ປາຖະຄາຖາວັນຄົບຮອບ 24 ປີ ນະຄອນຫຼວງພະບາງເມືອງມໍລະດົກໂລກ


ພິທີປາຖະກະຖາໃນໂອກາດສະເຫຼີມສະຫຼອງ ຫຼວງພະບາງເມືອງມໍລະດົກໂລກ ຄົບຮອບ 24 ປີ ແລະ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົມຕີ ໄດ້ຈັດຂຶ້ນໃນວັນທີ 16 ທັນວານີ້, ທີ່ຫຼວງພະບາງ.


ໃນພິທີທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນສະພາບການປົກປັກຮັກສາມໍລະດົກໂລກຫຼວງພະບາງຕະຫຼອດໄລຍະ 24 ປີຜ່ານມາຂອງຊາວຫຼວງພະບາງ ທີ່ໄດ້ຮ່ວມກັນ ຮັກສາໄດ້ມູນເຊື້ອວັດທະນະທໍາອັນດີງາມ ແລະ ສະຖານບູຮານທີ່ເກົ່າແກ່ຢູ່ຄູ່ຊາວເມືອງໄວ້ເປັນຢ່າງດີ, ພ້ອມທັງຍົກໃຫ້ເຫັນຄວາມໝາຍຂອງມໍລະດົກແມ່ນຜະ ລິດຕະພັນທີ່ມະນຸດສ້າງຂຶ້ນ ຫຼື ເກີດຂຶ້ນໂດຍທຳມະຊາດ ທີ່ມີຄຸນຄ່າສູງທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ, ເປັນຊັບສົມບັດອັນລໍ້າຄ່າ, ເປັນຊັບສິນລວມຂອງວົງຄະນາຍາດແຫ່ງຊາດ ແລະ ມໍລະດົກແຫ່ງຊາດ ທີ່ເປັນວັດຖຸ ຫຼື ບໍ່ເປັນວັດຖຸ ແມ່ນການຢັ້ງຢືນເຖິງຄວາມເປັນມາຂອງຊາດລາວ,ຄົນລາວ ໂດຍສະເພາະແມ່ນຊາວນະຄອນຫຼວງພະບາງແຕ່ລະຍຸກແຕ່ລະສະ ໄໜໂດຍຜ່ານການສໍາຫຼວດ ແລະ ຮັບຮອງຈາກຄະນະກຳມະການມໍລະດົກໂລກ ແລະ ບັນທຶກເຂົ້າໃນບັນຊີມໍລະດົກໂລກຂອງອົງການອຸຍແນັສໂກ ຕາມມາດຖານເງື່ອນໄຂ ແລະ ຂໍ້ກຳນົດໃນສົນທິສັນຍາ 1972 ເຊິ່ງນະຄອນຫຼວງພະບາງໂດຍຜ່ານ 3 ເງື່ອນໄຂທີ່ໄດ້ຮັບເຂົ້າເປັນມໍລະດົກໂລກຄື:


1) ສະແດງໃຫ້ເຫັນເຖິງຄວາມສໍາຄັນໃນການແລກປ່ຽນຄຸນຄ່າມະນຸດມາໄດ້ຫລາຍເຊັ່ນຄົນ, ເປັນສະຖານທີ່ທາງດ້ານວັດທະນະທໍາຂອງໂລກ ຄຽງຄູ່ກັບການພັດທະນາທາງດ້ານສະຖາປັດຕິຍະກໍາ ຫລື ເຕັກໂນໂລຊີ, ສິລະປະອະນຸ ສອນສະຖານ, ການວາງຜັງເມືອງ; 2) ເປັນຕົວຢ່າງອັນໂດດເດັ່ນຂອງຮູບແບບການປຸກສ້າງທາງດ້ານສະຖາປັດຕິຍະກຳ, ເຕັກໂນໂລຊີ ຫລື ດ້ານຄຸນນະພາບ, ລັກສະນະສະຖານທີ່ສະແດງໃຫ້ເຫັນຄວາມໝາຍຄວາມສຳ ຄັນແຕ່ລະຍຸກຂອງມວນມະນຸດ ແລະ ເງື່ອນໄຂທີ 3) ເປັນຕົວຢ່າງອັນໂດດເດັ່ນ ຂອງການດໍາລົງຊີວິດທີ່ມີຮີດຄອງປະເພນີອັນຍອດຍິ່ງ, ເປັນເອກະລັກ ສະ ເພາະສືບທອດກັນມາຂອງມວນມະນຸດໃນການນຳໃຊ້ທີ່ດິນ-ນໍ້າ ຢັ້ງຢືນເຖິງ ວັດທະນະທຳໃດໜຶ່ງ ຫລື ຮູບການວັດທະນະທໍາທີ່ແຕກຕ່າງກັນ. ມາເຖິງປັດຈຸບັນປະເທດທີ່ຂຶ້ນບັນຊີມໍລະດົກໂລກໂດຍອຸຍແນັສສະໂກຮັບຮອງມີຈໍານວນ 167 ປະເທດ, ມີແຫຼ່ງມໍລະດົກໂລກທັງໝົດ 1.121 ແຫ່ງ ມໍລະດົກທາງດ້ານວັດທະນະທຳ 869 ແຫ່ງ, ມໍລະດົກທາງດ້ານທຳມະຊາດ 213 ແຫ່ງ, ມໍລະດົກປະສົມ 39 ແຫ່ງ, ໃນນີ້ ສປປ ລາວ ໄດ້ຂຶ້ນບັນຊີມໍລະດົກໂລກ 3 ແຫ່ງ, ສະເພາະຫຼວງພະບາງເມືອງມໍລະດົກໂລກໄດ້ຮັບຮອງໃນປີ 1995.


ຄຽງຄູ່ກັນນັ້ນ ກໍໄດ້ມີບຸກຄົນທີ່ໄດ້ສ້າງຄຸນງາມຄວາມດີປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາມໍລະດົກໂລກຫຼວງພະບາງໄດ້ຖືກຮັບຮອງເປັນມໍລະດົກໂລກຈົນເຖິງທຸກວັນນີ້ ໂດຍມີຫຼາຍພາກສ່ວນ ແຕ່ໜຶ່ງໃນນັ້ນກໍມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົມຕີທ່ານໄດ້ໃຫ້ຄວາມເອົາໃຈໃສ່ຊີ້ນໍາ ແລະ ນໍາພາໃນການປົກປັກຮັກສາ ລວມທັງການພົວພັນກັບຕ່າງປະເທດ ໃຫ້ການຊ່ວຍເຫຼືອ, ບູລະນະສະຖານທີ່ວັດວາອາຮາມ ແລະ ສະຖາປັດຕະຍະກໍາອັນເກົ່າແກ່ທາງປະຫວັດສາດ, ທໍາມະຊາດໄວ້ໃຫ້ຍືນຍົງ. ດັ່ງນັ້ນ ອົງການປົກຄອງແຂວງຫຼວງພະບາງ ຈຶ່ງສະເໜີເຖິງລັດ ຖະບານ ເພື່ອປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ທ່ານ ຕາມລັດຖະດຳລັດຂອງປະທາປະເທດ ແຫ່ງ ສປປ ລາວ. ໃຫ້ຜູ້ທີ່ມີຜົນງານດີເດັ່ນ ມີຄຸນງາມຄວາມດີ ອຸທິດເຫື່ອ ແຮງ, ສະຕິປັນຍາເຂົ້າໃນການຊີ້ນໍາ-ນຳພາການປົກປັກຮັກສາ ແລະ ອະນຸລັກມູນເຊື້ອວັດທະນະທຳອັນດີງາມດັ່ງກ່າວ ຕະຫຼອດໄລຍະຜ່ານມາ (9/12/1995-9/12/2015 ) ໃຫ້ກຽດຂຶ້ນປະດັບຫຼຽນໄຊດັ່ງກ່າວ ໂດຍທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງພະບາງ ຢ່າງສົມກຽດ.