກ ເອສເປີ ລັດຖະມົນຕີປ້ອງກັນປະເທດ ຢືນຢັນວ່າ: ປັດຈຸບັນຍັງບໍ່ມີການຕັດສິນໃຈເລື່ອງການຖອນທະຫານອອກຈາກອີຣັກ, ສ່ວນສົບຂອງນາຍພົນ ໂຊໄລມານີ ຫລ້າສຸດໄດ້ຖືກສົ່ງເຖິງເມືອງເຄີມານ ເຊິ່ງເປັນບ້ານເກີດແລ້ວ ໃນວັນທີ 7 ມັງກອນ ເພື່ອກຽມຈັດພິທີຝັງຕໍ່ໄປ.