ການຄ້າແຂວງອຸດົມໄຊ ທຳລາຍສິນຄ້າໝົດອາຍຸ ລອກຮຽນແບບຜິດລະບຽບກົດໝາຍ


ເມື່ອບໍ່ດົນມານີ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໄດ້ນຳເອົາສິນຄ້າໝົດອາຍຸ, ລອກຮຽນແບບ, ປອມແປງ, ສິນຄ້າເກືອດຫ້າມ ແລະ ສິນຄ້າທີ່ລັກລອບນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງປະກອບມີປະເພດເຄື່ອງດື່ມ ແລະ ອາຫານແຫ້ງ, ນ້ຳຢາລ້າງຖ້ວຍ, ແຟັບ, ຈານດາວທຽມ, ແປ້ງນົວ, ຢາສະຜົມ, ຢາສູບ ແລະ ເຄື່ອງຊັອດປາ ລວມມູນຄ່າ 61 ລ້ານກວ່າກີບ ມາທຳລາຍຖິ້ມ ໂດຍສິນຄ້າດັ່ງກ່າວແມ່ນເຈົ້າໜ້າທີ່ໄດ້ກວດພົບ ແລະ ຍຶດໄດ້ຢູ່ຕາມຮ້ານຂາຍເຄື່ອງໃນເທສະບານແຂວງ.




ຫົວໜ້າຂະແໜງການຄ້າພາຍໃນແຂວງດັ່ງກ່າວ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ດຳລັດວ່າດ້ວຍການກວດກາການຄ້າໃຫ້ເຂັ້ມງວດ ເຈົ້າໜ້າທີ່ກວດກາການຄ້າໄດ້ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດ ສິດ ແລະ ໜ້າທີ່ ໃນການຕິດຕາມກວດກາ ແລະ ສະກັດກັ້ນ ບັນດາຫົວໜ່ວຍທຸລະກິດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍຢ່າງເປັນປົກກະຕິ ເພື່ອເຮັດໃຫ້ສັງຄົມມີຄວາມສະຫົງບ, ປະຊາຊົນໄດ້ບໍລິໂພກສິນຄ້າທີ່ມີຄຸນນະພາບ ສິນຄ້າໄດ້ມາດຕະຖານ ແລະ ປອດໄພຕໍ່ສຸຂະພາບ. ພ້ອມທັງຮຽກຮ້ອງໃຫ້ຜູ້ປະກອບການຖືສຳຄັນໃນການປະຕິບັດລະບຽບກົດໝາຍ ແລະ ກວດກາເບິ່ງສິນຄ້າກ່ອນທີ່ຈະນຳມາຈຳໜ່າຍ, ສ່ວນຜູ້ບໍລິໂພກກ່ອນຈະຊື້ສິນຄ້າບໍລິໂພກກໍຄວນກວດກາເບິ່ງວັນເດືອນປີທີ່ຜະລິດໃຫ້ລະອຽດ ເພື່ອໃຫ້ໄດ້ຮັບສິນຄ້າທີ່ດີມີຄຸນນະພາບ ແລະ ປອດໄພຕໍ່ສຸຂະພາບ.

