ຄົນ 2.000 ຕ້ອງວັດກັນດ້ວຍຄວາມຮູ້ຄວາມສາມາດ
ແຜນຮັບເອົາລັດຖະກອນໃນປີ 2020 ໄດ້ອອກມາເປັນທາງການ ໂດຍຜ່ານສື່ອອນລາຍມີຈຳນວນເຖິງ 2.000 ຄົນ ໃນນີ້ຕົກເປັນພູດຂອງກະຊວງສຶກສາ 1.000 ກວ່າຄົນ, ສາທາ 300 ຄົນ ເຫລືອນັ້ນໄດ້ແບ່ງປັນໃຫ້ແຕ່ລະກະຊວງທະບວງກົມ ລົງໄປຮອດເຂດແຂວງເມືອງຈົນຄົບຕາມຕົວເລກທີ່ໄດ້ກ່າວມາຂ້າງເທິງ.
ແຜນຮັບເອົາລັດຖະກອນໃນປີນີ້ ໄດ້ມີຂຶ້ນພາຍຫລັງກອງປະຊຸມເປີດກວ້າງຄັ້ງທີ II ຂອງລັດຖະບານ ທີ່ໄດ້ໄຂຂຶ້ນແຕ່ວັນທີ 19 ຫາວັນທີ 20 ທັນວາ 2019 ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານເຈົ້າແຂວງໃນທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນຢ່າງພ້ອມພຽງ.
ກ່ຽວກັບການແບ່ງຕົວເລກລັດຖະກອນໃນຈຳນວນ 2.000 ຄົນ ແມ່ນປະຕິບັດຕາມມະຕິຂອງສະພາແຫ່ງຊາດໄດ້ຮັບຮອງ ໂດຍຈັດໃຫ້ແຕ່ລະຂົງເຂດທີ່ຈຳເປັນເຊັ່ນ: ຂົງເຂດສຶກສາ, ສາທາ ລົງໄປຮອດເຂດແຂວງ ແລະ ເມືອງເປັນສ່ວນໃຫຍ່.
ແນວໃດກໍຕາມ, ເພື່ອບໍ່ໃຫ້ຫລືມເກົ່າ ທ່ານນາຍົກລັດຖະມົນຕີ ກໍໄດ້ຢ້ຳຕື່ມວ່າ: ການບັນຈຸສັບຊ້ອນຮັບເອົາລັດຖະກອນນັ້ນຕ້ອງຜ່ານການສອບເສັງຕາມຫລັກການ ແລະ ໄປຕາມຂັ້ນຕອນຢ່າງເຂັ້ມງວດ ບົນພື້ນຖານຄັດເອົາດ້ານຄວາມຮູ້ຄວາມສາມາດ ແລະ ສອດຄ່ອງກັບຕຳແໜ່ງທີ່ຕ້ອງການ. ຫ້າມເດັດຂາດຮັບເອົາພະນັກງານອາສາສະໝັກ, ພະນັກງານຕາມສັນຍາຈ້າງເຂົ້າເປັນລັດຖະກອນ ໂດຍບໍ່ຜ່ານການສອບເສັງ. ໄປພ້ອມກັນນີ້ ເພື່ອຮັບປະກັນຄວາມໂປ່ງໃສ ທັງຮັບປະກັນຄຸນນະພາບ ແລະ ມີຄວາມຍຸຕິທຳນັ້ນ, ກອງປະຊຸມຍັງໄດ້ມອບໝາຍໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຄົ້ນຄວ້າຮຽບຮຽງເປັນມະຕິຂອງກອງປະຊຸມ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ຖ້າເຫັນວ່າມີຄວາມຈຳເປັນ ກໍອາດອອກຄຳສັ່ງ ຫລື ຂໍ້ຕົກລົງເພີ່ມຕື່ມ. ພ້ອມກັນນີ້ ກໍມອບໃຫ້ສະມາຊິກລັດຖະບານ, ເຈົ້າຄອງນະຄອນ, ບັນດາທ່ານເຈົ້າແຂວງ ຈົ່ງໄດ້ນຳເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງກັນໃນກອງປະຊຸມເປີດກວ້າງຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ສຳເລັດໄປໂດຍດີ.
ກໍຂໍຊົມເຊີຍພັກ ແລະ ລັດຖະບານທີ່ໄດ້ຫັນຈາກປະລິມານກ້າວສູ່ຄຸນນະພາບແບບຍືນຍົງຢ່າງແທ້ຈິງ ເພາະການສອບເສັງເພື່ອຄັດເລືອກເອົາບຸກຄະລາກອນທີ່ມີຄຸນນະພາບນັ້ນເປັນຄວາມຍຸຕິທຳ ທັງໄດ້ຄົນດີຄົນເກັ່ງເຂົ້າມາບໍລິຫານວຽກວິຊາສະເພາະໃນພາລະກິດສ້າງສາພັດທະນາປະເທດຊາດ ແລະ ການເຮັດວິທີນີ້ ພວກເຮົາກໍຄວນເຮັດມາແຕ່ເຫິງ ເພາະຜ່ານມາທັນໃຜທັນເຮັດ. ຕົວຢ່າງພະນັກງານເມືອງກໍແມ່ນເມືອງເປັນຜູ້ຮັບເອົາເຂົ້າເອງ, ພະນັກງານແຂວງກໍແມ່ນແຂວງເປັນຜູ້ຮັບເຂົ້າເອງ, ຂຶ້ນມາຮອດກະຊວງກໍແມ່ນກະຊວງໃຜມັນເປັນຜູ້ເຮັດ. ຈາກວິທີການ ແລະ ຮູບການດັ່ງກ່າວ ຈຶ່ງຕົກໄປຢູ່ໃນກໍລະນີຄົນເຈົ້າຄົນຂ້ອຍ, ຄົນເພິ່ນຄົນໂຕ, ຄົນໃຜຄົນມັນ, ຜູ້ບໍ່ມີເສັ້ນສາຍເປັນລູກເຈົ້າຫລານນາຍສະໝັກເຂົ້າເປັນອາສາສີ່ຫ້າປີກໍບໍ່ໄດ້ເຂົ້າເປັນລັດຖະກອນ, ຊ້ຳບໍ່ໜຳ ຜູ້ທີ່ຮັບເຂົ້າໄປເຮັດວຽກບໍ່ມີຄຸນນະພາບ, ບາງຄົນເປັນນັກເລງອັນຕະພານ, ພາໝູ່ເສເພ, ເກີດການສໍ້ລາດບັງຫລວງ ມີອິດທິພົນເໜືອລະບຽບກົດໝາຍຂອງບ້ານເມືອງ.
ເຖິງວ່າວິທີການສອບເສັງເອົາບຸກຄະລາກອນໃນຄັ້ງນີ້ ອາດບໍ່ຮັບປະກັນເຕັມຮ້ອຍ ແຕ່ມັນກໍສະແດງໃຫ້ເຫັນເຖິງຄວາມຍຸຕິທຳໃນສັງຄົມ, ເປັນການກ້າວຈາກປະລິມານສູ່ຄຸນນະພາບ ແລະ ທັງເປັນການລຶບລ້າງຄວາມເຫລື້ອມລ້ຳຕໍ່າສູງໃນສັງຄົມລາວເຮົາ ທັງໄດ້ເລືອກເຟັ້ນເອົາຄົນທີ່ດີມີຄວາມຮູ້ຄວາມຫລັກເຂົ້າໄປບໍລິຫານບ້ານເມືອງຢ່າງເຕັມທີ່. ໃນຂັ້ນຕໍ່ໄປ ກໍຄືອະນາຄົດຍາວນານ ຜູ້ທີ່ມີຈຸດປະສົງຕ້ອງການເຂົ້າເປັນພະນັກງານຂອງລັດກໍຕ້ອງຮຽນໃຫ້ເກັ່ງ, ມີລະດັບຄວາມຮູ້ທີ່ແນ່ນອນ ຈຶ່ງສາມາດຜ່ານພົ້ນບັ້ນຮົບນີ້ໄດ້. ເພາະສະນັ້ນ ຈຶ່ງວັດກັນດ້ວຍຄວາມຮູ້ ແລະ ຄວາມສາມາດ. ດັ່ງສຸພາສິດລາວໄດ້ເວົ້າວ່າ: “ຂີ້ຊ້າງລອດ ຂີ້ມອດຄ້າງ” ໝາຍວ່າ: ຜູ້ໃດເກັ່ງກໍສາມາດເສັງໄດ້ ຜູ້ບໍ່ເກັ່ງກໍເສັງຕົກ. ດັ່ງນັ້ນເລ !.