ສາວຈີນ ຖືກງູດອງເຫຼົ້າໄວ້ໃນໂຖແກ້ວ ໂພ່ຂຶ້ນມາຕອດມື


ລູກເມືອງພວນ
ເມື່ອວັນທີ 12 ກັນຍາ ປີ 2013 ເວບໄຊ ໄອບີໄໝສ ລາຍງານວ່າມີເຫດສຸດໜ້າງຶດງໍ້ເກີດຂຶ້ນໃນມົນທົນ ເຮຍຫຼົງຈຽງ ຂອງຈີນ ເມື່ອມີນາງສາວຄົນໜຶ່ງຕ້ອງຖືກນຳສົ່ງໂຮງໝໍທັນທີ ຫຼັງຈາກມີງູທີ່ດອງເຫຼົ້າໄວ້ໃນໂຖແກ້ວເປັນເວລາ 3 ເດືອນໂພ່ຂຶ້ນມາຕອດມືຂອງເຂົາໃນລະຫ່ວາງເຕີມເຫຼົ້າເຂົ້າໃນໂຖແກ້ວ ສ້າງຄວາມແປກປະຫຼາດໃຈໃຫ້ກັບຊາວເນັດເປັນຈຳນວນຫຼວງຫຼາຍ ວ່າເຫດການນີ້ເກີດຂຶ້ນໄດ້ແນວໃດ.
ລາຍງານລະບຸວ່າ ສາວຄົນນີ້ມີຊື່ວ່າ ຫຼິວ ຈາກເມືອງຊ່າງເສິງ ມົນທົນເຮຍຫຼົງຈຽງ ເຂົາໄດ້ຮັບຄຳແນະນຳຈາກເພື່ອນວ່າໃຫ້ນຳເອົາງູເປັນໆມາດອງເຫຼົາເພື່ອປົວຄວາມເຈັບປວດຕາມຄວາມເຊື່ອຂອງຊາວຈີນ ຊຶ່ງຫຼັງຈາກໄດ້ຮັບການແນະນຳເຂົາກໍນຳເອົາງູມາດອງເຫຼົ້າໃສ່ໂຖແກ້ວມີກ໊ອກຢູ່ເບື້ອງລຸ່ມ.
ຫຼັງຈາກວັນນັ້ນເຂົາກໍເປີດກ໊ອກດ້ານລຸ່ມເອົາເຫຼົ້າດື່ມເປັນປະຈຳ ຊຶ່ງເຫຼົ້າກໍຄ່ອຍບົກແຫ້ງລົງ ເຂົາຈຶ່ງເປີດຝາໂຖອອກເພື່ອເຕີມເຫຼົ້າເຂົ້າຕື່ມ ງູໂຕທີ່ດອງຢູ່ໃນໂຖນັ້ນກໍໂພ່ຂຶ້ນມາຕອດມືເຂົາ ເຮັດໃຫ້ເຂົາຕ້ອງຮ້ອງຂຶ້ນໝົດແຮງ ແລະ ຖືກນຳຕົວສົ່ງໂຮງໝໍທັນທີ, ແຕ່ຢ່າງໃດກໍດີ ຍິງສາວຄົນນັ້ນບໍ່ໄດ້ຮັບອັນຕະລາຍໃດໆ.