ຫລວງນ້ຳທາ ທຳລາຍສິນຄ້າຫມົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງ ລວມມີມູນຄ່າ 40 ລ້ານກວ່າກີບ


ທ້າຍອາທິດຜ່ານມາ ຢູ່ສະຫນາມຂີ້ເຫຍື້ອ ແຂວງຫລວງນ້ຳທາ ໄດ້ມີການທຳລາຍສິນຄ້າຫມົດອາຍຸ, ສິນຄ້າເຊື່ອມຄຸນ, ສິນຄ້າປອມແປງລອກຮຽນແບບ ແລະ ສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍທີ່ຂະແໜງການກ່ຽວຂ້ອງຂອງແຂວງໄດ້ກວດກາພົບເຫັນສິນຄ້າດັ່ງກ່າວຢູ່ຕາມທ້ອງຕະຫລາດ ແລະ ຮ້ານຄ້າທົ່ວໄປພາຍໃນແຂວງ.

ເພື່ອແນໃສ່ປົກປ້ອງຜູ້ດຳເນີນທຸລະກິດທີ່ຖືກຕ້ອງຕາມລະບຽບກົດຫມາຍ ແລະ ເປັນການປົກປ້ອງຜູ້ຊົມໃຊ້, ຜູ້ບໍລິໂພກໃນສັງຄົມໃຫ້ໄດ້ຊົມໃຊ້ສິນຄ້າທີ່ດີ ແລະ ມີຄຸນນະພາບ. ສິນຄ້າທີ່ນຳມາທຳລາຍຄັ້ງນີ້ປະກອບມີ: ສິນຄ້າອຸປະໂພກ-ບໍລິໂພກ, ຈານດາວທຽມ, ກ່ອງຮັບສັນຍານ, ຫົວດູດສັນຍານດາວທຽມ, ແຟັບປອມແປງ ແລະ ເຄື່ອງດື່ມ ລວມມູນຄ່າທັງຫມົດ 40 ລ້ານກວ່າກີບ. ພ້ອມນີ້ ເຈົ້າຫນ້າທີ່ໄດ້ສຶກສາອົບຮົມ ແລະ ກ່າວເຕືອນຕໍ່ຜູ້ກະທຳຜິດ ແລະ ເຮັດບົດບັນທຶກ ເພື່ອບໍ່ໃຫ້ນຳເອົາສິນຄ້າບໍ່ມີຄຸນນະພາບ ແລະ ຜິດກົດໝາຍມາຈຳໜ່າຍອີກ.
