ແຕ່ງຕັ້ງຮັກສາການຫົວໜ້າພະແນກສາທາລະນະສຸກແຂວງຫລວງພະບາງ

ແຕ່ງຕັ້ງຮັກສາການຫົວໜ້າພະແນກສາທາລະນະສຸກແຂວງຫລວງພະບາງ - kitchen vibe - ແຕ່ງຕັ້ງຮັກສາການຫົວໜ້າພະແນກສາທາລະນະສຸກແຂວງຫລວງພະບາງ

     ພິທີ​ແຕ່ງຕັ້ງຮັກສາ​ການຫົວໜ້າພະແນກສາທາລະນະສຸກ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນອາທິດ​ຜ່ານ​ມາ ໂດຍການເປັນປະທານຂອງທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນແຂວງ, ມີຕາງໜ້າກະຊວງສາທາລະສະສຸກ, ພະແນກການຂອງແຂວງ, ຫົວໜ້າຫ້ອງການສາທາລະນະສຸກ-ໂຮງໝໍເມືອງ, ນະຄອນເຂົ້າຮ່ວມຢ່າງ​ພ້ອມພຽງ.

         ​ໃນພິທີ ທ່ານ ອຳພອນ ພະລາມມີໄຊ ຫົວໜ້າພະແນກສາທາລະນະສຸກແຂວງ ຜູ້​ເກົ່າ​ທີ່​ພັກຜ່ອນ​ຮັບ​ບຳນານ ໄດ້ຂຶ້ນຜ່ານຜົນງານການເຄື່ອນໄຫວ ແລະ ການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານໃນຂົງເຂດສາທາລະນະສຸກ ແຂວງຫຼວງພະບາງ ຕະຫຼອດໄລຍະຜ່ານມາ, ທ່ານໄດ້ສຸມສະຕິປັນຍາ  ເຮື່ອແຮງ ເຂົ້າໃນພະລະກິດທີ່ພັກ-ລັດ ກໍຄືແຂວງຫຼວງພະບາງ ມອບໝາຍໃຫ້ ເຫັນວ່າມີຜົນສຳເລັດຫຼາຍດ້ານ  ແລະ ມີການພັດທະນາດີຂຶ້ນ ເປັນຕົ້ນ ຕາໜ່າງສາທາລະນະສຸກໄດ້ຮັບການຂະຫຍາຍຕົວ, ປະຊາຊົນເຂົ້າເຖິງການບໍລິການການປິ່ນປົວ, ອັດຕາການຕາຍຂອງແມ່ ແລະ ເດັກນ້ອຍຫຼຸດລົງ, ວຽກງານແຕ່ລະດ້ານໄດ້ຮັບການປັບປຸງ ແລະ ຫັນໄປສູ່ທັນສະໄໝເທື່ອລະກ້າວ.

ແຕ່ງຕັ້ງຮັກສາການຫົວໜ້າພະແນກສາທາລະນະສຸກແຂວງຫລວງພະບາງ - Visit Laos Visit SALANA BOUTIQUE HOTEL - ແຕ່ງຕັ້ງຮັກສາການຫົວໜ້າພະແນກສາທາລະນະສຸກແຂວງຫລວງພະບາງ

      ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານ ຂໍ້ຕົກລົງຂອງຄະນະເລຂາທິການສູນກາງພັກ ແລະຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫລວງພະບາງ ວ່າດ້ວຍການແຕ່ງຕັ້ງ ທ່ານ ຄຳສອນ ພົງສະຫັວດດີ ຈາກອຳນວຍການໂຮງໝໍແຂວງຫລວງພະບາງ ຂື້ນເປັນຮັກສາການຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ,

ແຕ່ງຕັ້ງຮັກສາການຫົວໜ້າພະແນກສາທາລະນະສຸກແຂວງຫລວງພະບາງ - 5 - ແຕ່ງຕັ້ງຮັກສາການຫົວໜ້າພະແນກສາທາລະນະສຸກແຂວງຫລວງພະບາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!