ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ

ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ - 80197953 2378228945820986 2922642163080626176 n - ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ
ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ - kitchen vibe - ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ

      ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ 2 ປີ 2019 ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໃຫ້ຮູ້ວ່າ: ບູລິມະສິດສຳຄັນເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງແມ່ນຫັນສູ່ການຜະລິດກະສິກຳເນີນສູງ ໂດຍ​ສະເພາະການປູກ, ການລ້ຽງ ຂອງບັນດາໂຄງການຜະລິດເປັນສິນຄ້າສ້າງລາຍຮັບໃຫ້ປະຊາຊົນ ເປັນຕົ້ນການປູກຊາເພື່ອຂະຫຍາຍຕະຫລາດອອກສູ່ຕ່າງປະເທດເຊັ່ນ: ຈີນ ແລະ ເຢຍລະມັນ, ການປູກຢາງພາລາ, ໝາກແໜ່ງ, ກາເຟ, ກ້ວຍ ແລະ ອ້ອຍ ບັນລຸຫລາຍກວ່າ 3.000-4.000 ເຮັກຕາ ອັນ​ໄດ້ສ້າງລາຍຮັບໃຫ້ປະຊາ ຊົນໄດ້ 30-35 ຕື້ກີບຕໍ່ປີ. ນອກນີ້ ຍັງເນັ້ນໃສ່ການບໍລິການທ່ອງທ່ຽວນໍາ​ອີກ.

ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ - 80952979 2378228812487666 7489434464615923712 n - ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ

       ເຈົ້າແຂວງຜົ້ງສາລີ ໃຫ້ຮູ້ຕື່ມວ່າ: ເຖິງວ່າຈະມີທ່າແຮງຫລາຍດ້ານ ແຕ່​ແຂວງຜົ້ງສາລີຍັງມີສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຕໍ່ການພັດທະນາແຂວງ ເປັນຕົ້ນທີ່ຕັ້ງພູມສັນຖານເປັນເຂດພູດອຍ ເປັນອຸປະສັກຕໍ່ການພັດທະນາພື້ນຖານໂຄງລ່າງ ເຮັດໃຫ້ຈຳນວນບ້ານທຸກຍາກກວມຫລາຍກວ່າ 70%, ຄອບຄົວທຸກຍາກກວມເອົາ 60% ໃນທົ່ວແຂວງ. ນອກນີ້ ທຶນຮອນໃນການພັດທະນາມີຈຳກັດ ​ເຊິ່ງທັງໝົດເຫລົ່ານີ້ຍັງຮຽກຮ້ອງໃຫ້ອົງການປົກຄອງແຂວງທຸກຂັ້ນຕ້ອງສືບຕໍ່ປັບປຸງແກ້ໄຂ ເພື່ອສູ້ຊົນໃຫ້ປະຊາຊົນພາຍແຂວງຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ - Visit Laos Visit SALANA BOUTIQUE HOTEL - ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ
ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ - 80849019 2378228935820987 2668254913745649664 n - ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ
ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ - 5 - ຜົ້ງສາລີ​ຖື​ເອົາ​ທ່າ​ແຮງ​ດ້ານ​ກະສິກຳ​ແກ້​ໄຂ​ຄວາມທຸກ​ຍາກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!