ອົງການກາແດງລາວ ໃຫ້ຄວາມຮູ້ກ່ຽວກັບການກູ້ໄພສຸກເສີນ ໃຫ້ແກ່ປະຊາຊົນເມືອງສະໜາມໄຊ


ເມື່ອທ້າຍອາທິດຜ່ານມານີ້, ອົງການກາແດງລາວ ໄດ້ຖ່າຍຖອດບົດຮຽນການກູ້ໄພສຸກເສີນ ພາຍໃຕ້ໂຄງການຟື້ນຟູຫຼັງໄພພິບັດ ຢູ່ເມືອງ ສະໜາມໄຊ ແຂວງ ອັດຕະປື ໃຫ້ແກ່ຄະນະກຳມະການຕອບໂຕ້ໄພພິບັດຂັ້ນບ້ານ ທີ່ຢູ່ລຽບຕາມລ້ອງແມ່ນ້ຳເຊກອງ, ເຊປຽນ ລວມມີບ້ານ ຫາດອຸດົມໄຊ, ຫີນສົມບັດ, ຕະເງົາ, ບ້ານຫາດຍາວ ແລະ ບ້ານສົ້ມປ່ອຍ. ພ້ອມທັງໃຫ້ຄວາມຮູ້ກ່ຽວກັບວຽກງານໄພພິບັດແກ່ຄູ-ອາຈານ ແລະ ນັກຮຽນປະຖົມ ແລະ ມັດທະຍົມຕົ້ນ ໃນບັນດາບ້ານດັ່ງກ່າວ. ໂດຍມີຫົວໜ້າອົງການກາແດງແຂວງອັດຕະປື ທັງເປັນຮອງຫົວໜ້າໂຄງການຟື້ນຟູຫຼັງໄພພິບັດເມືອງສະໜາມໄຊ, ມີຜູ້ຕາງໜ້າຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນປະຈຳບາງກອກ ປະເທດໄທ ແລະ ມີຄູຝຶກຈາກອົງການກາແດງລາວ, ຈຳປາສັກ, ສາລະວັນ, ເຊກອງ ແລະ ກາແດງແຂວງອັດຕະປືເຂົ້າຮ່ວມ.


ການຝຶກອົບຮົມຄັ້ງນີ້, ໂດຍໄດ້ຮັບການສະໜັບສະໜູນທຶນຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ພາຍໃຕ້ໂຄງການຟື້ນຟູຫຼັງໄພພິບັດເມືອງສະໜາມໄຊແຂວງອັດຕະປື. ເພື່ອແນໃສ່ເຮັດໃຫ້ຊຸມຊົນມີຄວາມເຂັ້ມແຂງ ຮູ້ວິທີການຮັບມືກັບໄພພິບັດທີ່ອາດຈະເກິດຂຶ້ນ, ການຄົ້ນຫາ ແລະ ກູ້ໄພ ແລະ ການເຕືອນໄພ, ປະຖົມພະຍາບານ, ການເຄື່ອນຍ້າຍຄົນເຈັບການຄັດແຍກຄົນເຈັບ, ການນຳສົ່ງໂຮງໝໍທັງພາກທິດສະດີ ແລະ ປະຕິບັດຕົວຈິງ ເພື່ອສ້າງຄວາມສາມາດໃຫ້ແກ່ຊຸມຊົນຮູ້ຈັກວິທີການກຽມຄວາມພ້ອມຮັບມືໃນກໍລະນີເກີດມີໄພພິບັດ ພ້ອມທັງເພີ່ມຄວາມຮູ້, ຄວາມສາມາດໃນວຽກງານການຄົ້ນຫາ ແລະ ກູ້ໄພຂອງຊຸມຊົນ.

