ບໍ່​ແກ້ວ​ສຸມ​ໃສ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ພັດທະນາ​ເສດຖະກິດ​-ສັງຄົມຂອງ​ແຂວງ

ບໍ່​ແກ້ວ​ສຸມ​ໃສ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ພັດທະນາ​ເສດຖະກິດ​-ສັງຄົມຂອງ​ແຂວງ - kitchen vibe - ບໍ່​ແກ້ວ​ສຸມ​ໃສ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ພັດທະນາ​ເສດຖະກິດ​-ສັງຄົມຂອງ​ແຂວງ

      ທ່ານ ບົວ​ຄົງ ນາມມະ​ວົງ ​ເຈົ້າ​ແຂວງ​ບໍ່​ແກ້ວ ​ໃຫ້​ສຳພາດວ່າ: ແຂວງ​ບໍ່​ແກ້ວ​​ມີ​ທີ່​ຕັ້ງດ້ານ​ພູມ​ສາດ​ທີ່​ເປັນ​ທ່າ​ແຮງ​ຫລາຍ​ດ້ານ ​ໂດຍ​ມີ​ຊາຍ​ແດນ​ຕິດ​ກັບປະ​ເທດ​ໃກ້​ຄຽງເຊັ່ນ: ປະ​ເທດ​ໄທ ​ແລະ ມຽນມາ ​ໂດຍ​ມີ​ຂົວ​ມິດຕະພາບ​ແຫ່ງ​ທີ 4 ​ເຊື່ອມ​ຕໍ່​ໃນ​ການ​ຂົນ​ສົ່ງ​ສິນຄ້າ​​ໄປ​ຍັງ​ບັນດາ​ແຂວງ​ພາກ​ເໜືອ ​ແລະ ສປ ຈີນ. ຂະນະ​ດຽວ​ກັນ ການທ່ອງທ່ຽວ​ກໍ​ຖື​ເປັນ​ທ່າ​ແຮງ​ສຳຄັນທີ່​ໄດ້​ສຸມ​ໃສ່​ການ​ພັດທະນາ​ການທ່ອງທ່ຽວ ​ໂດຍ​ສະ​ເພາະ​ການ​ຈັດ​ກິດຈະກຳ​ຕ່າງໆ​ເພື່ອ​ສົ່ງ​ເສີມ​ການທ່ອງທ່ຽວ ​ເປັນ​ຕົ້ນ​ບຸນ​ປະ​ເພນີ​ບັນດາ​ເຜົ່າ, ​ເທດສະການ​ດອກ​ງິ້ວບານ, ​ເທດສະການ​ພືດ​ກະສິກໍາ ​ແລະ ​ເທດສະການ​ອື່ນໆ.

ທ່ານ​ເຈົ້າ​ແຂວງ​ບໍ່​ແກ້ວ ກ່າວ​ວ່າ: ​​ໃນ​​ໄລຍະ​ຜ່ານ​ມາ ​ໄດ້​ສຸມ​ໃສ່​​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ໂດຍ​ສະ​ເພາະ​ແມ່ນສ້າງ​ທາງປູ​ເບ​ຕົງຫລາຍ​ສາຍໃນ​ຕົວ​ເມືອງ, ​ກໍ່ສ້າງ​ສະໜາມ​ບິນ ປັດຈຸ​ບັນ​ສຳ​ເລັດ​ແລ້ວ 95% ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ໃນປີ 2020 ນີ້, ສ້າງທາງດ່ວນແຕ່ຫ້ວຍຊາຍ-ບໍ່ເຕັນ. ພ້ອມ​ກັນ​ນີ້, ພວມເລັ່ງກໍ່ສ້າງທ່າເຮືອຢູ່ເມືອງຫ້ວຍຊາຍ, ກໍ່ສ້າງຕາຝັ່ງເຈື່ອນ ແລະ ພັດທະນາແຫລ່ງທ່ອງທ່ຽວຕ່າງໆ ເພື່ອເຮັດໃຫ້ການສັນຈອນໄປ-ມາ ແລະ ການຂົນສົ່ງສິນຄ້າ ລະຫວ່າງ​ປະ​ເທດ ​ແລະ ລະຫວ່າງ​ແຂວງ​ຕໍ່​ແຂວງ ມີຄວາມສະດວກສະບາຍ, ວ່ອງໄວ.

ບໍ່​ແກ້ວ​ສຸມ​ໃສ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ພັດທະນາ​ເສດຖະກິດ​-ສັງຄົມຂອງ​ແຂວງ - Visit Laos Visit SALANA BOUTIQUE HOTEL - ບໍ່​ແກ້ວ​ສຸມ​ໃສ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ພັດທະນາ​ເສດຖະກິດ​-ສັງຄົມຂອງ​ແຂວງ

ສຳລັບ​ການ​ດຶງ​ດູດ​ການ​ລົງທຶນ​ຂອງ​ບັນດາ​ນັກທຸລະກິດ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​​ແມ່ນໄດ້​ເອື້ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນໄດ້​ເຂົ້າ​ມາ​ສຳ​ຫລວດ ​ແລະ ພັດ​ທະນາ ​ເປັນ​ຕົ້ນ​ໂຄງການ​ພັດທະນາ​ແຫ​ລ່ງທ່ອງ​ທ່ຽວ​ເຂດ​ສົ້ນ​ຂົວມິດຕະພາບ, ສູນ​ການ​ຄ້າ-ການທ່ອງທ່ຽວ. ພ້ອມ​ນີ້, ຢູ່​ເຂດ​ເສດຖະກິດ​ພິ​ເສດ​ກໍ​ໄດ້​ຊຸກຍູ້​ສົ່ງ​ເສີມ​ໃຫ້ນັກ​ລົງທຶນໄດ້​ມີ​ການ​ພັດທະນາຕາມ​ແຜນ ແລະ ໃນປີ 2020 ແຂວງບໍ່ແກ້ວໄດ້ມີຫລາຍໂຄງການ​ ລົງທຶນ​ ​ເປັນ​ຕົ້ນ​ໂຄງການ​ກໍ່ສ້າງ​ຕາ​ຝັ່ງ​ເຈື່ອນ, ​ໂຄງການ​ກໍ່​ສ້າງ​ເສັ້ນທາງ​ແຕ່​ສົ້ນ​ຂົວ​ກ້ອນ​ຕື້ນ-​ເມືອງ​ຫ້ວຍ​ຊາຍ, ​ໂຄງການ​ລ້ຽງ​ງົວ​ເພື່ອ​ສົ່ງ​ອອກຕ່າງປະ​ເທດ, ​ໂຄງການ​ປູກ​ຢາ​ພື້ນ​ເມືອງ, ​ໂຄງການ​ສ້າງ​ແຫລ່ງ​ທ່ອງ​ທ່ຽວ​ອ່າງ​ນ້ຳ​ຕິ່ງ, ​ໂຄງການ​ກໍ່ສ້າງ​ແຫ​ລ່ງທ່ອງ​ທ່ຽວ​ບໍ່​ນ້ຳ​ຮ້ອນ​ຕຸ້ມ​ເລາະ ​ແລະ ​ໂຄງການ​ຜະລິດ​ພືດ​ກະສິກຳ​ປອດ​ສານພິດ ​ເຊິ່ງທັງ​ໝົດ​ນີ້​ຈະ​ເປັນ​ທ່າ​ແຮງ ​ແລະ ​ເງື່ອນ​ໄຂ​ສຳຄັນ​ທີ່​ຈະ​ຊຸກຍູ້​ໃຫ້​ເສດຖະ​ກິດ​ຂອງ​ແຂວງ​ເຕີບ​ໃຫຍ່​ດີ​ຂຶ້ນ​.

ບໍ່​ແກ້ວ​ສຸມ​ໃສ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ພັດທະນາ​ເສດຖະກິດ​-ສັງຄົມຂອງ​ແຂວງ - 5 - ບໍ່​ແກ້ວ​ສຸມ​ໃສ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ພັດທະນາ​ເສດຖະກິດ​-ສັງຄົມຂອງ​ແຂວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!