ອິນເດຍຈີກໜ້າກາກພະຍາດສໍ້ລາດບັງຫລວງ


ໜຶ່ງໃນບັນດາວັນສຳຄັນລະດັບສາກົນປະຈຳເດືອນທັນວາຂອງທຸກໆປີນັ້ນກໍຄື ວັນຕ້ານການສໍ້ລາດບັງຫລວງ ເຊິ່ງຕົກໃສ່ວັນທີ 9 ຢູ່ບ້ານເຮົາ ສະໜາມຮົບຕ້ານພະຍາດສໍ້ລາດບັງຫລວງ, ສໍ້ຫລວງບັງລາດນີ້ເຮັດກັນເປັນຂະບວນຢ່າງຕັ້ງໜ້າ ເພາະຖືວ່າບັນຫາສໍ້ລາດບັງຫລວງເປັນ “ໜອນເຈາະໄສ້” ເຊິ່ງຖ້າບໍ່ປາບປາມໃຫ້ສິ້ນຊາກໄປ ບ້ານເມືອງກໍມີແຕ່ຊິຫລົ້ມຈົມງົມມືດໄປບໍ່ຮອດໃສນຳໝູ່ຈັກເທື່ອ. ດັ່ງນັ້ນ ຈຶ່ງບໍ່ແປກທີ່ໃນບັນຍາກາດລະລຶກວັນທີ 9 ທັນວາປີນີ້ ຈຶ່ງມີຕົວເລກຕົວຜາກ່ຽວກັບບຸກຄົນ, ນິຕິບຸກຄົນ ກໍຄືການຈັດຕັ້ງຈຳນວນໜຶ່ງທີ່ໄດ້ກາຍເປັນ “ໜອນເຈາະໄສ້” ແລະ ພ້ອມດຽວກັນ ກໍມີບຸກຄົນ ແລະ ການຈັດຕັ້ງຈຳນວນບໍ່ໜ້ອຍທີ່ໄດ້ກາຍເປັນຢ້ຽມຢ່າງທີ່ດີໃນການປາບປາມພະຍາດສໍ້ລາດບັງຫລວງ ເພື່ອຄວາມໂປ່ງໃສໄຮ້ມົນທິນ.
ສຳລັບວັນນີ້ ຜູ້ຂຽນມີເລື່ອງໜ້າສົນໃຈຢູ່ອິນເດຍ ກ່ຽວກັບການເປີດໂປ່ງເລື່ອງພະຍາດສໍ້ລາດບັງຫລວງທີ່ເກີດຂຶ້ນໃນກົງຈັກຂອງລັດຢູ່ບັນດາຂະແໜງການທີ່ມີຄວາມສ່ຽງສູງທີ່ຈະຊຶມເຊື້ອພະຍາດດັ່ງກ່າວ ຖ້າບໍ່ມີການຕິດຕາມກວດກາຢ່າງເຄັ່ງຂັດຮັດກຸມຄັກແນ່. ເລື່ອງນີ້ໄດ້ຖືກເປີດເຜີຍໂດຍໜັງສືພິມ ສະເຕັດແມນ (Statesman) ຂອງອິນເດຍເອງ ແລະ ນຳມາເຜີຍແຜ່ຕໍ່ໂດຍໜັງສືພິມ ວຽງຈັນທາມ (Vientiane Times) ສະບັບວັນທີ 4 ເດືອນທັນວາປີນີ້ເອງ ເຊິ່ງມີຫົວຂໍ້ວ່າ: “ບັນຫາສໍ້ລາດບັງຫລວງໃນໝູ່ເຈົ້າໜ້າທີ່ຕຳຫລວດຂອງນະຄອນຫລວງນິວເດລີເພີ່ມຂຶ້ນຢ່າງຫລວງຫລາຍ”. ຂໍ້ມູນທີ່ວ່ານີ້ໄດ້ມາຈາກການສຳຫລວດຕົວຈິງຂອງອົງການກ່ຽວຂ້ອງພາຍໃນນະຄອນຫລວງນິວເດລີ ເຊິ່ງໃນຕົວຈິງແລ້ວກໍໄດ້ສຳຫລວດໃນຫລາຍໆຂະແໜງການ ບໍ່ແມ່ນສະເພາະແຕ່ໃນກອງກຳລັງຕໍາຫລວດຄືຫົວຂໍ້ທີ່ຕັ້ງຂຶ້ນ. ຜົນການສຳຫລວດອອກມາຈັ່ງຊີ້: ໃນປີ 2019 ໄພສໍ້ລາດບັງຫລວງໃນໝູ່ຕຳຫລວດນະຄອນຫລວງໄດ້ເພີ່ມຂຶ້ນ 33% ທຽບໃສ່ 13% ໃນປີ 2018, ສ່ວນຄະດີທີ່ພົວພັນກັບການໃຫ້ ແລະ ຮັບສິນບົນໃນຂະແໜງທະບຽນຊັບສິນ ແລະ ທີ່ດິນນັ້ນພັດຫລຸດລົງຢູ່ລະດັບ 26% ໃນປີ 2019 ທຽບກັບ 46% ໃນປີ 2018.
ບັດນີ້ມາເບິ່ງການສຳຫລວດໃນທົ່ວປະເທດອິນເດຍ ເຊິ່ງມີຕົວເລກຊີ້ອອກວ່າ: ຜູ້ໃຫ້ຂໍ້ມູນຈຳນວນ 51% ໄດ້ສາລະພາບວ່າ: ໄດ້ເຄີຍໃຫ້ສິນບົນ ເພື່ອຊື້ເອົາຄວາມສະດວກໃນປີ 2019. ສຳລັບບັນຫາການຊື້ຈ້າງດ້ວຍການໃຫ້ສິນບົນຢູ່ນະຄອນຫລວງນິວເດລີພາຍໃນປີ 2019 ມີດັ່ງນີ້: ຊາວນະຄອນຫລວງຈຳນວນ 46% ທີ່ເຂົ້າຮ່ວມການສຳຫລວດບອກວ່າ: ໄດ້ໃຫ້ສິນບົນພະນັກງານເພື່ອໃຫ້ໄດ້ວຽກ, ໃນນັ້ນ 25% ບອກວ່າໄດ້ໃຫ້ສິນບົນຫລາຍຄັ້ງ, 21% ໃຫ້ສິນບົນ 1-2 ຄັ້ງ, ສ່ວນຜູ້ທີ່ບໍ່ເຄີຍໃຫ້ສິນບົນຈັກເທື່ອເລີຍນັ້ນມີພຽງ 19%. ໃນອີກກໍລະນີໜຶ່ງ, ອົງການປົກຄອງນະຄອນຫລວງນິວເດລີໄດ້ເຮັດການສຳຫລວດໃນທ້າຍປີ 2018 ກ່ຽວກັບບັນຫາສໍ້ລາດບັງຫລວງໃນຂົງເຂດການ “ໃຫ້ບໍລິການສົ່ງເຖິງເຮືອນ” (DSD – Doorstep Service Delivery) ຂອງພາກລັດເຊັ່ນ: ການສັ່ງໃບລາຍເກີດ, ໃບທະບຽນສົມລົດ, ໃບຂັບຂີ່ ແລະ ອື່ນໆ ເຊິ່ງມີປະຫວັດປົນເປື້ອນກັບບັນຫາສໍ້ລາດບັງຫລວງ ແລະ ການໃຫ້ສິນບົນ. ຜົນອອກມາມີຄືແນວນີ້: 26% ໃຫ້ສິນບົນທີ່ພົວພັນກັບທະບຽນຊັບສິນ ແລະ ທີ່ດິນ, 21% ໃຫ້ສິນບົນບໍລິສັດ, 33% ໃຫ້ສິນບົນຕຳຫລວດ ແລະ ອີກ 20% ໃຫ້ສິນບົນພາກສ່ວນອື່ນໆ (ພະນັກງານໄຟຟ້າ, ຂົນສົ່ງ, ພາສີ…).
ອິນເດຍມີກົດໝາຍປ້ອງກັນການສໍ້ລາດບັງຫລວງປີ 2018 ທີ່ກຳນົດໂທດການໃຫ້ສິນບົນດ້ວຍການຕັດອິດສະຫລະພາບສູງເຖິງ 7 ປີ ຫລື ທັງປັບໄໝ ທັງຕັດອິດສະຫລະພາບ. ຜູ້ຂຽນອົດສາແປ ແລະ ຮຽບຮຽງບົດນີ້ມາກໍແມ່ນເພື່ອໃຫ້ຜູ້ອ່ານຊາບ ແລະ ພິຈາລະນານຳກັນວ່າ: ເຖິງເວລາແລ້ວບໍ່ ທີ່ພວກເຮົາຕ້ອງເອົາມາດຕະການເດັດຂາດກວ່າເກົ່າ ເພື່ອປາບປາມພະຍາດສໍ້ລາດບັງຫລວງ ດ້ວຍການເຮັດການສຳຫລວດກວດກາຊອກເອົາຕົວເລກຕົວຜາອອກມາເຜີຍແຜ່ໃຫ້ກວ້າງຂວາງກວ່າເກົ່າ ໂດຍບໍ່ຫວັ່ນກົວວ່າຜູ້ກະທຳຜິດຈະຢູ່ສູງຈຸຟ້າ ຫລື ຢູ່ຕໍ່າຈຳດິນ, ເຮັດຄືຢູ່ ສປ ຈີນ ທີ່ບອກວ່າ: “ບໍ່ໄວ້ໜ້າ ບໍ່ວ່າຈະເປັນເສືອ ຫລື ແມງວັນ” ກໍຕາມ.