ນັກທຸລະກິດຮັບສໍາປະທານເກັບຊື້ ແລະ ສົ່ງເສີມການປູກຕົ້ນໃບຊາໝ້ຽງແຂວງໄຊຍະບູລີ.


ພິທີເຊັນສັນຍາສໍາປະທານເກັບຊື້ ແລະ ສົ່ງເສີມການປູກຕົ້ນໃບຊາໝ້ຽງຢູ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອທ້າຍອາທິດຜ່ານມານີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ເພື່ອປະຕິບັດແນວທາງນະໂຍບາຍພັກ-ລັດ ກ່ຽວກັບການສົ່ງ ເສີມການຜະລິດເປັນສິນຄ້າ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກສິນຄ້າກະສິກໍາ ທັງເປັນການຟື້ນຟູສະພາບປ່າທີ່ຖືກທໍາລາຍຜ່ານມາ, ປ່າຊຸດໂຊມທີ່ປາ ສະຈາກຕົ້ນໄມ້ອຸດສາຫະກໍາ ແລະ ປູກຊາ ພ້ອມທັງວາງແຜນເພື່ອສ້າງເງື່ອນໄຂທີ່ດີໃຫ້ກັບສະພາບແວດລ້ອມ, ຫ້ວຍນໍ້າລໍາເຊ ແລະ ການປ້ອງກັນການເຊາະເຈື່ອນ.


ດັ່ງນັ້ນ ທາງບໍລິສັດ ທຽນ ຜີນ ຫົງ ເຕັກໂນໂລຢີ ຊີວະພາບກະສິກໍາຈໍາກັດ ໄດ້ລົງທຶນສົ່ງເສີມປະຊາຊົນປູກ, ເກັບຊື້ ແລະ ປຸງແຕ່ງຊາພື້ນບ້ານທໍາມະຊາດຢູ່ແຂວງໄຊຍະບູລີ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ເພື່ອຍົກບົດບາດການຜະລິດກະສິກໍາໃຫ້ມີຄຸນນະພາບ, ເພື່ອສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນການແກ້ໄຂຄວາມທຸກຍາກ. ໂຄງການສໍາປະທານດັ່ງກ່າວມີອາຍຸ 25 ປີ ຈະໄດ້ລົງມືແຕ່ປີ 2020 ເປັນຕົ້ນໄປ ແລະ ປະຕິບັດຢູ່ 2 ເມືອງ: ເມືອງໄຊຍະບູລີ ຢູ່ບ້ານນໍ້າຄາ ສໍາປະທານທີ່ດິນລັດເພື່ອບົວລະບັດຮັກສາຕົ້ນຊາໝ້ຽງທໍາມະຊາດ ແລະ ສ້າງຕັ້ງໂຮງງານໃນເນື້ອທີ່ 75,7 ເຮັກຕາ ແລະ ເມືອງບໍ່ແຕນແມ່ນກໍານົດເອົາບ້ານໜອງປາຈີດ ແລະ ບ້ານກຸ່ມ ມີເນື້ອທີ່ທັງໝົດ 84 ເຮັກຕາ ໂດຍຈະໃຊ້ງົບປະມານໃນໂຄງການດັ່ງກ່າວທັງໝົດ 6 ຕື້ກວ່າກີບ. ນອກນີ້ ບໍລິສັດໄດ້ວາງແຜນຂະຫຍາຍເນື້ອທີ່ປູກຊາໃນເຂດອື່ນໆທີ່ມີທ່າແຮງຕື່ມອີກ.

