ຜົນຜະລິດລະດູຝົນປີນີ້ ຢູ່ແຂວງໄຊຍະບູລີບໍ່ໄດ້ຕາມແຜນການ

- 81217213 1043768979303661 2108151290985971712 o - ຜົນຜະລິດລະດູຝົນປີນີ້ ຢູ່ແຂວງໄຊຍະບູລີບໍ່ໄດ້ຕາມແຜນການ
- kitchen vibe - ຜົນຜະລິດລະດູຝົນປີນີ້ ຢູ່ແຂວງໄຊຍະບູລີບໍ່ໄດ້ຕາມແຜນການ

      ​ແຫ​ລ່ງຂ່າວ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ: ການເກັບກູ້ຜົນຜະລິດລະດູຝົນຂອງຊາວກະສິກອນທົ່ວແຂວງໄຊຍະບູລີປີ​ນີ້ ແມ່ນສໍາເລັດແລ້ວ 100% ແຕ່ຜົນຜະລິດທີ່​ເກັບ​ກ່ຽວ​ໄດ້​ຕົວ​ຈິງແມ່ນບໍ່ໄດ້ຕາມແຜນ ​ໂດຍພະແນກກະສິກໍາ ແລະ ປ່າໄມ້ແຂວງດັ່ງກ່າວ ໃຫ້ຮູ້ວ່າ: ການຜະລິດລະດູຝົນປີ 2019 ທົ່ວແຂວງມີເນື້ອທີ່ແຜນການທັງໝົດ 156.700 ກວ່າເຮັກຕາ ໃນນີ້ເນື້ອທີ່ນາປີ 34.280 ກວ່າເຮັກຕາ, ເຂົ້າໄຮ່ 10.480 ເຮັກຕາ ແລະ ປູກພືດຕ່າງໆ 112.000 ເຮັກຕາ. ຜ່ານການປະຕິບັດຕົວ​ຈິງ ເນື້ອທີ່ປູກເຂົ້ານາປີປັກດໍາໄດ້ 32.740 ກວ່າເຮັກຕາ ເທົ່າກັບ 95% ຂອງແຜນການ. ມີເນື້ອທີ່ເສຍຫາຍຈາກໄພແຫ້ງແລ້ງ 3.680 ກວ່າເຮັກຕາ, ເນື້ອທີ່ເກັບກ່ຽວຕົວຈິງ 29.000 ກວ່າເຮັກຕາ ສະມັດຕະພາບສະເລ່ຍ 4,31 ໂຕນຕໍ່ເຮັກຕາ, ຜົນຜະລິດທັງໝົດ 125.150 ກວ່າໂຕນ, ສ່ວນ​ການ​ຜະລິດເຂົ້າໄຮ່ປະຕິບັດຕົວຈິງ​ໄດ້ 11.185 ເຮັກຕາ ເທົ່າກັບ 106,73% ຂອງແຜນການ. ປັດຈຸບັນເກັບກູ້ສໍາເລັດແລ້ວ 100% ​ແຕ່​ໄດ້​ຮັບເສຍຫາຍຈາກໄພແຫ້ງແລ້ງ ຈຳນວນ 1.452 ກວ່າເຮັກຕາ ສະມັດຕະພາບສະເລ່ຍ 1,68 ໂຕນຕໍ່ເຮັກຕາ. ການປູກພືດລະດູຝົນເນື້ອທີ່ແຜນການທັງໝົດ 112.000 ເຮັກຕາ, ປະຕິບັດຕົວຈິງ 110.370 ເຮັກຕາ ເທົ່າກັບ 98% ຂອງແຜນການປີ ປັດຈຸບັນເກັບກູ້ສໍາເລັດ 100% ​ໃນ​ນີ້ມີເນື້ອທີ່ເສຍຫາຍຈາກໄພແຫ້ງແລ້ງ 1.452 ກວ່າເຮັກຕາ.

- 80634278 1043768969303662 920127555539828736 o - ຜົນຜະລິດລະດູຝົນປີນີ້ ຢູ່ແຂວງໄຊຍະບູລີບໍ່ໄດ້ຕາມແຜນການ

      ​ແນວ​ໃດ​ກໍ​ຕາມ ເພື່ອຮັບປະກັນການຜະລິດລະດູແລ້ງປີ 2020 ນີ້ໄດ້ຮັບຜົນດີ ແລະ ບັນລຸຕາມແຜນການວາງໄວ້ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຈະສົມທົບກັບບັນດາຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ​ເພື່ອປຸກລະດົມຊາວກະສິກອນ ແລະ ບັນດາຫົວໜ່ວຍທຸລະກິດຈັດຕັ້ງປະຕິບັດແຕ່ຫົວທີ ໂດຍຖືເອົາ 3 ວັນກະສິກໍາເປັນມື້ເລີ່ມຕົ້ນ ພ້ອມແຕ່ງຕັ້ງພະນັ ກງານວິຊາການທີ່ກ່ຽວຂ້ອງລົງຊຸກຍູ້ຢູ່ບັນດາແຕ່ລະເມືອງ ກະກຽມແຜນການຕ້ານແລ້ງຕ້ານຖ້ວມ, ແຜນປ້ອງກັນສັດຕູພືດ, ກະກຽມແນວພັນພືດເຂົ້າ, ຈັກສູບນໍ້າ ແລະ ຢາປາບສັດຕູພືດແຕ່ຫົວທີ ແລະ ຄາດວ່າການຜະລິດລະດູແລ້ງ​ໃນ​ປີໜ້າ​ນີ້ຈະສາມາດບັນລຸຕາມແຜນການວາງໄວ້.

- Visit Laos Visit SALANA BOUTIQUE HOTEL - ຜົນຜະລິດລະດູຝົນປີນີ້ ຢູ່ແຂວງໄຊຍະບູລີບໍ່ໄດ້ຕາມແຜນການ
- 80614851 1043768942636998 7609284294355189760 o - ຜົນຜະລິດລະດູຝົນປີນີ້ ຢູ່ແຂວງໄຊຍະບູລີບໍ່ໄດ້ຕາມແຜນການ
- 3 - ຜົນຜະລິດລະດູຝົນປີນີ້ ຢູ່ແຂວງໄຊຍະບູລີບໍ່ໄດ້ຕາມແຜນການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!