ມອບເງິນຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຂອບເຂດຜ່ານແຂວງຫຼວງພະບາງ
December 27, 2019 - 2:28 PM




ວັນທີ 23 ທັນວານີ້ ຄະນະຊີ້ນໍາໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄລຍະຜ່ານຂອບເຂດແຂວງຫຼວງພະບາງ ໄດ້ຈັດພິທີເບີກຈ່າຍຄ່າຊົດເຊີຍສິ່ງກີດຂວາງ ແລະ ຜົນກະທົບຈາກໂຄງການດັ່ງກ່າວງວດທີ 3 ຂອງເມືອງ, ງວດທີ 4 ຂອງແຂວງ ແລະ ງວດທີ 5 ຂອງໂຄງການ, ໃນນັ້ນ ປະກອບມີ 3 ບ້ານຄື: ບ້ານນຸນສະຫວາດ, ຊຽງລ້ອມ ແລະ ບ້ານພິກໃຫ່ຍ ຈຳນວນ 79 ຄອບຄົວ ລວມມູນຄ່າ 29 ຕື້ກວ່າກີບ. ກ່າວມອບໂດຍທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຮອງປະທານຄະນະປະສານງານໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄລຍະຜ່ານແຂວງຫຼວງພະບາງ, ໂດຍມີ ທ່ານ ສົມດີ ພອນສະຫວັດ ຮອງເຈົ້ານະຄອນຫຼວງພະບາງ, ມີຄະນະຮັບຜິດຊອບຂັ້ນແຂວງ ພ້ອມດ້ວຍປະຊາຊົນຜູ້ທີ່ຖືກຜົນກະທົບຈາກ 3 ບ້ານເຂົ້າຮ່ວມ.

