ພະຍາດໄຂ່ຫລັງເລີ່ມຂ້າຊີວິດຄົນລາວຫລາຍຂຶ້ນ

- 33 3 - ພະຍາດໄຂ່ຫລັງເລີ່ມຂ້າຊີວິດຄົນລາວຫລາຍຂຶ້ນ
- kitchen vibe - ພະຍາດໄຂ່ຫລັງເລີ່ມຂ້າຊີວິດຄົນລາວຫລາຍຂຶ້ນ

    ປັດຈຸບັນ ອາຫານການກິນປົນສານເຄມີ, ການກິນຢາບໍ່ຖືກຕ້ອງ ແລະ ອື່ນໆ, ໄດ້ສົ່ງຜົນກະທົບຕໍ່ສະຂຸະພາບຂອງຄົນລາວ, ພາໃຫ້ເກີດພະຍາດແຊກຊ້ອນຕ່າງໆ, ຊຶ່ງໃນນັ້ນ ພົ້ນເດັ່ນກ່ວາໝູ່ແມ່ນພະຍາດໝາກໄຂ່ຫລັງອັກເສບ, ໄດ້ເລີ່ມຂ້າຊີວິດຂອງຄົນລາວນັບມື້ຫລາຍຂຶ້ນ. ປັດໄຈຫລັກພາໃຫ້ເກີດພະຍາດດັ່ງກ່າວຄື: ອາຫານການກິນ, ຜູ້ປ່ວຍເປັນໂລກເບົາຫວານ ແລະ ການດື່ມສິ່ງມືນເມົາ.

    ພະຍາດໄຂ່ຫລັງ ເປັນພະຍາດ ທີ່ອັນຕະລາຍ, ຊຶ່ງແຕ່ລະປີໄດ້ຂ້າຊີວິດຄົນລາວນັບບໍ່ໜ້ອຍ, ນອກຈາກພະຍາດຕັບອັກເສບ, ເບົາຫວານ ແລະ ອື່ນໆ. ເນື່ອງຈາກໄຂ່ຫລັງເປັນອະໄວຍະວະທີ່ສຳຄັນໃນຮ່າງກາຍ, ຊຶ່ງເຮັດໜ້າທີ່ກັ່ນຕອງທາດເບື່ອ, ປັບຄວາມສົມດູນໃນເມັດເລືອດຂາວ ແລະ ອື່ນໆ. ຈຶ່ງໄດ້ຕ້ອງເອົາໃຈໃສ່ຮັກສາສຸຂະພາບໃຫ້ດີຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ພະຍາດໄຂ່ຫລັງເລີ່ມຂ້າຊີວິດຄົນລາວຫລາຍຂຶ້ນ

    ທ່ານ ປອ. ພານຄຳ ສຸວັນນະເມທີ ຫົວໜ້າພະແນກໄຂ່ຫລັງ ແລະ ສູນຟອກເລືອດ ໂຮງໝໍມິດຕະພາບ, ປະທານສະມາຄົມໄຂ່ຫລັງລາວ ໃຫ້ຮູ້ວ່າ: ປັດຈຸບັນ ພົບຄົນລາວທີ່ປ່ວຍເປັນພະຍາດໄຂ່ຫລັງອັກເສບເພີ່ມຂຶ້ນເປັນຈຳນວນຫລາຍ, ສະເລ່ຍໃນເກນອາຍຸ 40 ປີຂື້ນໄປ. ໃນນັ້ນ 10% ແມ່ນອາຍຸ 20 ປີລົງມາ, ຊຶ່ງສ່ວນໃຫຍ່ຜູ້ທີ່ເປັນພະຍາດນີ້ ແມ່ນປະຊາຊົນຢູ່ເຂດຊົນນະບົດ, ຍ້ອນການກິນຢູ່ບໍ່ສະອາດ ແລະ ການກິນຢາຫານບໍ່ຖືກຕ້ອງ, ລວມທັງການກິນຢາພຶ້ນເມືອງ ເຮັດໃຫ້ເກີດເປັນພະຍາດໄຂ່ຫລັງ, ຊຶ່ງໃນແຕ່ລະເດືອນຈະມີຜູ້ເຂົ້າທມາຟອກໄຂ່ຫລັງຢູ່ໂຮງໝໍສະເລ່ຍຫລາຍກ່ວາ 700 ຄັ້ງຕໍ່ເດືອນ, ທຽບໃສ່ເມື່ອ 10 ປີກ່ອນ, ແມ່ນມີພຽງສ່ວນໜ້ອຍທີ່ພົບເຫັນຜູ້ປ່ວຍເຂົ້າມາຟອກໄຂ່ຫລັງ. ຂະນະດຽວກັນ, ການຟອກໄຂ່ຫລັງນີ້ແມ່ນຈະຊ່ວຍຢື່ນຊີວິດຂອງຄົນທີ່ເປັນພະຍາດອອກໄປໄດ້ດົນຂຶ້ນ, ແຕ່ກໍມີຜົນກະທົບຕໍ່ຜູ້ທີ່ມີຖານະການເງີນບໍ່ພຽງພໍເນື່ອງຈາກການຟອກໄຂ່ຫລັງແຕ່ລະຄັ້ງແມ່ນມີການໃຊ້ຈ່າຍເງີນຂ້ອນຂ້າງສູງ, ຊຶ່ງເຮັດໃຫ້ບາງຄົນບໍ່ມີເງື່ອນໄຂເສຍຊີວິດໄດ້ງ່າຍ.

    ປະທານສະມາຄົມໄຂ່ຫລັງລາວ ໃຫ້ຮູ້ວ່າ: ພະຍາດໄຂ່ຫລັງອັກເສບ, ແມ່ນເກີດກັບກຸ່ມຄົນທີ່ມັກກິນອາຫານມັນ, ມັກດື່ມສິ່ງມືນເມົາ, ກິນອາຫານປົນເປື້ອນສານເຄມີ ແລະ ກິນຢາພຶ້ນເມືອງບໍ່ຖືກຕ້ອງ. ສະນັ້ນ ການຫລີກລ່ຽງພະຍາດດັ່ງກ່າວ ກໍຄວນລະມັດລະວັງອາຫານການກິນ, ໝັ່ນອອກກຳລັງກາຍ ແລະ ຄວນກວດເຊັກຮ່າງກາຍຢ່າງເປັນປະຈຳ ໂດຍສະເພາະການຄວບຄຸມຄວາມດັນ ແລະ ພະຍາດອື່ນໆ.

ແນວໃດກໍດີ, ເມື່ອບໍ່ດົນມານີ້, ໂຮງໝໍມິດຕະພາບໄດ້ຈັດຊຸດອົບຮົມກ່ຽວກັບການຕໍ່ເສັ້ນເລືອດເພື່ອໃຊ້ໃນການຟອກໄຂ່ຫລັງໃຫ້ແພດໝໍສາມາດນຳບົດຮຽນໄປໃຊ້ໃນການຕໍ່ເສັ້ນເລືອດໃຫ້ຄົນເຈັບທີ່ເປັນພະຍາດໄຂ່ຫລັງຊຸດໂຊມຊຳເຮື້ອຢ່າງມີປະສິດທິພາບ. ທັງນີ້ ກໍເພື່ອຫລຸດຜ່ອນການຟອກໄຂ່ຫລັງ ແລະ ຄ່າໃຊ້ຈ່າຍທີ່ສູງແລ້ວ ຍັງເຮັດໃຫ້ຜູ້ປ່ວຍຢູ່ເຂດຂົນນະບົດ ໄດ້ມີໂອກາດເສຍຄ່າຮັກສາປິ່ນປົວໜ້ອຍລົງ ແລະ ຫລຸດຜ່ອນການເສຍຊີວິດໃນສ່ວນໃດໜຶ່ງພະຍາດດັ່ງກ່າວໄດ້.

- 4 - ພະຍາດໄຂ່ຫລັງເລີ່ມຂ້າຊີວິດຄົນລາວຫລາຍຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!