ຊຽງ​ຂວາງ​ ກຽມພ້ອມ​​ຈັດງານຕ້ອນຮັບ 3 ​ວັນ​​ສຳຄັນຂອງ​ຊາດ ​ໃນ​ເດືອນມີນາ​ໜ້ານີ້

- Xk - ຊຽງ​ຂວາງ​ ກຽມພ້ອມ​​ຈັດງານຕ້ອນຮັບ 3 ​ວັນ​​ສຳຄັນຂອງ​ຊາດ ​ໃນ​ເດືອນມີນາ​ໜ້ານີ້
- kitchen vibe - ຊຽງ​ຂວາງ​ ກຽມພ້ອມ​​ຈັດງານຕ້ອນຮັບ 3 ​ວັນ​​ສຳຄັນຂອງ​ຊາດ ​ໃນ​ເດືອນມີນາ​ໜ້ານີ້

ທ່ານ ບຸນ​ຕົ້ນ ຈັນທະ​ພອນ ​ເຈົ້າ​ແຂວງ​ຊຽງ​ຂວາງ ​​ໄດ້​ໃຫ້​ສຳພາດ​​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະບານ​ເປີດ​ກວ້າງ ໃນ​ວັນ​ທີ 20 ທັນວາຜ່ານ​ມາ​ວ່າ: ໃນ​ເດືອນ​ມີນາ 2020 ທີ່​ຈະ​ມາ​ເຖິງ​ນີ້ ​ຢູ່ແຂວງ​ຊຽງ​ຂວາງ ​ຈະ​ໄດ້​ມີ​ການສະ​ເຫລີ​ມສະຫລອງ​ 3 ​ເຫດການ​​ສໍາຄັນ​ຂອງ​ຊາດຄື: ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ ປະຕິວັດ​ລາວ, ແຂ່ງຂັນກິລາ​ແຫ່ງ​ຊາດຄັ້ງ​ທີ 11 ​ແລະ ສະ​ເຫລີ​ມສະຫລອງໄຫ​ຫີນ​ເຂົ້າ​ເປັນ​ມໍລະດົກ​ໂລກ ​ເຊິ່ງ​ເປັນ​ຂະ​ບວນການ​ທີ່​ໃຫຍ່ ​ແລະ ​ເປັນ​ປະຫວັດສາດ​ຂອງ​ແຂວງ​ຊຽງ​ຂວາງ.

ທ່ານ ບຸນ​ຕົ້ນ ຈັນທະ​ພອນ ​​ໄດ້​ກ່າວ​ວ່າ: ​ແຂວງ​ຊຽງ​ຂວາງ​ ໄດ້​ຖືກ​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງ​ກິລາ​ແຫ່ງ​ຊາດ​ ຄັ້ງ​ທີ 11 ​ເຊິ່ງ​ໄດ້​ເລື່ອນ​ມາ​ແຕ່​ປີ​ກາຍ​ນີ້, ຍ້ອນ​ວ່າ​ທົ່ວ​ປະ​ເທດ​ໄດ້​ປະ​ເຊີນ​ກັບ​ອຸ​ທົກ​ກະ​ໄພ​ທີ່​ຮ້າຍ​ແຮງ ​​ໂດຍ​ສະ​ເພາະ​ແມ່ນ​ຢູ່​ທາງ​ພາກ​ໃຕ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ ຊັບ​ສິນ​ຢ່າງ​ຫລວງ ຫລາຍ. ສະ​ນັ້ນ​, ​ຈຶ່ງໄດ້​ເລື່ອນ​ງານ​ດັ່ງ​ກ່າວ, ມາ​ເປັນ​ເດືອນມີນາ 2020 ທີ່​ຈະ​ມາ​ເຖິງ​ນີ້. ປັດຈຸ​ບບັນ​ ແຂວງ​ພວກ​ເຮົາ ກຳລັງ​ເລັ່ງປັບປຸງ​ພື້ນຖານ​ໂຄງ​ລ່າງ ​ໂດຍ​ສະ​ເພາະ​ແມ່ນ​ປັບປຸງບັນດາ​ເສັ້ນທາງ​ໃຫ້​ດີ​ຂຶ້ນ, ປັບປຸງ​ເຮືອນ​ພັກ, ​ໂຮງ​ແຮມ, ຮ້ານອາຫານ, ຮ້ານກິນ​ດື່ມຕ່າງໆ. ພ້ອມ​ນີ້ ​ກໍ​ໄດ້​ຊຸກຍູ້​ສົ່ງ​ເສີມ​ໃຫ້​ປະຊາຊົນ​ພາຍ​ໃນ​ແຂວງ​ ຜະລິດ​ກະສິກຳ​ ເປັນ​ຕົ້ນ ປູກ​ຜັກ​ປອດ​ສານພິດ ​ແລະ ລ້ຽງສັດ ​ເພື່ອ ປ້ອນ​ຕະຫລາດ, ສະໜອງ​​ໃຫ້ຮ້ານ​ອາຫານ ​ແລະ ໂຮງ​ແຮມໃນ​ທົ່ວ​ແຂວງ ເພື່ອຕອບ​ສະໜອງຄວາມ​ຕ້ອງການ​ຂອງ​ແຂກ​ທີ່​ຈະ​ເຂົ້າ​ມາ​ທ່ຽວ​ຊົມ ​ແລະ ຢ້ຽມຢາມແຂວງ​ຊຽງ​ຂວາງ. ນອກ​ນີ້ ຍັງ​ໄດ້​ສົ່ງ​ເສີມ​ໃຫ້​ປະ ຊາຊົນ ຜະລິດ​ເຄື່ອງ​ຫັດຖະກຳ​ສີ​ໄມ້​ລາຍ​ມື ທີ່​ເປັນ​ມູນ​ເຊື້ອ​ຂອງ​​ແຂວງ​ຕິດ​ພັນ​ກັບ​ລັກ​ສະນະ​ຊາດ ​ເພື່ອ​ໃຫ້​ແຂກ​ມາ​ທ່ຽວ​ຊົມ​ ໄດ້​ຊື້​ເປັນ​ທີ່​ລະນຶກ ​ຂອງຕ້ອນ​ຂອງຝາກ​ນຳ​ອີກ.

ທ່ານ ບຸນ​ຕົ້ນ ຈັນທະ​ພອນ ກ່າວ​ຕື່ມ​ວ່າ: ປັດຈຸ​ບັນ​ ​ໄດ້ປັບປຸງ​ໂຮງຮຽນ 30 ກວ່າ​ແຫ່ງ​ ​ເພື່ອ​ຮອງ​ຮັບບັນດານັກ​ກິລາ ​ແລະ ຄູ​ຝຶກ ທີ່​ມາ​ຈາກ​ແຂວງຕ່າງໆ, ຂະຫຍາຍ​ບ່ອນ​ນັ່ງ​ຊົມ​ກິລາ ຈາກ 11 ພັນຄົນ ​ໃຫ້​ສາມາດ​ຮອງ​ຮັບ​ໄດ້​ເພີ່ມ​ອີກປະມານ 6 ພັນ​ກວ່າຄົນ. ສຳລັບ​ຖະໜົນ​ຫົນທາງ​ ກໍ​ໄດ້​ກະກຽມ​ເສັ້ນທາງ​ທີ່​ລະບາຍ​ລົດ​ເຂົ້າ-ອອກ ຢູ່ 4 ​ເສັ້ນທາງ ​ຄື: ​ເສັ້ນທາງມາ​ແຕ່​ບ້ານ​ລາດ​ງ່ອນ, ​ເສັ້ນທາງ​ມາ​ແຕ່​ສວນປູກ​ມອນ-ລ້ຽງ​ມ້ອນ, ມາ​ແຕ່​ເສັ້ນ​ທົ່ງ​ໄຫ​ຫີນ, ​ແລະ ມາ​ແຕ່​ທາງ​ໂພນ​ສະຫວັນ.

- 5 - ຊຽງ​ຂວາງ​ ກຽມພ້ອມ​​ຈັດງານຕ້ອນຮັບ 3 ​ວັນ​​ສຳຄັນຂອງ​ຊາດ ​ໃນ​ເດືອນມີນາ​ໜ້ານີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!