ຄະນະແພດທະຫານກອງທັບ ລາວ- ຫວຽດນາມ ເປີດກິດຈະກໍາກວດ ແລະ ປິ່ນປົວສຸຂະພາບບໍ່ເສຍຄ່າຢູ່ແຂວງຜົ້ງສາລີ

- 80438202 1044621029218456 139671211184488448 n - ຄະນະແພດທະຫານກອງທັບ ລາວ- ຫວຽດນາມ ເປີດກິດຈະກໍາກວດ ແລະ ປິ່ນປົວສຸຂະພາບບໍ່ເສຍຄ່າຢູ່ແຂວງຜົ້ງສາລີ
- kitchen vibe - ຄະນະແພດທະຫານກອງທັບ ລາວ- ຫວຽດນາມ ເປີດກິດຈະກໍາກວດ ແລະ ປິ່ນປົວສຸຂະພາບບໍ່ເສຍຄ່າຢູ່ແຂວງຜົ້ງສາລີ

      ເນື່ອງໃນໂອກາດທີ່ສອງຊາດ ລາວ-ຫວຽດນາມ ຮ່ວມສະເຫລີມສະ ຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ວັນສ້າງຕັ້ງກອງ ທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ ແລະ ວັນມູນເຊື້ອອາສາສະຫມັກ ຫວຽດນາມຊ່ວຍເຫລືອລາວ ຄົບຮອບ 70 ປີ ​ໃນວັນທີ 23 ທັນວານີ້ ທີ່ ແຂວງຜົ້ງສາລີ, ຄະນະແພດທະຫານກອງທັບປະຊາຊົນລາວ ແລະ ກອງ ທັບປະຊາຊົນຫວຽດນາມ ​ໄດ້ເປີດກິດຈະກຳກວດ ແລະ ປິ່ນປົວສຸຂະພາບໃຫ້ນາຍ ແລະ ພົນທະຫານ, ພະນັກງານລັດຖະກອນ ແລະ ປະຊາຊົນ ໂດຍບໍ່ເສຍຄ່າຢູ່ 3 ເມືອງ ຂອງແຂວງຜົ້ງສາລີ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງຜົ້ງສາລີ, ທ່ານ ພົນຕີ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ທ່ານ ພົນຈັດຕະວາ ຫງວຽນ ວັນ ເກື່ອງ ຮອງຫົວໜ້າການເມືອງ ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດ ນາມ.

- 80696388 1044620962551796 7483339579605385216 n - ຄະນະແພດທະຫານກອງທັບ ລາວ- ຫວຽດນາມ ເປີດກິດຈະກໍາກວດ ແລະ ປິ່ນປົວສຸຂະພາບບໍ່ເສຍຄ່າຢູ່ແຂວງຜົ້ງສາລີ

      ທ່ານ ພັນເອກ ນາງ ວັນເພັງ ພວງສາວະດີ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ກ່າວວ່າ: ການຈັດກິດຈະກໍາ ການບໍລິການດ້ານການແພດຄັ້ງນີ້ ເປັນການເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນ ຫວຽດນາມ, ເວົ້າສະເພາະສອງກົມເສນາຮັກກອງທັບ ລາວ-ຫວຽດ ນາມ, ທັງເປັນການແລກປ່ຽນຖອດຖອນບົດຮຽນທາງດ້ານການແພດໃຫ້ມີຄວາມ ຊຳນິຊໍານານ ແລະ ຮັບປະກັນການປິ່ນປົວໃຫ້ວ່ອງໄວທັນການ ແລະ ມີປະ ສິດທິພາບ ເຊິ່ງກິດຈະກໍາໃນປີນີ້, ສອງຄະນະແພດກອງທັບ ລາວ-ຫວຽດ ນາມ ໄດ້ພ້ອມກັນສືບຕໍ່ໃຫ້ການບໍລິການດ້ານການແພດຢູ່ສາມເມືອງຂອງແຂວງ ຜົ້ງສາລີຄື: ເມືອງຂວາ, ເມືອງສໍາພັນ ແລະ ເມືອງໃຫມ່ ໂດຍໄດ້ເລັ່ງໃສ່ການກວດ ແລະ ປິ່ນປົວພະຍາດໃຫ້ແກ່ນາຍ ແລະ ພົນທະຫານ, ພະນັກງານລັດ ຖະກອນ, ປະຊາຊົນຜູ້ທີ່ເຈັບປ່ວຍໂດຍບໍ່ເສຍຄ່າ ເຊິ່ງປະກອບມີ: ພະແນກສຸກເສີນ, ພະແນກລະບົບທາງເດີນຫາຍໃຈ, ພະແນກຜ່າຕັດ, ພະແນກເດັກ, ພະແນກຊ່ອງປາກ, ພະແນກພັກຟື້ນ, ພະແນກກະດູກ, ພະແນກຫົວໃຈ, ພະແນກລະບົບທາງເດີນອາຫານ, ພະແນກຫູ, ຕາ, ດັງ, ຄໍ, ພະແນກຍິງ-ປະ ສູດ ແລະ ອື່ນໆ ເຊິ່ງມີປະຊາຊົນຢ່າງຫລວງຫລາຍເຂົ້າຮັບການກວດ​ປິ່ນປົວພະຍາດ.

- Visit Laos Visit SALANA BOUTIQUE HOTEL - ຄະນະແພດທະຫານກອງທັບ ລາວ- ຫວຽດນາມ ເປີດກິດຈະກໍາກວດ ແລະ ປິ່ນປົວສຸຂະພາບບໍ່ເສຍຄ່າຢູ່ແຂວງຜົ້ງສາລີ
- 80438202 1044621029218456 139671211184488448 n 1 - ຄະນະແພດທະຫານກອງທັບ ລາວ- ຫວຽດນາມ ເປີດກິດຈະກໍາກວດ ແລະ ປິ່ນປົວສຸຂະພາບບໍ່ເສຍຄ່າຢູ່ແຂວງຜົ້ງສາລີ

      ໃນໂອກາດລົງເຄື່ອນໄຫວບໍລິການດ້ານການແພດຄັ້ງນີ້ ຍັງໄດ້ນຳເອົາອຸປະກອນການແພດ, ​ເຄື່ອງຮັບໃຊ້ຫ້ອງການ ແລະ ເຄື່ອງຊ່ວຍ​ເຫລືອອື່ນໆຈຳນວນໜຶ່ງ ມາມອບໃຫ້ແຕ່ລະຈຸດທີ່ລົງເຄື່ອນໄຫວ ເພື່ອຊຸກຍູ້ສົ່ງເສີມໃຫ້ແພດໝໍຢູ່ເຂດດັ່ງກ່າວມີຄວາມຊຳນິຊຳນານໃນການນຳໃຊ້ເຄື່ອງມືການແພດ ໃຫ້ມີປະສິດທິພາບສູງ.     ກິດຈະກຳດັ່ງກ່າວ​ຈະ​ດຳ​ເນີນ​ໄປ​ຮອດວັນທີ 27 ທັນວາ 2019 ຈຶ່ງຈະສໍາເລັດລົງ.

- 5 - ຄະນະແພດທະຫານກອງທັບ ລາວ- ຫວຽດນາມ ເປີດກິດຈະກໍາກວດ ແລະ ປິ່ນປົວສຸຂະພາບບໍ່ເສຍຄ່າຢູ່ແຂວງຜົ້ງສາລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!