ລາວ-ສ.ເກົາຫຼີ ຮ່ວມມືສ້າງອາຊີບໃຫ້ຊາວໜຸ່ມ

ລາວ-ສ.ເກົາຫຼີ ຮ່ວມມືສ້າງອາຊີບໃຫ້ຊາວໜຸ່ມ - 89 1 - ລາວ-ສ.ເກົາຫຼີ ຮ່ວມມືສ້າງອາຊີບໃຫ້ຊາວໜຸ່ມ
ລາວ-ສ.ເກົາຫຼີ ຮ່ວມມືສ້າງອາຊີບໃຫ້ຊາວໜຸ່ມ - kitchen vibe - ລາວ-ສ.ເກົາຫຼີ ຮ່ວມມືສ້າງອາຊີບໃຫ້ຊາວໜຸ່ມ

ໃນວັນທີ​ 24​ ທັນວາ​ ນີ້, ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ​ ຮ່ວມກັບອົງການ ກອຍກາ ປະຈໍາລາວ​ ໄດ້ເປີດນໍາໃຊ້ຫຼັກສູດຝຶກອົບຮົມສີມືແຮງງານ CBT​ ສາຂາ ຊ່າງຕັດຫຍິບ ແລະ​ ຊ່າງສ້ອມແປງລົດຍົນ ຊຸດທີ 1,​ ໂດຍການເຂົ້າຮ່ວມຂອງທ່ານ  ບຸນມາ​ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ, ທ່ານນາງ​ ຢໍ ວອນ​ ຢອງ​ ຮອງປະທານອົງການກອຍກາ ປະຈຳລາວ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.​

ຫົວໜ້າສະຖາບັນດັ່ງກ່າວ ໃຫ້ຮູ້ວ່າ: ການເປີດນໍາໃຊ້ຫຼັກສູດ CBT ​ເພື່ອແນໃສ່ຜູ້ເຂົ້າຝຶກອົບຮົມໃຫ້ມີຄວາມຮູ້,​ ມີຄວາມສາມາດ,​ ມີຄວາມສຳນານ,​ ມີທັດສະນະຄະຕິທີ່ດີ,​ ມີຄວາມປອດໄພໃນການເຮັດວຽກ ແລະ ເປັນ 1 ໃນ​ 4 ກິດຈະກໍາໃຫ່ຍຂອງໂຄງການ. ຫຼັກສູດ​ດັ່ງກ່າວ ໂດຍໄດ້ຮັບການສ້າງຂຶ້ນໃນ 4 ສາຂາອາຊີບ​ ເຊັ່ນ:  ຊ່າງ​ຕັດຫຍິບ​ເຄື່ອງນຸ່ງ​ຫົ່ມ, ຊ່າງບຳລຸງ ແລະ​ ສ້ອມແປງລົດຍົນ,​ ຊ່າງໄຟຟ້າ ແລະ​ ຊ່າງ​ ICT​.  ໂດຍແມ່ນຜູ້ຊຽວຊານຈາກ ສ.​ເກົາຫຼີ​ ເປັນຜູ້ນໍາພາສ້າງ. ຫຼັກສູດດັ່ງກ່າວຈະໃຊ້ເວລາໃນການຝຶກ 1 ປີ ລວມມີ  1.740 ຊົ່ວໂມງ.​ ພາຍຫຼັງສໍາເລັດການຝຶກ,​ ຜູ້ເຂົ້າຝຶກຈະໄດ້ຮັບວຸດທິສີມືແຮງງານລະດັບ3 ຫຼື​ເທົ່າກັບ ວຸດທິວິຊາຊີບ ຊັ້ນຕົ້ນ.​

     ທ່ານ​ ນາງ​ ຢໍ​ ວອນ​ ຢອງ​ ກ່າວວ່າ:  ຫຼັກສູດນີ້ ຈະໃຫ້ນັກຮຽນທີ່ຈົບໄປມີຄວາມຮູ້ຄວາມສາມາດຕາມຄວາມຕ້ອງການຂອງຕະຫຼາດແຮງງານໄດ້ເປັນຢ່າງດີ.​ ສໍາລັບສົກຮຽນປີ 2019-2020​ ຈະມີນັກຮຽນເຂົ້າຮ່ວມ ທັງໝົດ 60​ ຄົນ.​

ລາວ-ສ.ເກົາຫຼີ ຮ່ວມມືສ້າງອາຊີບໃຫ້ຊາວໜຸ່ມ - 3 - ລາວ-ສ.ເກົາຫຼີ ຮ່ວມມືສ້າງອາຊີບໃຫ້ຊາວໜຸ່ມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!