ອັດຕະປືຫັນລ້ຽງສັດແບບທໍາມະຊາດໄປສູ່ແບບວິິທະຍາສາດ

- w644600 - ອັດຕະປືຫັນລ້ຽງສັດແບບທໍາມະຊາດໄປສູ່ແບບວິິທະຍາສາດ
- kitchen vibe - ອັດຕະປືຫັນລ້ຽງສັດແບບທໍາມະຊາດໄປສູ່ແບບວິິທະຍາສາດ

      ທ່ານ ບຸນເສີດ ເສດທິລາດ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ໃຫ້ຮູ້ວ່າ: ​ໃນມະຕິ X ຂອງອົງຄະນະພັກແຂວງ ໄດ້ກຳນົດແນວທາງຍຸດທະສາດ, ບາດກ້າວເດີນ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ມີການພັດທະນາ ໂດຍສອດຄ່ອງກັບເງື່ອນໄຂສະພາວະຄວາມເປັນຈິງຍິ່ງຂຶ້ນ, ໃນນັ້ນ ຂົງເຂດວຽກງານກະສິກຳ-ປ່າໄມ້ ໂດຍສະເພາະໃນສົກປີ 2019 ຜ່ານມາ ແຂວງອັດຕະປືໄດ້ຈັດສັນອາຊີບໃຫ້ເປັນຂະບວນການຜະລິດ ໂດຍສະເພາະຫັນການລ້ຽງສັດດ້ວຍຮູບແບບຈາກທຳມະຊາດໃຫ້ກາຍມາເປັນຮູບແບບນໍາໃຊ້ເຕັກນິິກວິທະຍາສາດທີ່ທັນສະ​ໄໝ ເປັນຕົ້ນແມ່ນການລ້ຽງແບບຟາມ ເຊິ່ງທົ່ວແຂວງອັດຕະປືມີຄວາຍ 29.420 ກວ່າໂຕ, ງົວ 35.190 ກວ່າໂຕ, ໝູ 28.320 ກວ່າໂຕ, ແບ້ 7.950 ກວ່າໂຕ, ສັດປີກ 255.660 ໂຕ ມີຟາມລ້ຽງສັດແບບຄອບຄົວທັງໝົດ 41 ​ແຫ່ງ ລວມມີສັດລ້ຽງທັງໝົດ 37.700 ໂຕ ໃນນີ້ຄວາຍ 86 ໂຕ, ງົວ 2.569 ໂຕ, ໝູ 365 ໂຕ, ຟາມບາງ​ແຫ່ງສາມາດຜະລິດລູກໝູໄດ້ 6.000 ໂຕຕໍ່ປີ, ມີແບ້-ແກະ 1.000 ໂຕ, ສັດປີກ 13.715 ໂຕ, ສະໜອງໄຂ່ໄດ້ 303 ແຕະຕໍ່ວັນ, ປາມີ 2,9 ລ້ານໂຕ ຜົນຜະລິດໄດ້ 106 ໂຕນ, ເດັ່ນກວ່າໝູ່ແມ່ນການລ້ຽງປາທີ່ນຳໃຊ້ເຕັກນິກຊີວະພາບ ສະເລ່ຍໄດ້ 40 ໂຕນຕໍ່ປີ, ໄດ້ມີການສົ່ງເສີມການປູກຫຍ້າເປັນອາຫານສັດທັງໝົດ 65 ເຮັກຕາ ສາມາດຜະລິດອາຫານສັດໄດ້ 40-50 ໂຕນ ຕໍ່ເດືອນ.

      ທ່ານ ບຸນ​ເສີດ ກ່າວ​ຕື່ມ​ວ່າ: ​ໃນ​ຜ່ານ​ມາ ​ ພະແນກກະສິກຳ ແລະ ປ່າໄມ້ແຂວງ​ໄດ້​ເອົາ​ໃຈ​ໃສ່ຊຸກຍູ້ຊາວກະສິກອນ, ພາກສ່ວນທຸລະກິດຂະໜາດນ້ອຍ ໃຫ້ຫັນການລ້ຽງສັດແບບທໍາມະຊາດກ້າວໄປສູ່ການລ້ຽງສັດແບບ ນໍາໃຊ້ເຕັກນິິກວິທະຍາສາດທີ່ທັນສະ​ໄໝ ເພື່ອຫັນການຜະລິດໃຫ້ໄດ້ຫຼາຍກາຍ ເປັນສິນຄ້າສົ່ງອອກພາຍໃນ ແລະ ຕ່າງປະເທດ​ໃຫ້ເປັນຂະບວນຟົດຟື້ນ.

- Visit Laos Visit SALANA BOUTIQUE HOTEL - ອັດຕະປືຫັນລ້ຽງສັດແບບທໍາມະຊາດໄປສູ່ແບບວິິທະຍາສາດ
- 5 - ອັດຕະປືຫັນລ້ຽງສັດແບບທໍາມະຊາດໄປສູ່ແບບວິິທະຍາສາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!